Homeຂ່າວພາຍ​ໃນກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

Published on

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ, ຜູ້ປະສານງານຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມຄະນະໄດ້ສໍາເລັດການປະຕິບັດໜ້າທີ່ຢູ່ເມືອງເຈົາແຊ ແຂວງມອນດາເລ ສສ ມຽນມາ ແລະ ເດີນທາງກັບນະຄອນຫຼວງວຽງຈັນດ້ວຍຄວາມປອດໄພ ໂດຍການຕ້ອນຮັບຂອງສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະນຳບັນດາກະຊວງ, ອົງການ, ກົມ, ກອງ ແລະ ພະນັກງານ-ນັກຮົບເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນທີ່ສະໜາມບິນສາກົນວັດໄຕ.

ກ່ອນເດີນທາງກັບມານະຄອນຫຼວງວຽງຈັນ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຂອງກອງທັບປະຊາຊົນລາວຍັງໄດ້ມອບໂຕະ, ຕັ່ງ, ເຕັ້ນ, ອຸປະກອນຮັບໃຊ້ພາກສະໜາມ ແລະ ເຄື່ອງໃຊ້ຈຳນວນໜຶ່ງ ລວມມູນຄ່າ 252,000,000 ກີບ ມອບໃຫ້ອົງການປົກຄອງເມືອງເຈົາແຊ ໂດຍການກ່າວມອບຂອງສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ພ້ອມນັ້ນ, ລັດຖະບານແຫ່ງ ສປປ ລາວ ກໍໄດ້ມອບເຂົ້າສານຈຳນວນ 3 ໂຕນ ໃຫ້ ສສ ມຽນມາ ຕື່ມອີກ ຕາງໜ້າກ່າວມອບໂດຍທ່ານ ບຸນພຽງ ຈັນທະວົງ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳຢາງກຸ້ງ ສສ ມຽນມາ.

ແຫຼ່ງຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...