spot_img
Homeຂ່າວຕ່າງປະເທດເກົາຫຼີໃຕ້ປະເຊີນກັບໄຟປ່າຄັ້ງທີ່ຮ້າຍແຮງທີ່ສຸດ ຫຼ້າສຸດເສຍຊີວິດແລ້ວ 24 ຄົນ

ເກົາຫຼີໃຕ້ປະເຊີນກັບໄຟປ່າຄັ້ງທີ່ຮ້າຍແຮງທີ່ສຸດ ຫຼ້າສຸດເສຍຊີວິດແລ້ວ 24 ຄົນ

Published on

ສະຖານະການໄຟປ່າທາງພາກຕາເວັນອອກສຽງໃຕ້ ລຸກລາມຢ່າງໄວວາ ຫຼ້າສຸດເສຍຊີວິດທັງໝົດ 24 ຄົນ ແລະ ບາດເຈັບອີກຫຼາຍຄົນ.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 27 ມີນາ 2025 ກ່ຽວກັບສະຖານະການໄຟປ່າຄັ້ງຮ້າຍແຮງທີ່ສຸດໃນພາກຕາເວັນອອກສຽງໃຕ້ຂອງເກົາຫຼີໃຕ້ ທີ່ຍັງຄົງລຸກລາມເຜົາວັດເກົ່າແກ່ ແລະ ໄໝ້ອາຄານມໍລະດົກໂລກ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 24 ຄົນ ບາດເຈັບ 26 ຄົນ, ເຈັບໜັກ 12 ຄົນ ແລະ ກຳລັງສ້າງຄວາມເສຍຫາຍທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ລວມທັງເຮັດໃຫ້ມໍລະດົກໂລກ 2 ແຫ່ງຕົກຢູ່ໃນຄວາມສ່ຽງ.

ເຫດການໄຟປ່າລຸກລາມໃນຄັ້ງນີ້ເກີດຂຶ້ນຊ່ວງອາທິດທີ່ຜ່ານມາ ເຜົາພຶ້ນທີ່ປ່າທາງຕາເວັນອອກສຽງໃຕ້ຂອງປະເທດ ເຮັດໃຫ້ປະຊາຊົນກວ່າ 27,000 ຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນໃນຂະນະທີ່ເປວໄຟຕັດຂາດຫົນທາງຫຼາຍສາຍ ແລະ ເຜົາເສົາສັນຍານສື່ສານ.

ສຳລັບມໍລະດົກ 2 ແຫ່ງທີ່ຕົກຢູ່ໃນຄວາມສ່ຽງນັ້ນກໍຄື: ໝູ່ບ້ານຊົນພຶ້ນເມືອງ (Hahoe) ໃນເມືອງອັນດົງ ແລະ ໂຮງຮຽນບູຮານ  (Byeongsan Seowon) ກໍຕົກຢູ່ໃນຄວາມສ່ຽງເຊິ່ງທັງ  ສະຖານທີ່ນີ້ເປັນສະຖານທີ່ນັກທ່ອງທ່ຽວຍອດນິຍົມຂອງເກົາຫຼີໃຕ້.

ແຫຼ່ງຂ່າວ: bbc

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...