spot_img
Homeຂ່າວການຊ່ວຍເຫຼືອນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ເຄື່ອນໄຫວເຮັດວຽກ ຢູ່ເມືອງດາກຈຶງ

ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ເຄື່ອນໄຫວເຮັດວຽກ ຢູ່ເມືອງດາກຈຶງ

Published on

ນາຍົກລັດຖະມົນຕີ ຊຸກຍູ້ວຽກງານຢູ່ເມືອງດາກຈຶງ

ໃນວັນທີ 10 ມີນາ 2025 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ຊຸກຍູ້ວຽກງານ ຢູ່ເມືອງດາກຈຶງ, ແຂວງເຊກອງ ໂດຍສະເພາະ ຢູ່ດ່ານສາກົນດາກຕະອອກ (ດ່ານຊາຍແດນ ລາວ-ຫວຽດນາມ)ແລະ ເຂດຈຸດສຸມພັດທະນາບ້ານດາກມວນ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ, ເຈົ້າແຂວງໆເຊກອງ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງດາກຈຶງ, ບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ເຄື່ອນໄຫວເຮັດວຽກຮ່ວມ.

ຄະນະຄຸ້ມຄອງດ່ານສາກົນດາກຕະອອກ ໄດ້ລາຍງານໃຫ້ຮູ້ ກ່ຽວກັບສະພາບການເຄື່ອນໄຫວວຽກງານພາຍໃນດ່ານ ເຫັນວ່າ: ໃນປີ 2024 ມີພາຫະນະເຂົ້າຜ່ານດ່ານ 56,424 ເທື່ອຄັນ, ພາຫະນະອອກຜ່ານດ່ານ 52,399 ເທື່ອຄັນ; ມີຄົນອອກເມືອງ 74,677 ເທື່ອຄົນ, ມີຄົນເຂົ້າເມືອງ 80,014 ເທື່ອຄົນ; ສິນຄ້າສົ່ງອອກ ມີແປ້ງມັນຕົ້ນ 31,734 ໂຕນ, ມັນຕົ້ນແຫ້ງ 3,290 ໂຕນ, ແຮ່ບົກຊິດ ແລະ ກາເຟ ຈໍານວນໜຶ່ງ; ສິນຄ້ານໍາເຂົ້າ ມີເຄື່ອງອຸປະໂພກ-ບໍລິໂພກ, ວັດຖຸອຸປະກອນ, ກົນຈັກຮັບໃຊ້ໂຄງການກໍ່ສ້າງພື້ນຖານໂຄງລ່າງ ແລະ ອື່ນໆ; ການເກັບລາຍຮັບ ປະຕິບັດໄດ້ 126,93 ຕື້ກີບ (ລື່ນແຜນການ 69%).

ສໍາລັບສະພາບການພັດທະນາ ຢູ່ເຂດຈຸດສຸມພັດທະນາບ້ານດາກມວນ,ທ່ານ ສີນ້ອຍ ສອນຈະເລີນ, ປະທານກວດກາພັກ-ລັດເມືອງດາກຈຶງ ໄດ້ລາຍງານໃຫ້ຮູ້ວ່າ: ເຂດບ້ານຈຸດສຸມດັ່ງກ່າວ ປະກອບມີ 3 ບ້ານຂຶ້ນກັບ ຄື: ບ້ານດາກມວນ,ບ້ານດາກຕະອອກນ້ອຍ, ບ້ານງອນດອນ; ມີເນື້ອທີ່ທັງໝົດ 7,976 ເຮັກຕາ, ເນື້ອທີ່ສ່ວນໃຫຍ່ເປັນເຂດພູດອຍ-ພູສູງກວມ95%, ມີສະພາບອາກາດໜາວເຢັນ ແລະ ຝົນຕົກເກືອບຕະຫຼອດປີ; ມີ260 ຄອບຄົວ ( ຄອບຄົວພົ້ນທຸກ ກວມ 51%), ມີພົນລະເມືອງທັງໝົດ 1,253 ຄົນ, ຍິງ 661ຄົນ, ມີ 4 ຊົນເຜົ່າ ຄື: ເຜົ່າຕຣຽງ, ເຜົ່າກະຕູ, ເຜົ່າແຢະແລະເຜົ່າລາວ; ມີໂຮງຮຽນປະຖົມສົມບູນ 3 ແຫ່ງ, ສຸກສະລາບໍລິການຊຸມຊົນ 1 ແຫ່ງ, ຫໍວັດທະນະທໍາ 3 ຫຼັງ;ອາຊີບຫຼັກຂອງປະຊາຊົນ ແມ່ນປູກຝັງ ແລະ ລ້ຽງສັດ ເຊິ່ງມີງົວ 200 ກວ່າໂຕ, ຄວາຍ 170 ກວ່າໂຕ, ໝູ 100 ກວ່າໂຕ, ແບ້ 90 ກວ່າໂຕ, ສັດປີກ 300 ກວ່າໂຕ, ໜອງປາ 31 ໜອງ, ມີປາ 10,000 ກວ່າໂຕ.

ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ຄະນະຄຸ້ມຄອງດ່ານ ແລະ ຄະນະຮັບຜິດຊອບພັດທະນາເຂດຈຸດສຸມບ້ານດາກມວນ ໂດຍໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສຳເລັດອັນພົ້ນເດັ່ນ ທີ່ສອງພາກສ່ວນດັ່ງກ່າວ ສາມາດປະຕິບັດໄດ້ໃນໄລຍະທີ່ຜ່ານມາ; ໄດ້ຍົກໃຫ້ເຫັນ ຜົນສຳເລັດອັນພົ້ນເດັ່ນ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງເສດຖະກິດ-ການເງິນ ຂອງລັດຖະບານ ເຊິ່ງປະຈຸບັນ ການແກ້ໄຂບັນຫາດັ່ງກ່າວ ໄດ້ມີທ່າອ່ຽງດີຂຶ້ນເປັນກ້າວໆ, ລວມທັງ ຄວາມໝາຍຄວາມສຳຄັນ ຂອງການສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດ ໃນປີ 2025 ໂດຍສະເພາະ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ. ອັນສຳຄັນ, ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ໃນຕໍ່ໜ້າຕື່ມບາງດ້ານ ເປັນຕົ້ນ ຕໍ່ການຄຸ້ມຄອງ ແລະ ບໍລິການຜ່ານດ່ານສາກົນດາກຕະອອກ: ໃຫ້ເອົາໃຈໃສ່ກວດກາການເຂົ້າ-ອອກ ຂອງພາຫະນະ ແລະ ຜູ້ເຂົ້າ-ອອກເມືອງ ຢ່າງເຄັ່ງຄັດ ບົນພື້ນຖານການບໍລິການຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ ແລະ ສະດວກ-ວ່ອງໄວ; ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ໃນການຄົ້ນຄວ້າສ້າງແຜນພັດທະນາໂຄງລ່າງພື້ນຖານການບໍລິການດ້ານຕ່າງໆ ທີ່ຕິດພັນກັບດ່ານ ເພື່ອສະເໜີຂັ້ນເທິງພິຈາລະນາ ໃນຂັ້ນຕໍ່ໄປໂດຍໄວ.

ແຫຼ່ງຂ່າວ: LNR

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...