spot_img
Homeປະເພນີ-ວັດທະນະທຳ"ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ" (ປະຫວັດນາງສັງຂານເທບພະທິດາທັງ 07)

“ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ” (ປະຫວັດນາງສັງຂານເທບພະທິດາທັງ 07)

Published on

“ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ”(ປະຫວັດນາງສັງຂານເທບພະທິດາທັງ 07)

ຄວາມເປັນມາຂອງນາງສັງຂານ (ບຸນປີໃໝ່ລາວ) ໃນອະດີດຕະການດົນນານມາແລ້ວ… ໃນສະໄໝນັ້ນມີເຈົ້າຜູ້ຄອງເມືອງສະຫວັນອົງໜື່ງຊື່ “ພະຍາກະບິນລະພຣົມ” ເປັນຄົນມີພູມປັນຍາສະຫຼາດອາດຫານເກັ່ງກ້າສາມາດບໍ່ມີຜູ້ໃດມາທຽມໄດ້ເປັນເທບແຫ່ງສວງສະຫວັນວິມານຊັ້ນຟ້າ (ຊັ້ນພຣົມ), ຢູ່ມາມື້ໜຶ່ງບັນດາເສນາອາມາດໄດ້ຮູ້ຂ່າວວ່າມີຊາຍໜຸ່ມຄົນໜື່ງໃນໂລກມະນຸດສະຫຼາດຫຼັກແຫຼມເປັນນັກປຣາດບັນດິດຈື່ງເຊີນເຂົ້າມາໃນເມືອງສະຫວັນເພື່ອທ້າສະໝອງລອງປັນຍາດ້ວຍເຫດເລົ່າກັນມາມີດັ່ງນີ້: “ພະຍາກະບິນລະພຣົມ” ຈຶ່ງໄດ້ທ້າສະໝອງລອງປັນຍາ ກັບທ່ານນັກປຣາດຜູ້ຮຽນຈົບໄຕຼເພດ (ຄວາມຮູ້ຂັ້ນສູງສາມຢ່າງ ໄດ້ແກ່ 1. ໂຫລາສາດ-ດາຣາສາດ, 2. ຄະຣູສາດ ແລະ 3. ພາສາສາດ) ເຊິ່ງມີຊື່ສຽງຮຽງນາມເປັນທີ່ຮູ້ຈັກກັນດີຄື “ທ້າວທຳມະບານກຸມມານ” , ເປັນບຸດຊາຍເສດຖີຄົນໜຶ່ງໃນໂລກມະນຸດ ທ້າວໄດ້ສຶກສາຮ່ຳຮຽນຈົບວິຊາໄຕຼເພດ ເປັນນັກປຣາດສະຫຼາດ ຜູ້ມີປັນຍາຫຼັກແຫຼມເໜືອກວ່າເພື່ອນມະນຸດດ້ວຍກັນສາມາດຮູ້ຮອດພາສາສັດຕ່າງໆໃນນັ້ນລວມທັງພາສານົກທຸກຊະນິດ, ເມື່ອມີຄົນມາຖາມບັນຫາໃດ ບໍ່ວ່າຄະຕິໂລກ ຫຼື ຄະຕິທັມ, ສະຫວັນ-ໂລກມະນຸດ, ນາລົກ “ທ້າວທຳມະບານກຸມມານ” ຄົນນີ້ເຂົາສາມາດແກ້ໄດ້ໝົດທຸກບັນຫາ, ຄວາມຊ່າລືກ່ຽວກັບ “ທ້າວທຳມະບານກຸມມານ” ມີສະຕິປັນຍາແຫຼມຄົມ ສາມາດແກ້ບັນຫາໄດ້ຢ່າງບໍ່ຂ້ອງບໍ່ຄາຊື່ສຽງດັງກ້ອງໄປຮອດ “ພະຍາກາບິນລະພຣົມ” ຢູ່ສວງສະຫວັນ, ຕອນນັ້ນມີເທບອົງໜື່ງເຊີ່ງເປັນເຈົ້າແຫ່ງພຣົມ ແລະ ເທວະດາທັງຫຼາຍຊື່ວ່າ: ພະຍາກະບິນລະພຣົມ, ເມື່ອຊາບຊື່ສຽງດັ່ງກ່າວຈຶ່ງຢາກທົດສອບລອງພູມຄວາມຮູ້ຂອງ “ທ້າວທຳມະບານກຸມມານ” ລອງເບິ່ງ ຈຶ່ງໄດ້ເຫາະລົງມາຍັງໂລກມະນຸດ ແລະໄດ້ພົບກັບ “ທ້າວທຳມະບານກຸມມານ” ຢູ່ຫໍຜາສາດ 07 ຊັ້ນ ທ່າມກາງຝູງໝູ່ນັກປຣາດມະຫາບັນດິດເສນາອາມາດທັງຫຼາຍ, “ພະຍາກະບິນລະພຣົມ” ໄດ້ຖາມຄຳຖາມ ກັບ “ທ້າວທຳມະບານກຸມມານ” 03 ຂໍ້ຄື: ສິຣິ (ຣາສີ) ຂອງຄົນເຮົາຢູ່ໃສ? ໃນຕອນເຊົ້າ, ຕອນສວາຍ ແລະ ຕອນແລງ. (ສິຣິ ຫຼື ຣາສີ ແມ່ນຈຸດສຳຄັນຂອງຮ່າງກາຍເປັນຄວາມພິເສດຂອງມະນຸດທີ່ຈະຂາດບໍ່ໄດ້ ຫຼືແປວ່າ ຣາສີປະຈຳຍາມ, ປະຈຳວັນ) ແຕ່ວ່າ “ພະຍາກະບິນລະພຣົມ” ບໍ່ທັນໃຫ້ “ທ້າວທຳມະບານກຸມມານ” ຕອບທັນທີໂລດແຕ່ຜັດໃຫ້ໃຊ້ເວລາຕອບແມ່ນ ອີກ 07 ວັນ ຕົນຈະເຫາະລົງມາຟັງຄຳຕອບໂດຍໄດ້ວາງເງື່ອນໄຂໄວ້ວ່າ: ” ຖ້າຕອບບໍ່ໄດ້ ທ້າວທຳມະບານກຸມມານ ຈະຖືກ ພະຍາກະບິນລະພຣົມ ຕັດຄໍ ແລະ ໃນທາງກົງກັນຂ້າມຖ້າ ທ້າວທຳມະບານກຸມມານ ຕອບໄດ້ ພະຍາກະບິນລະພຣົມ ກໍ່ຈະຍອມໃຫ້ຕັດຄໍເຊັ່ນດຽວກັນ.

ດັ່ງນັ້ນ, ຕາມການຕົກລົງນີ້ໃນວັນຖ້ວນເຈັດມື້ຂ້າງໜ້າ ລະຫວ່າງ ” ພະຍາກາບິນລະພຣົມ ກັບ ທ້າວທຳມະບານກຸມມານ ” ຈະຕ້ອງມີຜູ້ໜຶ່ງຖືກຕັດຄໍທ່ຽງແທ້, ຫຼັງຈາກພະຍາກະບິນລະພຣົມເຫາະບິນກັບຄືນເມືອເທິງຊັ້ນສະຫວັນ ໄປແລ້ວ ທ້າວທຳມະບານກຸມມານ ຕ້ອງໄດ້ໃຊ້ສະໝອງຄິດຢ່າງໜັກເພື່ອຊອກຫາຄຳຕອບແຕ່ກໍ່ຊອກບໍ່ເຫັນ, ບໍ່ມີຄັມພີດີກາເຫຼັ້ມໃດເລີຍທີ່ກ່າວເຖິງຄຳວ່າ “ສິຣິ” ຂອງຄົນ, ວັນເວລາລ່ວງເລີຍໄປ 06 ມື້ ນັບແຕ່ ທ້າວທຳມະບານກຸມມານ ຕັ້ງໜ້າຄົ້ນຄວ້າຫາຄຳຕອບຈົນບໍ່ມີເວລາພັກຜ່ອນຫຼັບນອນ ຫຼື ກິນເຂົ້າກິນນ້ຳ ເຮັດໃຫ້ຕົນໂຕເຂົາຈ່ອຍຜອມລ່າເຫຼືອງເຫຼືອແຕ່ໜັງຫຸ້ມດູກ, ເມື່ອຮູ້ໂຕວ່າຈະຕ້ອງຖືກຕັດຄໍແນ່ນອນແລ້ວ ທ້າວທຳມະບານກຸມມານ ຈິ່ງຕັດສິນໃຈຄັ້ງສຸດທ້າຍວ່າ: ເຮົາເປັນຄົນລະດັບນັກປຣາດມີຊື່ສຽງດັງກັງວານກ້ອງໂລກ ຜູ້ໜຶ່ງຊິໄປຍອມໃຫ້ຕັດຄໍປະຈານໃຫ້ເສຍຊື່ສຽງເຮັດຫຍັງ?, ແໜງສູ້ໄປຕາຍເອງດີກວ່າ, ຂະນະນັ້ນເປັນເວລາຄ່ຳມືດແລ້ວ ທ້າວທຳມະບານກຸມມານ ພາຮ່າງກາຍອັນຈ່ອຍຜອມຍ່າງໂຊ ຊັກໂຊເຊລົງຈາກຫໍຜາສາດ 07 ຊັ້ນ ມຸ່ງໜ້າລັກໜີເຂົ້າປ່າໃຫຍ່ໄພສານ ເມື່ອເຫັນວ່າຈະຍ່າງຕໍ່ໄປບໍ່ໄຫວເຂົາຈຶ່ງໂຍບນັ່ງລົງກ້ອງຕົ້ນຕານຕົ້ນໜຶ່ງໃນກາງປ່າດົງ ໂດຍຄິດວ່າຄວາມອິດເມື່ອຍ ແລະ ຄວາມຫິວທີ່ເພີ່ມຂຶ້ນຊັກໄຊ້ນັ້ນຈະເຮັດໃຫ້ເຂົາຈົບຊີວິດລົງຢູ່ສະຖານທີ່ແຫ່ງນີ້, ແຕ່ຟ້າໄດ້ເຫັນເປັນໃຈໃຫ້ທ້າວທຳມະບານກຸມມານນອນພັກຢູ່ກ້ອງຕົນຕານຍ້ອນຄວາມອິດເມື່ອຍຫລາຍ ກົງກັນຂ້າມ ຢູ່ເທິງຕົ້ນຕານນັ້ນມີແຮ້ງສອງຜົວເມຍອາໄສເຮັດຮັງຢູ່ເທິງຍອດຕານ ຕົກຕອນເດິກຄ່ຳສະຫງັດກາງຄືນນັ້ນ ແຮ້ງສອງຜົວເມຍໄດ້ລົມກັນກ່ຽວກັບແຜນການຈະໄປກິນອາຫານ ໃນມື້ອື່ນໂດຍເມຍຖາມຜົວວ່າ: ມື້ອື່ນຈະໄປຫາກິນທາງໃດ?

+ແຮ້ງໂຕຜົວ: ມື້ອື່ນພວກເຮົາບໍ່ຕ້ອງບິນໄປຫາກິນໄກໃຫ້ເມື່ອຍປີກດອກ ! ຖ້າກິນຊີ້ນມະນຸດຢູ່ເມືອງນີ້ ແຫລະ.
+ແຮ້ງໂຕເມຍ: ຊິມີຊີ້ນມະນຸດມະນາມາແຕ່ທາງໃດໃຫ້ພວກເຮົາກິນບໍ? ຫຼື ວ່າຕີເອິກເສືອເພື່ອ ໃຫ້ກາກິນຊັ້ນເບາະ?
+ແຮ້ງໂຕຜົວຕອບວ່າ: ກະພະຍາກະບິນລະພົມ ເພິ່ນສິເຫາະບິນລົງມາຕັດຄໍ ທ້າວທຳມະບານກຸມມານ ແລະ ເຮົາຊິໄດ້ກິນຊີ້ນມັນຊັ້ນຕົວະ…!!!
+ແຮ້ງໂຕເມຍຈື່ງຖາມຕໍ່ວ່າ: ສິໄປຕັດຄໍເຂົາເຮັດຫຍັງ? ເຂົາເຈົ້າເຮັດຫຍັງຜິດ ?
+ແຮ້ງໂຕຜົວຕອບ: ກະຕັດລະບໍ…!!ແນວວ່າ ທ້າວທຳມະບານກຸມມານ ຕອບບັນຫາເພິ່ນບໍ່ໄດ້..???
+ແຮ້ງໂຕເມຍ: ໂອ້….! ເພິ່ນຖາມວ່າແນວໃດ? ຍາກແທ້ຫວ໋ະ? ຂັ້ນນັກປຣາດຄື ທ້າວທຳມະບານກຸມມານ ກໍ່ຍັງຕອບບໍ່ໄດ້ຊັ້ນຫວ໋ະ?
+ແຮ້ງໂຕຜົວ: ມັນຊິຍາກຫຍັງ! ແຕ່ ທ້າວທຳມະບານກຸມມານ ບໍ່ໄດ້ຮຽນເຖິງກໍ່ເລີຍຕອບບໍ່ໄດ້.!!! ເພິ່ນຖາມ ບັນຫາມີ 3 ຂໍ້ວ່າ: ” ສິຣິ” ຂອງຄົນຢູ່ໃສໃນ ຕອນເຊົ້າ, ຕອນສວາຍ ແລະ ຕອນແລງ ?
+ແຮ້ງໂຕເມຍ: ຄັນຊັ້ນເຈົ້າຮູ້ບໍ່ວ່າທັງ 03 ເວລານັ້ນ “ສິຣິ” ຂອງຄົນຢູ່ໃສ?
+ແຮ້ງໂຕຜົວ: ເປັນຫຍັງຊິບໍ່ຮູ້!!! ງ່າຍຊິຕາຍ…!!!
+ແຮ້ງໂຕເມຍ: ຄັນຊັ້ນເວົ້າໃຫ້ຂ້ອຍຟັງແດ່ດູ.
+ແຮ້ງໂຕຜົວ: ເວົ້າບໍ່ໄດ້ເດິກດື່ນແລ້ວ ນອນສາ.
+ແຮ້ງໂຕເມຍ: ບໍ່ໆ ! ຄັນເຈົ້າບໍ່ເວົ້າໃຫ້ຂ້ອຍຟັງຂ້ອຍຊິກັ້ນໃຈຕາຍປະເຈົ້າໂລດ.
+ແຮ້ງໂຕຜົວ: ເວົ້າກະເວົ້າ…! ຄືວ່າ:
+ ຕອນເຊົ້າ: ສິຣິ ຂອງຄົນຢູ່ໜ້າ ສະນັ້ນຕື່ນເຊົ້າມາເຂົາເຈົ້າມັກພາກັນເອົານ້ຳສວ່າຍໜ້າລ້າງຕາ.
+ ຕອນສວາຍ: ສິຣິ ຂອງຄົນຢູ່ໜ້າເອິກ ຄົນທັງຫລາຍຈຶ່ງມັກເອົານ້ຳລູບໜ້າເອິກ ຫລື ລ້າງສວ່າຍຕົນໂຕເລົາຄີງ.
+ ຕອນແລງ: ສິຣິ ຂອງຄົນຢູ່ຕີນ ເຂົາເຈົ້າຈຶ່ງພາກັນລ້າງຕີນໃຫ້ສະອາດກ່ອນຈຶ່ງເຂົ້ານອນ.
ດັ່ງໄດ້ກ່າວໃນຕອນຕົ້ນແລ້ວວ່າ ທ້າວທຳມະບານກຸມມານ ຮູ້ພາສານົກດັ່ງນັ້ນຄຳສົນທະນາຂອງ ແຮ້ງສອງຜົວເມຍຈຶ່ງປຽບເໝືອນສິ່ງສັກສິດຊ່ວຍໃຫ້ເຂົາລອດພົ້ນຈາກຄວາມຕາຍຢ່າງປາຕິຫານ, ເຂົາຟ້າວລຸກຈາກກ້ອງຕົ້ນຕານແລ່ນກັບຄືນສູ່ຫໍຜາສາດຕົນ ດ້ວຍຄວາມສຸກໃຈຢ່າງຫາອັນປຽບບໍ່ໄດ້, ເຊົ້າມື້ຕໍ່ມາຊຶ່ງເປັນມື້ວັນຖ້ວນເຈັດ ເມື່ອໄດ້ຟັງການຕອບບັນຫາທັງສາມຂໍ້ຂອງ “ທ້າວທຳມະບານກຸມມານ” ຢ່າງຖືກຕ້ອງແລ້ວ ເຮັດໃຫ້ ພະຍາກະບິນລະພຣົມ” ມີຄວາມປະຫຼາດໃຈບໍ່ໜ້ອຍ, ແຕ່ຊິເຮັດແນວໃດໄດ້ເມື່ອຕົນເອງເອີຍປາກທ້າພະນັນຂັນຕໍ່ຕັດຄໍ ຈຶ່ງຕົກລົງໃຫ້ຕັດເພື່ອບໍ່ໃຫ້ເສຍສັດຈະທີ່ຕົນໄດ້ໃຫ້ໄວ້ກັບມະນຸດຜູ້ໝຸ່ມນ້ອຍຄົນນີ້ແຕ່ຍ້ອນ “ພະຍາກະບິນລະພຣົມ” ມີລິດເດດເກັ່ງກ້າເໜືອກວ່າເທວະດາ ແລະ ມະນຸດຫຼືຄົນທັງຫຼາຍພຽງແຕ່ຫົວຂອງເພີ່ນກໍ່ຈະເຮັດໃຫ້ໂລກມະນຸດພິນາດໄປໄດ້ຖ້າຫາກປ່ອຍ ໃຫ້ຫົວ ແລະ ເລືອດຂອງພະຍາກະບິນລະພຣົມ ຕົກລົງດິນມັນຈະເປັນໄຟມະໄລກັນໄໝ້ໂລກ, ຖ້າໂຍນຫົວຂອງ ພະຍາກະບິນລະພຣົມ ຂຶ້ນສູ່ເວຫາກໍ່ຈະໄໝ້ອາກາດເຮັດໃຫ້ມວນມະນຸດ ແລະ ສັດສາວາສິ່ງໝົດອາກາດຫາຍໃຈ, ຖ້າໂຍນລົງນໍ້າກໍ່ຈະເຮັດແມ່ນໍ້າຄົງຄາມະຫາສະໝຸດເຫືອດແຫ້ງເກີດໄພພິບັດແຫ້ງແລ້ງ ຂົ່ມຂູ່ມວນມະນຸດໃນທົ່ວໂລກ.
ດັ່ງນັ້ນ ເພື່ອຊ່ວຍມວນມະນຸດ ໃຫ້ຫຼຸດພົ້ນຈາກໄພພິບັດເຫຼົ່ານັ້ນ ກ່ອນຈະຖືກຕັດຄໍ “ພະຍາກະບິນລະພຣົມ” ຈຶ່ງເອີ້ນເອົາ ພະທິດາຫລືລູກສາວທັງ 7 ນາງ ມາພົບເປັນການດ່ວນ.
ລູກສາວທັງ 07 ນາງແມ່ນແທນໃຫ້ 07 ວັນ ໃນວັນໜຶ່ງອາທິດຊຶ່ງລູກສາວທັງ 07 ຈະມີພາຫະນະປະຈຳຕົວຂອງແຕ່ລະອົງຄື:
1- ພະນາງ ທຸງສະ ເທວີ ວັນອາທິດ ພາຫະນະ ຂີ່ ຄຸດ
2- ພະນາງ ໂຄລະຄະ ເທວີ ວັນຈັນ ພາຫະນະ ຂີ່ ເສືອໂຄ່ງ
3- ພະນາງ ຮາກສະ ເທວີ ວັນອັງຄານ ພາຫະນະ ຂີ່ໝູ
4- ພະນາງ ມົນທາ ເທວີ ວັນພຸດ ພາຫະນະ ຂີ່ ມ້າ (ລໍ)
5- ພະນາງ ກີລີນີ ເທວີ ວັນພະຫັດ ພາຫະນະ ຂີ່ ຊ້າງ
6-ພະນາງ ກິມີທາ ເທວີ ວັນສຸກ ພາຫະນະ ຂີ່ ຄວາຍ
7- ພະນາງ ມະໂຫທອນ ເທວີ ວັນເສົາ ພາຫະນະ ຂີ່ນົກຍຸງ
ເມື່ອທັງ 07 ພະນາງມາພ້ອມໜ້າພ້ອມຕາກັນແລ້ວ ຜູ້ເປັນພໍ່ຈິ່ງສັ່ງຄວາມວ່າ: ຕອນພໍ່ຖືກຕັດຄໍໃຫ້ພວກລູກເອົາພາພານທອງຄຳມາຮອງຮັບ ບໍ່ໃຫ້ເລືອດ ແລະ ຫົວຂອງພໍ່ຕົກລົງດິນ ຈາກນັ້ນໃຫ້ເອົາໄປໄວ້ຢູ່ຖ້ຳເຂົາສຸເມນພູເຂົາໄກລາດ, ເມື່ອເຖິງເດືອນຫ້າ ລະດູຟ້າລ່ວງ ຫຼື ກຸດສົງການປີໃດ ຖ້າສັງຂານລ່ວງຖືກວັນໃດໃຫ້ລູກສາວປະຈຳວັນນັ້ນ ( ຫຼື ນາງສັງຂານ ) ຂີ່ສັດພາຫະນະຂອງຕົນໄປແຫ່ເອົາຫົວພໍ່ອອກມາຈາກຖໍ້າເພື່ອມາຫົດສົງ, ສະສາງລ້າງສວ່າຍລ້າງດ້ວຍ ນ້ຳອົບນ້ຳຫອມໃຫ້ສະອາດແລ້ວຈິ່ງເອົາໄປໄວ້ບ່ອນເກົ່າ, ຍ້ອນແນວນັ້ນເອງ ເມື່ອຮອດຍາມກຸດສົງການປີໃໝ່ແຕ່ລະປີປະຊາຊົນຊາວພວກເຮົາຈິ່ງເອົານ້ຳອົບ, ນ້ຳຫອມ ຫຼື ນ້ຳດອກໄມ້ໄປຫົດສົງພະພຸດທະຮູບ, ຫົດສົງພໍ່ແມ່,ເຖົ້າແກ່, ຄູບາ-ອາຈານ ແລະ ຍາດພີ່ນ້ອງເພື່ອນຝູງ ເພື່ອຄວາມເປັນສິຣິມຸງຄຸນສືບຕໍ່ກັນມາຈົນເຖິງປັດຈຸບັນນີ້,ລູກສາວຂອງພະຍາກະບິນລະພຣົມ 07 ຄົນ, ແມ່ນ 07 ວັນ ໃນອາທິດຫນຶ່ງແຕ່ລະຄົນຂີ່ສັດຂອງຕົນເອງລົງມາ ແມ່ນລູກສາວທີ່ງາມກວ່າໝູ່, ເກັ່ງກວ່າໝູ່ ສະນັ້ນ, ແຕ່ລະປີຢູ່ເມືອງຫຼວງພະບາງ,ວຽງຈັນ,ສະຫວັນນະເຂດ ,ຄຳມ່ວນ ,… ລວມເຖິງ 17 ແຂວງໃນທົ່ວປະເທດລາວ ຈິ່ງໄດ້ຈັດພິທີຄັດເລືອກປະກວດນາງສາວຜູ້ງາມ, ບໍລິສຸດ ແລະ ຜູ້ດີເພື່ອເປັນຕົວແທນຂອງລູກສາວຂອງພະຍາກະບິນລະພຣົມ ເອີ້ນວ່າ: “ນາງສັງຂານ”. ຮອດປັດຈຸບັນນີ້.
ສະບາຍດີປີໃຫມ່ລາວໂຊກດີມີໄຊຕະຫຼອດປີໃໝ່ລາວ-ບຸນກຸດສົງການ ຕ້ອງມີການແຫ່ນາງສັງຂານເຊີນເອົາຫົວພະຍາກະບິນລະພຣົມອອກມາຫົດສົງໃນງານບຸນປີໃໝ່ລາວຫລືບຸນເດືອນຫ້າທຸກປີເປັນປະເພນີລາວສືບມາຮອດປັດຈຸບັນນີ້.
+ການແຫ່ນາງສັງຂານປະຈຳປີ ພ.ສ 2567-2568
ປີ ຄ.ສ 2025​ ມີດັ່ງລຸ່ມນີ້:
+ວັນສັງຂານລ່ວງ​ : ໝາຍເຖິງວັນທີ່ປີເກົ່າຈະຜ່ານໄປ ແລະ ປີໃໝ່ຈະກ້າວເຂົ້າມາແທນເປັນມື້ວັນຈັນ ແຮມ 02 ຄໍ່າ ເດືອນ 05 ລາວ ປີ ພ.ສ 2567 ກົງກັບວັນຈັນວັນທີ 14 ເດືອນເມສາ (04) ປີ ຄ.ສ 2025 ເວລາ 04 ໂມງ 30 ນາທີ 00 ວິນາທີ.
+ວັນສັງຂານເນົາ​ : ໝາຍເຖິງວັນທີ່ຢູ່ລະຫວ່າງກາງປີເກົ່າ ແລະ ປີໃໝ່ລາວເປັນມື້ວັນອັງຄານ ແຮມ 03 ຄໍ່າ ເດືອນ 05 ລາວ ປີ ພ.ສ 2567 ກົງກັບວັນອັງຄານ ວັນທີ 15 ເດືອນເມສາ (04) ປີ ຄ.ສ 2025.
+ວັນສັງຂານຂຶ້ນ​ : ໝາຍເຖິງວັນທີ່ເປັນປີໃໝ່ລາວແລ້ວເປັນມື້ວັນພຸດ ແຮມ 04 ຄໍ່າ ເດືອນ 05 ລາວ ປີ ພ.ສ 2567 ກົງກັບວັນພຸດ ວັນທີ16 ເມສາ 2025 ເວລາ 08 ໂມງ 27 ນາທີ ປ່ຽນວັນຖະເຫີຼງສົກປີໃໝ່ລາວ​ຈຸນລະສັກຣາດ ເປັນ​ ປີ ຈ.ສ 1387.
+”ນາງສັງຂານ​” ປີນີ້ແມ່ນນາງເທບພະທິດາອົງທີ 02 ຊົງພະນາມວ່າ​ : “ນາງໂຄຣະຄະ ເທວີ”
-ຊົງພະຫຸຣັດທັດ: “ດອກກາງຂອງ”
-ອາພອນປະດັບໄປດ້ວຍ: “ແກ້ວມຸກດາຫານ”
-ສະເຫວີຍ​: “ນ້ຳນົມ” ເປັນອາຫານ
-ພຣະຫັດ (ມື) ຂວາ: ຖືພຣະຂັນ” (ງ້າວ)​
-ພຣະຫັດ (ມື) ຊ້າຍ: ຖືໄມ້ຄ້ອນເທົ້າ
-ສະເດັດ​ນອນມາເທິງຫຼັງເສືອໂຄ່ງ (ຂີ່ເສືອໂຄ່ງເປັນພາຫະນະ).
+ເກນພິຣຸນນະສາດ : ພະພຸດເປັນອະທິບໍດີ
ນາກຫຼິ້ນນໍ້າ 05 ໂຕ​ ບັນດານໃຫ້ຝົນຕົກ 600 ຫ່າ
ຕົກໃນຈັກກະວານ 240 ຫ່າ, ຕົກໃນປ່າຫິມະພານ​ 180 ຫ່າ, ຕົກໃນມະຫາສະໝຸດ 120 ຫ່າ​, ຕົກໃນມະນຸດສະໂລກ 60 ຫ່າ (ຝົນຕົກຫຼາຍ-ຝົນຕົກດີ).
+ເກນທາຣາທິຄຸນ : ຕົກຣາສີ “ອາໂປ (ທາດນໍ້າ) ນ້ຳຫຼາຍຝົນຕົກຕະຫຼອດປີ, ນາດອນ​ ແລະ​ ນາລຸ່ມ ຈະດີທັງສອງຢ່າງ ຈະມີລົມພັດບາງຄັ້ງບາງຄາວ ຈາກທິດທັງ 04 ໃນຈ ຕາມລະດູການ.
+ເກນທັນຍາຫານ : ຊື່ວ່າ : “ລາພະ”​ ເຂົ້າກ້າໄຮ່ນາ ຈະໄດ້ຜົນຜະລິດພຽງແຕ່ 10 ສ່ວນເສຍແຕ່ສ່ວນດຽວ. ປະຊາຊົນໄພ່ຟ້າຣາຊະດອນທັງຫຼາຍຈະມີຄວາມສຸກສະບາຍດີ​, ພືດພັນທັນຍາຫານຈະມີບໍລິບູນອຸດົມດີ.
+ຜະລາມັດສະມັງສາຫານ : ໝາກໄມ້ຈະເປັນໝາກດົກໜາ, ເຂົ້ານ້ຳໂພຊະນະຊີ້ນ-ປາ-ອາຫານຕ່າງໆ ຈະອຸດົມສົມບູນດີ.
+ລຸກຂະຊາດແມ່ນ : ໄມ້ເດື່ອ ເປັນພະຍາ ຄົນທັງຫຼາຍ ຈະຢູ່ເຢັນເປັນສຸກແລ.
+ເກນກາລະໂຍກ​ : ວັນພຸດ ເປັນວັນທຸງໄຊ, ວັນສຸກເປັນອະທິບໍດີ​, ວັນເສົາເປັນອຸບາດ​, ວັນອາທິດເປັນໂລກາວິນາດ.

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...