spot_img
Homeຂ່າວພະຍາກອນອາກາດພະຍາກອນອາກາດ ປະຈຳວັນທີ 07 ມີນາ 2025 ອຸຕຸຄາດຈະມີຝົນຕົກໂດຍສະເພາະພາກກາງ ແລະ ພາກໃຕ້

ພະຍາກອນອາກາດ ປະຈຳວັນທີ 07 ມີນາ 2025 ອຸຕຸຄາດຈະມີຝົນຕົກໂດຍສະເພາະພາກກາງ ແລະ ພາກໃຕ້

Published on

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 07/03/2025 ຫາ ເວລາ 07 ໂມງ ຂອງວັນທີ 08/03/2025

ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນ ຍັງຈະປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບລົມຕາເວັນ ອອກພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຍັງຈະມີຟ້າຮ້ອງ ຟ້າເຫລື້ອມ ຟ້າຜ່າ ພ້ອມມີລົມພັດ ແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນ ຄວນມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືກັບ ສະພາບອາກາດທີ່ມີການປ່ຽນແປງດັ່ງກ່າວ ໂດຍສະເພາະ ສະພາບຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ໃຫຍ່ ປ້າຍໂຄສະນາ ແລະ ເສົາໄຟຟ້າ ຫັກລົ້ມ, ໃຫ້ຫລີກລ່ຽງການໄປຢູ່ກ້ອງ ຕົ້ນໄມ້ໃຫຍ່ ແລະ ເດີ່ນກາງແຈ້ງທີ່ກວ້າງ ເພື່ອບໍ່ໃຫ້ຖືກຟ້າຜ່າ. ພ້ອມນີ້ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຢ່າງເປັນປະຈໍາ.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມຈະມີຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 10-28 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີ ໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມຈະມີຟ້າຮ້ອງ ຟ້າເຫລື້ອມ ຟ້າຜ່າ ແລະ ຈະມີລົມພັດແຮງ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 11-34 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ຟ້າຜ່າ ໃນລະດັບຄ່ອຍ ຫາ ປານກາງ ພ້ອມລົມພັດ ແຮງຢູ່ບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 23-32 ອົງສາ.

ພາກກາງ: ຈະມີຝົນຕົກໃນລະດັບຄ່ອຍ ຫາ ຕົກປານກາງ ແລະ ຈະມີ ຟ້າຮ້ອງ ຟ້າເຫລື້ອມ ຟ້າຜ່າ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ. ອຸນຫະພູມ ໃນລະຫວ່າງ 20-35 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 12-30 ອົງສາ.

ພາກໃຕ້ ຈະມີຝົນຕົກໃນລະດັບຄ່ອຍ ຫາ ຕົກປານກາງ ແລະ ຈະມີ ຟ້າຮ້ອງ ຟ້າເຫລື້ອມ ຟ້າຜ່າ ພ້ອມມີລົມພັດແຮງຢູ່ບາງທ້ອງ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ ອຸນຫະພູມ ໃນລະຫວ່າງ 21-36 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ມີລົມພັດແຮງເປັນບາງໂອກາດ ຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 15-28 ອົງສາ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...