spot_img
Homeຂ່າວຕ່າງປະເທດເຫດເຮືອບິນນ້ອຍຕົກລົງ ຢູ່ບໍລິເວນເດີ່ນຈອດລົດໃກ້ບ້ານພັກຜູ້ສູງອາຍຸ ໃນລັດເພນຊິເວເນຍ

ເຫດເຮືອບິນນ້ອຍຕົກລົງ ຢູ່ບໍລິເວນເດີ່ນຈອດລົດໃກ້ບ້ານພັກຜູ້ສູງອາຍຸ ໃນລັດເພນຊິເວເນຍ

Published on

ລະທຶກ! ເຫດເຮືອບິນນ້ອຍ ຕົກຢູ່ເດີ່ນຈອດລົດໃຫ້ກັບບ້ານພັກຄົນສູງອາຍຸ ໃນສະຫະລັດ

ສຳນັກຂ່າວຕ່າງປະເດທລາຍງານໃນວັນທີ 10 ມີນາ 2025 ຜ່ານມາ, ເກີດເຫດເຮືອບິນນ້ອຍຕົກລົງ ຢູ່ບໍລິເວນເດີ່ນຈອດລົດໃກ້ບ້ານພັກຜູ້ສູງອາຍຸ ໃນລັດເພນຊິເວເນຍ ຂອງສະຫະລັດ.

ຕາມການລາຍງານລະບຸວ່າ: ເຫດເກີດເມື່ອວັນທີ 9 ມີນາ 2025 ເວລາປະມານ 15:00 ໂມງຕາມເວລາທ້ອງຖິ່ນ ເຊິ່ງມີຜູ້ໂດຍສານທັງໝົດ 5 ຄົນ ຂະນະທີ່ລົດໃຫຍ່ໄດ້ຮັບຄວາມເສຍຫາຍຫຼາຍສິບຄັນ.

ຫົວໜ້າໜ່ວຍດັບເພີງ ເປີດເຜີຍວ່າ: ເຮືອບິນນ້ອຍມີຜູ້ໂດຍສານທັງໝົດ 5 ຄົນ ແລະ ໄດ້ນຳສົ່ງໂຮງໝໍເປັນທີ່ຮຽບຮ້ອຍ ໂຊກດີບໍ່ມີລາຍງານການບາດເຈັບ ຫຼື ເສຍຊີວິດຂອງຄົນໃນພຶ້ນທີ່.

ຜູ້ເຫັນເຫດການເລົ່າວ່າ: ໄດ້ສັງເກດເຫັນເຮືອບິນລຳດັ່ງກ່າວບິນໄຕ່ລະດັບຂຶ້ນກ່ອນທີ່ຈະບ່ຽງໄປທາງຊ້າຍຢ່າງກະທັນຫັນ ແລະ ຕົກລົງມາ ຈາກນັ້ນຈຶ່ງເກີດໄຟລຸກ. ສຳລັບເຮືອບິນລຳນີ້ມີກຳນົດການອອກເດີນທາງ ຈາກສະໜາມບິນແລນຄາສເຕີ ເຊິ່ງຢູ່ທາງເໜືອຂອງຈຸດທີ່ເກີດເຫດ ກຳລັງມຸ່ງໜ້າໄປເມືອງສະປິງຟິວ ລັດໂອໄຮໂອ.

ແຫຼ່ງຂ່າວ: thai pbs

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...