spot_img
Homeຂ່າວຕ່າງປະເທດອັບເດດຍອດຜູ້ເສຍຊີວິດ-ບາດເຈັບ ຈາກເຫດແຜ່ນດິນໄຫວຮຸນແຮງລະດັບ 7.7 ຣິກເຕີທີ່ປະເທດມຽນມາ

ອັບເດດຍອດຜູ້ເສຍຊີວິດ-ບາດເຈັບ ຈາກເຫດແຜ່ນດິນໄຫວຮຸນແຮງລະດັບ 7.7 ຣິກເຕີທີ່ປະເທດມຽນມາ

Published on

ອັບເດດສະຖານະການແຜ່ນດິນໄຫວຮຸນແຮງທີ່ປະເທດຫວຽດນາມຫຼ້າສຸດ ຍອດຜູ້ເສຍຊີວິດພຸ່ງຂຶ້ນເປັນ 1,700 ຄົນ.

ສຳນັກຂ່າວ thaipbs ລາຍງານໃຫ້ຮູ້ວ່າ: ໃນວັນທີ 31 ມີນາ 2025 ເຈົ້າໜ້າທີ່ກູ້ໄພຍັງສືບຕໍ່ຄົ້ນຫາຜູ້ລອດຊີວິດທີ່ອາດຕິດຢູ່ໃຕ້ຊາກອາຄານພັງຖະຫຼົ່ມ ຫຼັງເກີດແຜ່ນດິນໄຫວຄວາມແຮງ 7.7 ຣິກເຕີ, ເມື່ອວັນທີ 28 ມີນາ 2025 ຄວາມຮຸນແຮງຂອງແຜ່ນດິນໄຫວໄດ້ສົ່ງຜົນໃຫ້ບ້ານເມືອງໃນຫຼາຍພື້ນທີ່ຂອງມຽນມາໄດ້ຮັບຜົນກະທົບຢ່າງໜັກ ໂດຍສະເພາະນະຄອນຫຼວງເນປີດໍ, ເມືອງມັນທະເບ, ພູມິພາກຊະໄກ, ພະໂຄ, ມາເກວ ລວມເຖິງລັດສານ, ເຊິ່ງຖືວ່າເປັນພື້ນທີ່ທີ່ໄດ້ຮັບຜົນກະທົບໜັກສຸກຈາກໄພພິບັດຄັ້ງນີ້.

ປັດຈຸບັນ, ມີຍອດຜູ້ເສຍຊີວິດຈາກແຜ່ນດິນໄຫວຄັ້ງນີ້ເພິ່ມຂຶ້ນເປັນ 1,700 ຄົນ, ບາດເຈັບກວ່າ 3,400 ຄົນ ແລະ ຍັງມີຜູ້ສູນຫາຍອີກ 300 ຄົນ.

ຢ່າງໃດກໍຕາມ, ຫຼາຍປະເທດກໍໄດ້ເຂົ້າໃຫ້ການຊ່ວຍເຫຼືອໂດຍການສົ່ງ ນາຍທະຫານ, ທີມກູ້ໄພ, ທີມໝາກູ້ໄພ, ເຄື່ອງບັນເທົາທຸກ ພ້ອມທັງເງິນເພື່ອປະກອບສ່ວນຊ່ວຍເຫຼືອໄພພິບັດຄັ້ງນີ້, ເຊິ່ງມີທີມຊ່ວຍເຫຼືອຈາກຫຼາຍປະເທດຄື: ທະຫານມາເລເຊຍ 50 ຄົນ, ໄທ 55 ຄົນ, ຫວຽດນາມ 106 ຄົນ, ຣັດເຊຍ 120 ຄົນ , ສິງກະໂປ 80 ຄົນ, ຈີນ ແລະ ອິນເດຍ.

ແຫຼ່ງຂ່າວ: ໄທ ພີບີເອັສ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...