spot_img
Homeຂ່າວພາຍ​ໃນທ່ານ ນາຍົກລັດຖະມົນຕີຕິດຕາມຊຸກຍູ້ວຽກງານຢູ່ເມືອງຊານໄຊ

ທ່ານ ນາຍົກລັດຖະມົນຕີຕິດຕາມຊຸກຍູ້ວຽກງານຢູ່ເມືອງຊານໄຊ

Published on

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕິດຕາມຊຸກຍູ້ວຽກງານຢູ່ເມືອງຊານໄຊ.

ໃນວັນທີ 11 ມີນາ 2025 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານການພັດທະນາເສດຖະກິດສັງຄົມ ຢູ່ເມືອງຊານໄຊ, ແຂວງອັດຕະປື; ໂດຍມີທ່ານ ພົນໂທ ວັນທອງ ກອງມະນີ, ເຈົ້າແຂວງໆອັດຕະປື ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງຊານໄຊ, ບ້ານ, ໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມ ຮັບຟັງການພົບປະໂອ້ລົມ.

ໂອກາດນີ້ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ວຽກງານຈຸດສຸມ ບາງດ້ານ ເປັນຕົ້ນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະບັນຫາຢາເສບຕິດ, ຂີ້ລັກງັດແງະ, ລັກຕັດໄມ້-ຈູດປ່າ, ການໂຄສະນາຊວນເຊື່ອໃນທາງທີ່ບໍ່ຖືກຕ້ອງ; ເອົາໃຈໃສ່ປົກປັກຮັກສາແຫຼ່ງນໍ້າທຳມະຊາດ ໃຫ້ມີຄວາມສະອາດ, ປອດໄພ ແລະ ຍືນຍົງ ໄປຄຽງຄູ່ກັບການປົກປັກຮັກສາປ່າໄມ້ ໂດຍຫຼີກລ່ຽງການຖາງປ່າເຮັດໄຮ່ແບບເລື່ອນລອຍ, ຈູດປ່າ, ນຳໃຊ້ສານເຄມີ ແລະ ອື່ນໆ ທີ່ເປັນການທຳລາຍທຳມະຊາດ ແລະ ສົ່ງຜົນກະທົບຕໍ່ສິ່ງມີຊີວິດ; ຈັດຕັ້ງການປູກ-ການລ້ຽງ ທີ່ທ້ອງ ຖິ່ນມີທ່າແຮງ ແລະ ເປັນເສດຖະກິດຢ່າງເປັນລະບົບ; ໃຫ້ການຮ່ວມມື, ເຂົ້າຮ່ວມຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາບ້ານຊ່ອງ ກໍ່ຄືການປັບປຸງຊີວິດການເປັນຢູ່ຂອງຄອບຄົວ ໃຫ້ນັບມື້ດີຂຶ້ນ. ນອກນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ມອບເຂົ້າສານ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ງົບ ປະມານຈຳນວນໜຶ່ງ ໃຫ້ກຸ່ມບ້ານດັ່ງກ່າວ ເພື່ອເປັນປະກອບເຂົ້າໃນການພັດທະນາກຸ່ມບ້ານ, ທັງໄດ້ມອບເຄື່ອງນຸ່ງ ແລະ ອຸປະກອນການຮຽນໃຫ້ນັກຮຽນຕື່ມອີກ.

ໃນວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ສືບຕໍ່ໄປຢ້ຽມຢາມ ແລະ ຕິດຕາມກວດເບິ່ງການປະຕິບັດໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ຂອງບໍລິສັດ ວັງຕັດ ມາຍນິງກຼຸບ,ຢ້ຽມ ຢາມ ແລະ ພົບປະໂອ້ລົມປະຊາຊົນເຂດຈຸດສຸມກຸ່ມບ້ານວັງຕັດຕື່ມອີກ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...