spot_img
Homeຂ່າວຕ່າງປະເທດໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

Published on

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ.

ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ 17 ເມສາ 2025 ຜ່ານມາ, ເຮັດໃຫ້ມີຜູ້ບາດເຈັບ 3 ຄົນ ກ່ອນທີ່ຜູ້ກໍ່ເຫດຈະຖືກຍິງເສຍຊີວິດ.

ຜູ້ບັນຊາການຕຳຫຼວດເບລິສ ໄດ້ຖະແຫຼງຂ່າວເຖິງເຫດການດັ່ງກ່າວໂດຍລະບຸວ່າ: ຜູ້ກໍ່ເຫດຊື່ວ່າ ອາຄິເຍລາ ຊາວາ ເທເລີ ເຊິ່ງເປັນຊາວອາເມລິກາ ເຊິ່ງເຄີຍເປັນທະຫານຜ່ານເສິກມາກ່ອນ ໂດຍເຂົາໄດ້ໃຊ້ມີດຈີ້ນັກບິນ ໃນຂະນະທີ່ເຮືອບິນຢູ່ກາງອາກາດ ພ້ອມຂູ່ໃຫ້ນັກບິນປ່ຽນເສັ້ນທາງອອກນອກປະເທດ ສົ່ງຜົນໃຫ້ເຮືອບິນຕ້ອງບິນວົນຈົນນ້ຳມັນຈະໝົດ, ຫຼັງຈາກນັ້ນບໍ່ດົນ ເທເລີ ໄດ້ໃຊ້ມີດກໍ່ເຫດແທງຜູ້ໂດຍສານ 3 ຄົນ ລວມເຖິງນັກບິນ ເຮັດໃຫ້ໜຶ່ງໃນຜູ້ໂດຍສານທີ່ມີປືນຖືກກົດໝາຍໄດ້ຍິງໃສ່ ເທລີ ຂະນະເຮືອບິນກຳລັງລົງຈອດ ທີ່ນອກເມືອງເບລິສ ຕາມການລາຍງານລະບຸວ່າ: ຜູ້ໂດຍສານທີ່ຍິງໄດ້ຮັບບາດເຈັບ ຄືກັນກັບເທລີ ແຕ່ສຸດທ້າຍເທເລີກໍໄດ້ເສຍຊີວິດ.

ເຈົ້າໜ້າທີ່ເປັີດເຜີຍວ່າ: ຍັງບໍ່ມີລາຍງານທີ່ຊັດເຈນວ່າ ເທເລີ ສາມາດລັກລອບມີດຂຶ້ນໄປເທິງເຮືອບິນໄດ້ແນວໃດ? ເນື່ອງຈາກສະໜາມບິນນ້ອຍໃນເບລິສ ຫຼາຍແຫ່ງບໍ່ມີມາດຕະການຮັກສາຄວາມປອດໄພທີ່ພຽງພໍໃນການກວດຄົ້ນຜູ້ໂດຍສານ.

ຫຼ້າສຸດທາງການເບລິສ ໄດ້ປະສານໄປຫາສະຖານທູດສະຫະລັດ ເພື່ອຂໍຄວາມຊ່ວຍເຫຼືອໃນການກວດສອບເຫດການນີ້ແລ້ວ ແລະ ເຈົ້າໜ້າທີ່ກຳລັງເລັ່ງຄົ້ນຫາແຮງຈູງໃນໃນການກໍ່ເຫດຄັ້ງນີ້ຕໍ່ໄປ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...