spot_img
Homeຂ່າວຕ່າງປະເທດເຫດເຮລິຄອບເຕີ ຕົກລົງແມ່ນໍ້າຮັດສັນ ນະຄອນນິວຢອກ ສະຫະລັດອາເມລິກາ ເສຍຊີວິດ 6 ຄົນ

ເຫດເຮລິຄອບເຕີ ຕົກລົງແມ່ນໍ້າຮັດສັນ ນະຄອນນິວຢອກ ສະຫະລັດອາເມລິກາ ເສຍຊີວິດ 6 ຄົນ

Published on

ເສຍຊີວິດໝົດລຳ! ເຫດເຮລິຄອບເຕີ ຕົກລົງແມ່ນໍ້າຮັດສັນ ນະຄອນນິວຢອກ ສະຫະລັດອາເມລິກາ ເສຍຊີວິດ 6 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງບາຍຂອງວັນທີ 10 ເມສາ 2025 ກີດເຫດເຮລິຄອບເຕີລຳໜຶ່ງປະສົບອຸບັດເຫດຄົກລົງໃນແມ່ນໍ້າຮັດສັນ ບໍລິເວນທ່າເຮືອ 40 ໃນແມນຮັດຕັນ ນະຄອນນິວຢອກ ສະຫະລັດອາເມລິກາ, ໂດຍມີຜູ້ໂດຍສານ 6 ຄົນ ແລະ ເສຍຊີວິດທັງໝົດ.

ຕາມການລາຍງານເຈົ້າໜ້າທີ່ໄດ້ໃຫ້ຮູ້ວ່າ: ຜູ້ເສຍຊີວິດມີນັກບິນ 1 ຄົນ, ຜູ້ໂດຍສານເປັນຜູ້ໃຫຍ່ 2 ຄົນ ແລະ ເດັກນ້ອຍ 3 ຄົນ, ໂດຍພົບຜູ້ເສຍຊີວິດ 4 ຄົນໃນຈຸດເກີດເຫດ ແລະ ອີກ 2 ຄົນເສຍຊີວິດຢູ່ໂຮງໝໍ, ຂໍ້ມູນເພິ່ມເຕີມແມ່ນຜູ້ໂດຍສານທັງໝົດແມ່ນເປັນນັກທ່ອງທ່ຽວຄົນສະເປນ.​

ນອກນີ້, ເຈົ້າໜ້າທີ່ຍັງໄດ້ກ່າວຕື່ມວ່າ: ເຮລິຄອບເຕີລຳດັ່ງກ່າວ ເສຍການຄວບຄຸມຫຼັງຈາກລ້ຽວຜ່ານສະພານຈອດວໍຊິງຕັນ ເພື່ອບິນລຽບຊາຍຝັ່ງນິວເຈີຊີ, ປັດຈຸບັນນີ້ ເຈົ້າໜ້າທີ່ກຳລັງສືບສວນຫາສາເຫດຂອງການເກີດອຸບັດເຫດໃນຄັ້ງນີ້.

ແຫຼ່ງຂ່າວ:CH7

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...