spot_img
Homeປະຊາສຳພັນໂຮງໝໍເດັກສະມິຕິເວດ ອິນເຕີເນຊັນແນວ ຂະຫຍາຍພື້ນທີ່ບໍລິການປິ່ນປົວສຸຂະພາບເດັກ ໃນພາກພື້ນອາຊີ-ປາຊີຟິກ

ໂຮງໝໍເດັກສະມິຕິເວດ ອິນເຕີເນຊັນແນວ ຂະຫຍາຍພື້ນທີ່ບໍລິການປິ່ນປົວສຸຂະພາບເດັກ ໃນພາກພື້ນອາຊີ-ປາຊີຟິກ

Published on

ໂຮງໝໍເດັກສະມິຕິເວດ ອິນເຕີເນຊັນແນວ ຂະຫຍາຍພື້ນທີ່ບໍລິການປິ່ນປົວສຸຂະພາບເດັກ ໃນພາກພື້ນອາຊີ-ປາຊີຟິກ
ດ້ວຍການລົງທຶນຈໍານວນ 2 ຕື້ບາດ ເພື່ອຍົກລະດັບຄວາມເປັນເລີດດ້ານກຸມມານເວດສາດ ໂດຍອອກແບບພາຍໃຕ້ແນວຄິດ Smart Hospital (ລະບົບໂຮງໝໍອັດສະລິຍະ) ທີ່ທັນສະໄໝ.

ບາງກອກ, ປະເທດໄທ (27 ກຸມພາ 2025) ໂຮງໝໍ ສະມິຕິເວດ, ຜູ້ນໍາດ້ານການປິ່ນປົວເດັກທີ່ມີຊື່ສຽງ ໄດ້ເປີດໂຕໂຮງໝໍເດັກສະມິຕິເວດ ອິນເຕີເນຊັນແນວ ແຫ່ງໃໝ່ທີ່ ໂຮງໝໍ ສະມິຕິເວດ ສຣີນຄຣິນ (Samitivej Srinakarin Hospital). ການຂະຫຍາຍພື້ນທີ່ປິ່ນປົວດ້ວຍມູນຄ່າລົງທຶນກວ່າ 2 ຕື້ບາດ ຈະຊ່ວຍເສີມຂະຫຍາຍຄວາມມຸ່ງໝັ້ນແກ່ໂຮງໝໍ ສະມິຕິເວດ ໃນການເປັນສູນກາງການປິ່ນປົວສຸຂະພາບເດັກລະດັບແຖວໜ້າຂອງອາຊີ-ປາຊີຟິກ, ໂດຍສະໜອງການດູແລສຸຂະພາບສະເພາະ, ການປິ່ນປົວດ້ວຍນະວັດຕະກໍາ ແລະ ການປະສານງານທາງການແພດທີ່ສະດວກສະບາຍ.

ໂຮງໝໍທີ່ໄດ້ຮັບການປັບປຸງແຫ່ງໃໝ່ນີ້ ໃຫ້ບໍລິການຄົນເຈັບ ຈາກໄທ ແລະ ຕ່າງປະເທດ ໂດຍເປັນໂຮງໝໍທີ່ມີຊື່ສຽງທີ່ດີໃນ ຫວຽດນາມ, ລາວ, ກໍາປູເຈຍ, ອິນໂດເນເຊຍ, ບຣູໄນ, ຊາອຸ ອາຣະເບຍ, ສະຫະລັດອາຫຼັບ ເອມິເຣດ (UAE), ຄູເວດ, ໂອມານ ແລະ ກາຕ້າ ເຊິ່ງໄດ້ຊ່ວຍຍົກສູງບົດບາດດ້ານການປິ່ນປົວສຸຂະພາບລະດັບໂລກ.

ປັບປ່ຽນຮູບການດູແລສຸຂະພາບເດັກດ້ວຍການປິ່ນປົວຂັ້ນສູງ
ໂຮງໝໍເດັກສະມິຕິເວດ ອິນເຕີເນຊັນແນວ ໄດ້ກໍານົດນິຍາມໃໝ່ຂອງຄວາມເປັນເລີດດ້ານກຸມມານເວດສາດ ດ້ວຍການນໍາສະເໜີບໍລິການການປິ່ນປົວທີ່ທັນສະໄໝ ສໍາລັບພະຍາດທີ່ຜິດປົກກະຕິ ແລະ ພະຍາດຫາຍາກ:
• ການຜ່າຕັດຫົວໃຈແບບເປີດ ສໍາລັບການຜ່າຕັດແຜນ້ອຍ – ການປິ່ນປົວ-ດູແລຫົວໃຈແບບຄົບວົງຈອນຕັ້ງແຕ່ມື້ແຮກເກີດ, ຊ່ວຍໃນການປິ່ນປົວຂັ້ນສູງ ແລະ ການພັກຟື້ນໄດ້ໄວຂຶ້ນ.
• ການປູກຖ່າຍໄຂກະດູກແບບຮາໂພລໄອເດນຕິຄັນ (BMT) ຮ່ວມກັບການບໍາບັດດ້ວຍເຊວ CAR-T – ການປິ່ນປົວຂັ້ນສູງສໍາລັບຄວາມຜິດປົກກະຕິຂອງເມັດເລືອດ ແລະ ມະເຮັງ.
• ການສັນຍະກໍາເດັກ ແລະ ເດັກແຮກເກີດຄົບວົງຈອນ – ນໍາພາໂດຍທ່ານໝໍສະເພາະທາງທີ່ມີຄວາມຊ່ຽວຊານໃນການເຮັດຫັດຖະການຕັ້ງແຕ່ຫົວຮອດຕີນ.
• ການປິ່ນປົວພະຍາດບ້າໝູ ດ້ວຍການໃຊ້ຢາກະຕຸ້ນເສັ້ນປະສາດເວກັສ (VNS) – ວິທີແກ້ໄຂບັນຫາພະຍາດບ້າໝູທີ່ດື້ຢາ.

ສ້າງສິ່ງອໍານວຍຄວາມສະດວກທີ່ທັນສະໄໝເພື່ອຍົກລະດັບຄວາມເປັນເລີດດ້ານກຸມມານເວດສາດ
ໂຮງໝໍໃໝ່ແຫ່ງນີ້ມີທັງໝົດ 8 ຊັ້ນ, ມີ 111 ຕຽງນອນ, ລວມທັງຕຽງສໍາລັບເດັກເຈັບໜັກ 12 ໜ່ວຍ ແລະ ຕຽງສໍາລັບເດັກແຮກເກີດທີ່ເຈັບໜັກ 8 ໜ່ວຍ. ໂຮງໝໍແຫ່ງນີ້ໄດ້ປະສົມປະສານການອອກແບບເຕັກໂນໂລຊີພາຍໃຕ້ແນວຄິດ Smart Hospital ເພື່ອເພີ່ມປະສິດທິພາບໃນການປິ່ນປົວ ແລະ ດູແລ ໂດຍຖືເອົາຄົນເຈັບເປັນສູນກາງ. ຄຸນສົມບັດຫຼັກຂອງໂຮງໝໍແຫ່ງນີ້ປະກອບມີ:

• ມີຫ້ອງຜ່າຕັດລະບົບໄຮບຣິດ: ຂັ້ນຕອນການຜ່າຕັດເດັກເກີດໃໝ່ ແລະ ການຜ່າຕັດໃນເດັກທີ່ຮັບປະກັນຄວາມຖືກຕ້ອງທີ່ສຸດ ໂດຍນໍາໃຊ້ເຕັກໂນໂລຊີ ໄບແພຣນ ເພື່ອສ້າງພາບ 3 ມິຕິຂອງຫຼອດເລືອດ.
• ມີຄວາມຊ່ຽວຊານດ້ານກຸມມານເວດສາດລະດັບໂລກ: ມີທີມແພດຫຼາກຫຼາຍສາຂາທີ່ສາມາດປິ່ນປົວພະຍາດທີ່ຜິດປົກກະຕິ ແລະ ພະຍາດຫາຍາກ.
• ການປິ່ນປົວຂັ້ນສູງໃນເດັກແຮກເກີດ ແລະ ເດັກເຈັບໜັກ: ການປິ່ນປົວສະເພາະທາງສໍາລັບເດັກທີ່ເກີດກ່ອນກໍານົດ ທີ່ມີນໍ້າໜັກຕໍ່າກວ່າ 500 ກຼາມ.
• ສູນຟື້ນຟູໜ້າທີ່ການທີ່ທັນສະໄໝ: ການໃຊ້ຫຸ່ນຍົນຝຶກຍ່າງ, ການຝຶກຟື້ນຟູດ້ວຍຫຸ່ນຍົນ (HAL), ແລະ ລະບົບການປິ່ນປົວບໍາບັດດ້ວຍສະລິງ.
• ບໍລິການປິ່ນປົວຄົນເຈັບຕ່າງປະເທດຄົບວົງຈອນ: ໃຫ້ບໍລິການປຶກສາທາງໂທລະສັບກ່ອນເດີນທາງມາໂຮງໝໍ, ການຂົນສົ່ງທາງການແພດ, ທີມເບິ່ງແຍງຄົນເຈັບຫຼາຍພາສາ, ການນັດໝາຍເພື່ອຕິດຕາມຜົນການປິ່ນປົວ, ການຍົກຍ້າຍ ແລະ ສົ່ງຄົນເຈັບກັບຄືນປະເທດ.

ການຮ່ວມມືລະດັບໂລກ & ຄວາມຊ່ຽວຊານດ້ານການແພດ: ໂຮງໝໍສະມິຕິເວດ ຮ່ວມມືກັບ ໂຮງໝໍເດັກ ດອນເບເຊີຣ໌ (Doernbecher Children’s Hospital (OHSU, ສະຫະລັດອາເມລິກາ) ເພື່ອຍົກລະດັບຄວາມຮູ້ໃນການປິ່ນປົວເບິ່ງແຍງເດັກເຈັບໜັກ, ລວມທັງເດັກແຮກເກີດ, ແລະ ຜູ້ໄດ້ຮັບບາດເຈັບ. ນອກນັ້ນ, ຍັງຮ່ວມມືກັບໂຮງໝໍທາກັດສຶກິ (Takatsuki General Hospital, ປະເທດຍີ່ປຸ່ນ) ເພື່ອຮັບປະກັນໃຫ້ຄົນເຈັບໄດ້ຮັບການປິ່ນປົວສະເພາະທາງສໍາລັບເດັກແຮກເກີດ ແລະ ເດັກທີ່ເປັນພະຍາດພູມແພ້, ຊ່ວຍໃຫ້ສາມາດເຂົ້າເຖິງບໍລິການປິ່ນປົວທີ່ທັນສະໄໝດ້ານກຸມມານເວດສາດໄດ້.

ຜູ້ບຸກເບີກໂຮງໝໍອັດສະລິຍະທີ່ນໍາໃຊ້ນະວັດຕະກໍາທາງການແພດທີ່ທັນສະໄໝ
ໂຮງໝໍສະມິຕິເວດ ແມ່ນຜູ້ນໍາດ້ານການປິ່ນປົວສຸຂະພາບແບບດິຈີຕອນ, ໂດຍປະສົມປະສານເຕັກໂນໂລຊີເພື່ອເພີ່ມປະສິດທິພາບໃນການປິ່ນປົວ ແລະ ເບິ່ງແຍງຄົນເຈັບໄດ້ແກ່:
• ມີແອັບ Well Kidz: ຊ່ວຍບໍລິຫານຈັດການບັນທຶກທາງການແພດ, ການນັດໝາຍ ແລະ ການປຶກສາທາງໄກ.
• ມີບໍລິການຫ້ອງສຸກເສີນອັດສະລິຍະ & ລົດໂຮງໝໍອັດສະລິຍະ: ການຕິດຕາມໃນທັນທີ ເພື່ອຮັບປະກັນໃຫ້ສາມາດຕອບສະໜອງຕໍ່ເຫດການສຸກເສີນໄດ້ຢ່າງວ່ອງໄວ ແລະ ທັນການ.
• ນໍາໃຊ້ລະບົບ Smart OPD & Smart IPD (ລະບົບບໍລິຫານຈັດການພະແນກຄົນເຈັບນອກ ແລະ ຄົນເຈັບໃນ ອັດສະລິຍະ): ການຄາດຄະເນຄ່າໃຊ້ຈ່າຍທີ່ຂັບເຄື່ອນດ້ວຍ AI, ການຈອງຄິວ ແລະ ການຕິດຕໍ່ສື່ສານທີ່ສະດວກສະບາຍ ລະຫວ່າງ ຄົນເຈັບ ແລະ ທີມແພດ.
• ມີລະບົບ D-Discharge: ເພື່ອຊ່ວຍປັບປຸງຂະບວນການອອກໂຮງໝໍຂອງຄົນເຈັບໃຫ້ມີຄວາມສະດວກຫຼາຍຂຶ້ນ.

ເປົ້າໝາຍຜົນໄດ້ຮັບ ແລະ ຜົນສໍາເລັດອັນພົ້ນເດັ່ນດ້ານກຸມມານເວດສາດ
ໂຮງໝໍສະມິຕິເວດສາມາດບັນລຸເປົ້າໝາຍຜົນໄດ້ຮັບທີ່ພົ້ນເດັ່ນຄື:
• ໃຫ້ບໍລິການປິ່ນປົວເດັກເຈັບໜັກຫຼາຍກວ່າ 7,000 ຄົນຕໍ່ປີ
• ຜ່າຕັດເດັກແຮກເກີດ ແລະ ຜ່າຕັດໃນເດັກຫຼາຍກວ່າ 1,000 ຄົນ ລວມທັງຂະບວນການຜ່າຕັດແຜນ້ອຍ
• ອັດຕາການລອດຊີວິດຈາກການປູກຖ່າຍໄຂກະດູກໃນ 1 ປີ ກວມ 92%, ສູງກວ່າເງື່ອນໄຂມາດຕະຖານທົ່ວໂລກ
• ເດັກແຮກເກີດຫຼາຍກວ່າ 400 ຄົນ ທີ່ມີບັນຫາກ່ຽວຂ້ອງກັບຫົວໃຈແມ່ນສໍາເລັດການປິ່ນປົວດ້ວຍການຜ່າຕັດ
• ມີບໍລິການດູແລພິເສດສໍາລັບເດັກເກີດກ່ອນກໍານົດທີ່ມີນໍ້າໜັກແຮກເກີດຕໍ່າກວ່າ 500 ກຼາມ
• ໄດ້ຮັບຄະແນນຄວາມເຊື່ອໝັ້ນຈາກຄອບຄົວສູງເຖິງ 98%

ຄວາມມຸ່ງໝັ້ນເພື່ອອະນາຄົດທີ່ມີສຸຂະພາບດີຍິ່ງຂຶ້ນສໍາລັບເດັກນ້ອຍທຸກຄົນ
ທ່ານ ດຣ. ສຸຣາງຄະນາ ເຕຊະໄພທູນ, ຮອງອໍານວຍການບໍລິຫານ ໂຮງໝໍສະມິຕິເວດ ແລະ BNH ທັງເປັນຫົວໜ້າອໍານວຍການ ໂຮງໝໍເດັກສະມິຕິເວດ ອິນເຕີເນຊັນແນວ ກ່າວວ່າ:
“ພວກຂ້າພະເຈົ້າມີຄວາມປາຖະໜາທີ່ຈະເຫັນເດັກນ້ອຍທຸກຄົນມີສຸຂະພາບດີຂຶ້ນໃນອະນາຄົດ ດ້ວຍການປະສົມປະສານນະວັດຕະກໍາ, ຄວາມຊ່ຽວຊານລະດັບໂລກ ແລະ ການເບິ່ງແຍງດ້ວຍຄວາມເຂົ້າອົກເຂົ້າໃຈ. ໂຮງໝໍແຫ່ງນີ້ຈະຊ່ວຍຍົກສູງບົດບາດຂອງພວກຂ້າພະເຈົ້າໃນຖານະເປັນສູນກາງການສົ່ງຕໍ່ຄົນເຈັບເດັກຊັ້ນນໍາ, ພ້ອມທັງຂະຫຍາຍການເຂົ້າເຖິງບໍລິການປິ່ນປົວສະເພາະ ແລະ ຮັບປະກັນໄດ້ວ່າ ເດັກນ້ອຍທົ່ວໂລກຈະໄດ້ຮັບການປິ່ນປົວ-ດູແລເປັນຢ່າງດີ ນັບແຕ່ໄວເດັກແຮກເກີດຈົນຮອດໄວໜຸ່ມ.”

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...