spot_img
Homeຂ່າວພາຍ​ໃນເພື່ອຫຼຸດຜ່ອນພາວະຂາດສານອາຫານໃນ ສປປ ລາວ

ເພື່ອຫຼຸດຜ່ອນພາວະຂາດສານອາຫານໃນ ສປປ ລາວ

Published on

ການເສີມວິຕາມິນ ແລະ ແຮ່ທາດ ໃສ່ໃນເຂົ້າ ແມ່ນຊ່ວຍຫຼຸດຜ່ອນພາວະຂາດສານອາຫານໃນ ສປປ ລາວ

ນະຄອນຫຼວງວຽງຈັນ, ວັນທີ 6 ເດືອນມີນາ 2025 – ມື້ນີ້, ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ໄດ້ລົງນາມໃນໂຄງການເສີມວິຕາມິນ ແລະ ແຮ່ທາດ ໃສ່ໃນເຂົ້າ ເພື່ອແນ່ໃສ່ການສ້າງຄວາມເຂັ້ມແຂງຂະໜາດໃຫຍ່ໃນ ສປປ ລາວ ກ່ຽວກັບການເສີມຈຸນລະສານອາຫານ ໃສ່ໃນເຂົ້າ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານປະເທດອິນເດຍ.

ເຂົ້າເຊີ່ງເປັນອາຫານຫຼັກຂອງ ສປປ ລາວ, ອາດສາມາດກາຍເປັນຕົວຊ່ວຍອັນສໍາຄັນໃນການຕໍ່ສູ້ ກັບພາວະການຂາດສານອາຫານ. ການຂາດຈຸລະສານອາຫານ, ເຊີ່ງເອີ້ນວ່າຄວາມອຶດຫິວທີ່ເຊື່ອງຊ້ອນ, ສາເຫດມາຈາກການຂາດວິຕາມິນ ແລະ ແຮ່ທາດທີ່ຈຳເປັນ, ສົ່ງຜົນໃຫ້ເກີດມີການຖ່ວງດຶງການຈະເລີນເຕີບໂຕ ແລະ ການພັດທະນາໃນ ສປປ ລາວ. ໃນນັ້ນ,ມີປະມານ 44% ຂອງເດັກນ້ອຍອາຍຸຕໍ່າກວ່າ 5 ປີ, 40% ຂອງແມ່ຍິງໄວຈະເລີນພັນ ແມ່ນໄດ້ຮັບຜົນກະທົບຈາກພະຍາດເລືອດຈາງ ເນື່ອງຈາກການຂາດທາດເຫຼັກ, ນໍາໄປສູ່ບັນຫາສຸຂະພາບທີ່ຮ້າຍແຮງ ແລະ ຊໍ້າເຮື້ອ.

ໂຄງການທີ່ໄດ້ຕົກລົງຮ່ວມກັນໃນມື້ນີ້, ຊື່ວ່າ “ການສ້າງຄວາມເຂັ້ມແຂງຂະໜາດໃຫຍ່ໃນສປປລາວ ໃນການເສີມວິຕາມິນ ແລະ ແຮ່ທາດໃສ່ໃນເຂົ້າ: ການລົງທຶນໃນການເສີມວິຕາມິນ ແລະ ແຮ່ທາດ ໃສ່ໃນເຂົ້າ” ຈະຖືກຈັດຕັ້ງປະຕິບັດໃນສອງປີຂ້າງໜ້າ. ໂຄງການນີ້ມີຈຸດປະສົງເພື່ອປັບປຸງຄຸນນະພາບເຂົ້າ ໂດຍການເພີ່ມວິຕາມິນ ແລະ ແຮ່ທາດທີ່ຈໍາເປັນ. ການເພີ່ມສານອາຫານແມ່ນເປັນແນວທາງທີມີປະສິດທິພາບ ແລະ ຄຸ້ມຄ່າທີ່ສຸດ ຕໍ່ດ້ານສາທາລະນະສຸກ ໃນການຫຼຸດຜ່ອນການຂາດສານອາຫານໃນລະດັບໃຫ່ຍ.

ພະນະທ່ານ ອາພອນ ວິຊາເທບ, ຮອງລັດຖະມົນຕີກະຊວງສາທາລະນະສຸກກ່າວວ່າ: ‘’ການເສີມວິຕາມິນ ແລະ ແຮ່ທາດ ບໍ່ແມ່ນວາລະທີ່ໃໝ່ຂອງ ສປປ ລາວ. ນັບຕັ້ງແຕ່ປີ 1995 ເປັນຕົ້ນມາ, ກະຊວງສາທາລະນະສຸກຂອງພວກເຮົາໄດ້ກໍານົດມາດຕະຖານການຜະລິດ ແລະ ການນໍາເຂົ້າຂອງເກືອໄອໂອດີນໃນລາວ ໂດຍກໍານົດໃຫ້ການເສີມໄອໂອດີນໃນເກືອກາຍເປັນຂໍ້ບັງຄັບ. ເຂົ້າໜຽວ ເຊິ່ງເປັນອົງປະກອບທີ່ສຳຄັນທີ່ສຸດຂອງວັດທະນະທຳອາຫານປະຈຳຊາດເຮົາ, ເປັນແຫຼ່ງພະລັງງານທີ່ດີ, ແຕ່ບໍ່ໄດ້ບັນຈຸສານອາຫານທີ່ເປັນປະໂຫຍດເຊັ່ນ: ວິຕາມິນ A, B, ທາດເຫຼັກ ແລະ ສັງກະສີ ເຊິ່ງປະຊາຊົນລາວໂດຍທົ່ວໄປ ແມ່ນຂາດແຄນອາຫານປະເພດນີ້. ການເພີ່ມຈຸລະສານອາຫານ ດັ່ງກ່າວເປັນໂອກາດໃນການຕໍ່ສູ້ກັບພາວະຂາດສານອາຫານຂອງພວກເຮົາ”

ລັດຖະບານປະເທດອິນເດຍ ໄດ້ໃຫ້ການສະໜັບສະໜູນກິດຈະກໍາດັ່ງກ່າວ ເປັນຈໍານວນເງີນປະມານ 1 ລ້ານໂດລາ ສະຫະລັດ ໃນໄລຍະ 2 ປີ ໂດຍຜ່ານກອງທຶນຄູ່ຮ່ວມພັດທະນາກັບລັດຖະບານອິນເດຍ ແລະ ສະຫະປະຊາຊາດ. ພະນະທ່ານ ທ່ານ ໂຍເກສວາ ສັງວານ, ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ກ່າວວ່າ: “ການ​ລົງທຶນດ້ານການເສີມຈຸນລະສານອານຫານ​ຂອງປະເທດ​ອິນ​ເດຍ​​​ ໄດ້​ຮັບ​ຜົນສຳ​ເລັດ​ລະດັບ​ຊາດ ໂດຍ 400 ລ້ານ​ຄົນ​ໃນ​ອິນ​ເດຍ ສາມາດເຂົ້າເຖີງ​ເຂົ້າທີ່ມີການເສີມຈຸນລະສານອາຫານ ​ເພື່ອ​ແກ້ໄຂການ​ຂາດ​ສານ​ອາຫານ. ອິນເດຍມີຄວາມພູມໃຈທີ່ຈະໄດ້ແບ່ງປັນຄວາມຮູ້ ແລະ ປະສົບການດ້ານການເສີມວິຕາມິນ ແລະ ແຮ່ທາດໃສ່ເຂົ້າ ໃຫ້ກັບ ສປປ ລາວ. ການຮ່ວມມືນີ້ສະແດງໃຫ້ເຫັນເຖິງການສ້າງສາຍສໍາພັນທີ່ເຂັ້ມແຂງຂອງສອງຝ່າຍ ແລະ ຄວາມມຸ່ງໝັ້ນຂອງພວກເຮົາໃນການສະໜັບສະໜູນການພັດທະນາແບບຍືນຍົງໃນພາກພື້ນ.”

ທ່ານ ບັກໂຮເດຍ ເບີຄະນອ໋ຟ, ຜູ້ປະສານງານອົງການສະຫະປະຊາຊາດປະຈໍາ ສປປ ລາວ ກ່າວວ່າ: “ ອົງການສະຫະປະຊາຊາດ ມີບົດບາດສຳຄັນໃນການເປັນພັນທະມິດກັບລັດຖະບານໃນທົ່ວໂລກໃນການຫັນປ່ຽນລະບົບສະບຽງອາຫານ ດ້ວຍວິທີການທີ່ມີ

ປະສິດທິພາບ ແລະ ອີງໃສ່ຫຼັກຖານໃນການແກ້ໄຂບັນຫາ. ການເສີມວິຕາມີນ ແລະ ແຮ່ທາດໃສ່ອາຫານຫຼັກ ແມ່ນວີທີການທີ່ມີປະສິດທິພາບ ແລະ ຄຸ້ມຄ່າໃນການລົງທືນ ເປັນການນໍາເອົາຈຸນລະສານອາຫານໃສ່ໃນເຂົ້າ ເພື່ອໃຫ້ຄົນລາວທຸກຄົນໄດ້ບໍລິໂພກ ແລະ ຈະບໍ່ປະຖິ້ມໃຜໄວ້ຂ້າງຫຼັງ. ​ເປັນວີທີ​​ການ​ເລັ່ງດ່ວນໃນການ​ຫຼຸດຜ່ອນພາວະ​ຂາດ​ສານ​ອາ​ຫານ ແລະ ການ​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ພວກເຮົາຂໍຂອບໃຈສໍາລັບການຮ່ວມມືກັບອິນເດຍ ໃນການດຳເນີນການລິເລີ່ມທີ່ສໍາຄັນດັ່ງກ່າວ, ເຊິ່ງເປັນຕົວຢ່າງອັນສໍາຄັນຂອງການຮ່ວມມືທັງສອງຝ່າຍ ”

ນັບ​ແຕ່​ປີ 2013 ​ເປັນ​ຕົ້ນ​ມາ, ອົງການ​ອາຫານ​ໂລກ​ ແຫ່ງ ​​ສະຫະ​ປະຊາ​ຊາດ ໄດ້​ເປັນ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ເສີມວິຕາມິນ ແລະ ແຮ່ທາດໃສ່​ເຂົ້າ. ທ່ານ ມາກ-ອ​ານເດ​ຣ ໂປ​ຣ​ສ, ຜູ້ຕາງໜ້າອົງການອາຫານໂລກ ປະຈໍາ ສປປ ລາວ ກ່າວວ່າ: “ອົງການອາຫານໂລກ ແມ່ນມີຄວາມຊ່ຽວ​ຊານ​ດ້ານເສີມວິຕາມິນ ແລະ ແຮ່ທາດໃສ່ໃນເຂົ້າໃນທົ່ວ​ໂລກ​ ມາເປັນເວລາ 30 ປີ.  ການລົງນາມຮ່ວມກັນໃນມື້ນີ້ ແມ່ນແນ່ໃສ່ການປະຕິບັດບັນດາບາດກ້າວທີ່ໄດ້ວາງໄວ້ໃນແຜນປະຕິບັດງານຍຸດທະສາດ ການເສີມສານອາຫານໃນ ສປປ ລາວ. ຄວາມມຸ້ງໜັ້ນທາງດ້ານການເມືອງທີ່ເຂັ້ມແຂງສົມທົບກັບຄວາມຊ່ຽວຊານຂອງສາທາລະນະລັດອິນເດຍ ແລະ ອົງການອາຫານໂລກ ຈະເປັນການເປີດໂອກາດໃຫ້ພາກລັດ ແລະ ເອກະຊົນ ໄດ້ເສີມສ້າງຂິດຄວາມສາມາດແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃນການເສີມສານອາຫານ ແລະ ປັບປຸງໂພຊະນາການຂອງປະຊາຊົນຫຼາຍລ້ານຄົນໃນປະເທດລາວ”

ກ່ຽວກັບ: ອົງການອາຫານໂລກຂອງສະຫະປະຊາຊາດແມ່ນອົງການມະນຸດສະທໍາທີ່ໃຫຍ່ທີ່ສຸດໃນໂລກ ເຊີ່ງຊ່ວຍຊີວິດຄົນໃນພາວະສຸກເສີນ ແລະ ໃຫ້ການຊ່ວຍເຫຼືອດ້ານສະບຽງອາຫານ ເພື່ອສ້າງເສັ້ນທາງໄປສູ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງສໍາລັບປະຊາຊົນທີ່ຟື້ນຕົວຈາກຄວາມຂັດແຍ້ງ, ໄພພິບັດ ແລະ ຜົນກະທົບຂອງການປ່ຽນແປງດິນຟ້າອາກາດ.

ບົດຄວາມຫຼ້າສຸດ

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ (ຍທຂ) ຊີ້ແຈງສືບຕໍ່ແກ້ໄຂຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນ

ສືບຕໍ່ແກ້ໄຂຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນທີ່ຍັງບໍ່ທັນສໍາເລັດ 16 ໜ້າວຽກ ໃນວາລະການດຳເນີນກອງປະຊຸມໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ...

ແຕ່ງຕັ້ງ ທ່ານ ພອນວິໄລ ແກ້ວບຸນສານ ເປັນຮັກສາການຫົວໜ້າຄະນະຄຸ້ມຄອງດ່ານສາກົນແດນສະຫວັນ.

ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນ ວັນທີ 10 ມີຖຸປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນນາ 2025 ຜ່ານມາ, ດ່ານສາກົນແດນສະຫວັນ ແຂວງສະຫວັນນະເຂດ ໄດ້ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນ,...

ຖວທ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ

ຖວທ ສະຫຼຸບການປະຕິບັດວຽກງານ ແລະ ເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ - ບຸກຄະລາກອນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ ແລະ ບຸກຄະລາກອນ...

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...