spot_img
Homeຂ່າວຄວາມສະຫງົບລາວ-ກຳປູເຈຍ ຮ່ວມມືກັນຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບຮອບດ້ານ ໃນປີ 2025

ລາວ-ກຳປູເຈຍ ຮ່ວມມືກັນຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບຮອບດ້ານ ໃນປີ 2025

Published on

ລາວ-ກຳປູເຈຍ ສືບຕໍ່ຮັດແໜ້ນການຮ່ວມມືດ້ານຄວາມສະຫງົບ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ແຫ່ງ ຣາຊະອານາຈັກກຳປູເຈຍ ນໍາໂດຍ ທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງພາຍໃນ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ໃນລະ ຫວ່າງວັນທີ 23-26 ມີນາ 2025; ພ້ອມທັງເຂົ້າຮ່ວມກອງປະຊຸມ ວ່າດ້ວຍການຮ່ວມມືສອງຝ່າຍ ປະຈຳປີ 2025 ລະຫວ່າງ ກະຊວງປ້ອງກັນຄວາມ ສະຫງົບ ລາວ ແລະ ກະຊວງພາຍໃນກໍາປູເຈຍ ທີ່ຈັດຂຶ້ນໃນວັນທີ 25 ມີນາ ນີ້ ເຊິ່ງພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນທີ່ກະຊວງປ້ອງກັນຄວາມສະຫງົບ ໂດຍການຕ້ອນຮັບຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມ ສະຫງົບ ລາວ.

ໃນກອງປະຊຸມ, ທັງສອງຝ່າຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຮ່ວມມືທີ່ດີ ລະຫວ່າງ ເຈົ້າໜ້າທີ່ ທີ່ກ່ຽວ ຂ້ອງໃນທຸກລະດັບ ເວົ້າລວມ, ເວົ້າສະເພາະແມ່ນການປະສານສົມທົບຈັດຕັ້ງປະຕິບັດແຜນການຮ່ວມມືປະຈຳປີ 2024 ທີ່ຜ່ານມາ, ການແລກປ່ຽນບົດຮຽນຂອງຄະນະຜູ້ແທນກົມກອງວິຊາສະເພາະ ໃນຂົງເຂດວຽກງານຕໍາຫຼວດ ກວດຄົນເຂົ້າ-ອອກເມືອງ,ການຮ່ວມມືຊ່ວຍເຫຼືອພົນລະເມືອງກຳປູເຈຍ ທີ່ຖືກຫຼອກລວງເຂົ້າໄປເຮັດວຽກ ຢູ່ເຂດເສດຖະກິດພິເສດສາມລ່ຽມຄໍາ ແຂວງບໍ່ແກ້ວ ຈໍານວນ 16 ຄົນ.

ນອກຈາກນີ້, ຍັງໄດ້ຮ່ວມກັນພິຈາລະນາ ແລະ ຕົກລົງເປັນເອກະພາບກັນຮັບຮອງເອົາແຜນການຕ່າງໆ ທີ່ທັງສອງກະຊວງຈະສືບຕໍ່ຮ່ວມມືກັນຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບຮອບດ້ານ ໃນປີ 2025 ດັ່ງນີ້:

1. ສືບຕໍ່ຮ່ວມມື ສະກັດກັ້ນທຸກການເຄື່ອນໄຫວຂອງພວກຄົນບໍ່ດີ ທີ່ຫວັງທໍາລາຍມ້າງເພລະບອບການເມືອງຂອງສອງປະເທດ ລາວ- ກຳປູເຈຍ, ບໍ່ໃຫ້ພວກຄົນບໍ່ດີ ນໍາໃຊ້ດິນແດນຂອງປະເທດໜຶ່ງ ເພື່ອໄປກໍ່ຄວາມສະຫງົບຢູ່ອີກປະເທດໜຶ່ງ;

2. ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ທີ່ພົວພັນເຖິງຄວາມບໍ່ສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຕາມບໍລິເວນຊາຍແດນ ເປັນຕົ້ນແມ່ນຂໍ້ມູນທີ່ພົວພັນເຖິງການຄ້າຂາຍຢາເສບຕິດ, ການຄ້າຂາຍອາວຸດເສິກ, ການຄ້າມະນຸດ, ການລັກລອບຄ້າຂາຍເຖື່ອນ, ການລັກລອບຕັດ- ຂົນສົ່ງໄມ້ເຖື່ອນ ລວມທັງການເຄື່ອນໄຫວຜິດກົດໝາຍອື່ນໆ;

3. ສືບຕໍ່ເອົາໃຈໃສ່ພ້ອມກັນສຶກສາອົບຮົມພະນັກ ງານ, ກໍາລັງປະກອບອາວຸດ ແລະ ປະຊາຊົນ ທີ່ດຳລົງຊີວິດຢູ່ບໍລິເວນຊາຍແດນ ລາວ-ກຳປູເຈຍ ໃຫ້ຮັບຮູ້ເຂົ້າ ໃຈ,ປະຕິບັດກົດໝາຍ ແລະ ລະບຽບການ ເຂົ້າ-ອອກປະເທດ ຢ່າງຖືກຕ້ອງ, ພ້ອມກັນແກ້ໄຂບັນຫາທີ່ເກີດຂຶ້ນຕາມຊາຍແດນດ້ວຍສັນຕິວິທີ, ສອດຄ່ອງກັບລະບຽບຫຼັກການສາກົນ ແລະ ກົດໝາຍພາຍໃນ ຂອງແຕ່ລະປະເທດ;

4. ສືບຕໍ່ແລກປ່ຽນການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນ ລະຫວ່າງ ກົມກອງວິຊາສະເພາະຂອງສອງກະຊວງ ທີ່ເຫັນວ່າມີຄວາມຈຳເປັນ ເພື່ອແລກປ່ຽນຖອດຖອນບົດຮຽນ ນໍາກັນຕາມບົດບັນທຶກຮ່ວມມືທີ່ສອງກະຊວງລົງນາມຮ່ວມກັນ ໃນປີນີ້;

5. ຊຸກຍູ້ເຈົ້າໜ້າທີ່ຮັບຜິດຊອບວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານຢາເສບຕິດຂອງສອງຝ່າຍ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ ໃຫ້ມີການພົບປະປຶກສາຫາລື ແລະ ແລກປ່ຽນຂໍ້ມູນຂ່າວສານດ້ານຢາເສບຕິດນໍາກັນ ໃຫ້ເປັນປົກກະຕິ ທັງນີ້ກໍເພື່ອສະກັດກັ້ນ ແລະ ຕ້ານການຄ້າຂາຍຢາເສບຕິດຕາມບໍລິເວນຊາຍແດນໃຫ້ໝົດໄປເທື່ອລະກ້າວ;

6. ຊຸກຍູ້ໃຫ້ມີການຮ່ວມມືແລກປ່ຽນບົດຮຽນ,ປະສົບການ,ຂໍ້ມູນ ແລະ ສະພາບການເຄື່ອນໄຫວ ທີ່ພົວພັນເຖິງການຫຼິ້ນການພະນັນອອນລາຍ, ການສໍ້ໂກງທາງໂທລະຄົມ ແລະ ການກະທຳຜິດທາງອິນເຕີເນັດອື່ນໆ ຢູ່ສອງປະເທດ;

7. ຊຸກຍູ້ການຈັດຕັ້ງປະຕິບັດການໂອນຕົວຜູ້ຖືກຕັດສິນລົງໂທດ ຕາມການຕົກລົງເຫັນດີຂອງລັດຖະບານຂອງທັງສອງປະເທດ ໂດຍໃຫ້ມີການປຶກສາຫາລືວຽກງານ ແລະ ວິທີການລະອຽດ ກ່ຽວກັບວຽກງານດັ່ງກ່າວ;

8. ຊຸກຍູ້ເຈົ້າໜ້າທີ່ຂັ້ນຂອງເມືອງ, ແຂວງ ແລະ ດ່ານຂອງສອງປະເທດ ໃຫ້ມີການພົບປະປຶກສາຫາລີ ເພື່ອແລກປ່ຽນສະພາບການຕ່າງໆນໍາກັນ, ພ້ອມກັນສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຕາມບໍລິເວນຊາຍ ແດນ ຂອງສອງປະເທດ ໃຫ້ທັນການ.

ໂອກາດດຽວກັນນີ້, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ແຫ່ງ ສປປ ລາວ ແລະ ທ່ານ ອະພິສັນຕິບັນດິດ ຊໍ່ ສົກຂາ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງພາຍໃນ ແຫ່ງ ຣາຊະອານາຈັກກໍາປູເຈຍ ກໍໄດ້ລົງນາມໃນບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງ ກະຊວງປ້ອງກັນຄວາມສະ ຫງົບ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ກະຊວງພາຍໃນ ແຫ່ງ ຣາຊະອານາຈັກກໍາປູເຈຍ ປະຈໍາປີ 2025 ເພື່ອເປັນບ່ອນອີງໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງກະຊວງ ຮ່ວມມືກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດຕາມຄາດໝາຍ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...