spot_img
Homeຂ່າວຕ່າງປະເທດລາວ ເປັນ 1 ໃນປະເທດ ທີ່ຈະຖືກຈຳກັດວີຊາ ຈາກສະຫະລັດອາເມລິກາ

ລາວ ເປັນ 1 ໃນປະເທດ ທີ່ຈະຖືກຈຳກັດວີຊາ ຈາກສະຫະລັດອາເມລິກາ

Published on

ສະຫະລັດກຽມຂະຫຍາຍມາດຕະການຈຳກັດວີຊາກວມ 41 ປະເທດທົ່ວໂລກ

ອີງຕາມສຳນັກຂ່າວ ຮອຍເຕີ ລາຍງານໃນວັນທີ 16 ມີນາ 2025 ຜ່ານມານີ້ວ່າ: ລັດຖະບານຂອງທ່ານ ໂດນັລ ທຣັມ, ປະທານາທິບໍດີ ຂອງສະຫະລັດອາເມລິກາ ກຳລັງພິຈາລະນາ ການຂະຫຍາຍມາດຕະການຈຳກັດການເດີນທາງ ຂອງພົນລະເມືອງຈາກບັນດາ 41 ປະເທດໃນທົ່ວໂລກ, ໂດຍແບ່ງອອກເປັນ 3 ກຸ່ມຄື:

ກຸ່ມທີ 1 ທີ່ຈະຖືກລະງັບວີຊາ ມີທັງໝົດ 10 ປະເທດລວມເຖິງ: ອັບການິສສະຖານ, ອີຣ່ານ, ຊີເຣຍ, ຄິວບາ ແລະ ເກົາຫຼີເໜືອ.

ກຸ່ມທີ 2 ຈະຖືກລະງັບວີຊາບາງປະເພດ ເຊັ່ນ: ວີຊານັກທ່ອງທ່ຽວ, ວິຊານັກສຶກສາ ແລະ ວີຊາຜູ້ອົບພະຍົບບາງສ່ວນ ແຕ່ຍັງມີຂໍ້ຍົກເວັ້ນບາງກໍລະນີ ເຊິ່ງປະກອບມີ 5 ປະເທດ ຄື: ເອທຣິເຣຍ, ເຮຕິ, ລາວ, ມຽນມາ ແລະ ຊູດານໃຕ້.

ກຸ່ມທີ 3 ຈະຖືກລະງັບການອອກວິຊາສະຫະລັດບາງສ່ວນ ຫາກລັດຖະບານຂອງປະເທດເຫຼົ່ານັ້ນ ບໍ່ດຳເນີນການແກ້ໄຂຂໍ້ບົກຜ່ອງພາຍໃນ 60 ວັນ ເຊິ່ງປະກອບມີ 26 ປະເທດ ລວມມີ: ເບລາຣຸດ, ປາກີສະຖານ ແລະ ເຕີກເມນີສະຖານ.

ເຊິ່ງທທ່ານ ໂດນັລ ທຣັມ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມຄວາມເຂັ້ມງວດໃນການກວດຄົນເຂົ້າເມືອງ. ກ່ອນໜ້ານີ້, ໃນເດືອນຕຸລາ 2023, ກໍເຄີຍໄດ້ປະກາດແຜນການຈຳກັດ ການເດີນທາງຈາກບັນດາປະເທດທີ່ເປັນໄພຕໍ່ຄວາມໝັ້ນຄົງຂອງ ສະຫະລັດອາເມລິກາ. ໃນຂະນະນີ້, ກະຊວງການຕ່າງປະເທດ ຍັງບໍ່ມີຄວາມເຫັນຕໍ່ມາດຕະການໃນຄັ້ງນີ້.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...