spot_img
Homeມູມໄອທີລາວພົນ­ລະ­ເມືອງ​ລາວ 12% ເຂົ້າ​ເຖິງ​ອິນ​ເຕີ​ເນັດ

ພົນ­ລະ­ເມືອງ​ລາວ 12% ເຂົ້າ​ເຖິງ​ອິນ​ເຕີ​ເນັດ

Published on

54335cbe61e05c47167a6a9be6936d3a

 

ສປປ ລາວ ເປັນ​ປະ­ເທດ​ນ້ອຍ​ມີ​ພົນ­ລະ­ເມືອງ​ບໍ່​ເຖິງ 7 ລ້ານ​ຄົນ  ແລະ ສື່​ອອນ​ລາຍ​ກໍ​ຫາ​ເຂົ້າ​ມາ​ມີ​ບົດ­ບາດ​ໃນ​ສັງ­ຄົມ​ລ

າວ​ບໍ່​ເທົ່າ­ໃດ​ປີ ແຕ່​ຮອດ​ຂະ­ນະ​ນີ້​ຕາມ​ຕົວ​ເລກ​ຫຼ້າ​ສຸດ​ກວມ​ເອົາ​ແລ້ວ 12%  ຂອງ​ປະ­ຊາ­ກອນ​ລາວ​ແມ່ນ​ໄດ້​ເຂົ້າ​ເຖິງ​ອິນ

​ເຕີ​ເນັດ ຊຶ່ງ​ສື່​ເຫຼົ່າ​ນີ້​ແມ່ນ​ປຽບ​ເໝືອນ​ມີດ​ສອງ​ຄົມ​ທີ່​ມາ​ພ້ອມ​ຜົນ​ບວກ​ ຕິດ​ພັນ​ກັບ​ປາ­ກົດ­ການ​ຫຍໍ້­ທໍ້​ອື່ນໆ​ທີ່​ປະ­ຊາ

­ຊົນ​ທຸກ​ຖ້ວນ​ໜ້າ​ຄວນ​ມີ​ສະ­ຕິ​ຫຼາຍ​ຂຶ້ນ​ໃນ​ການ​ຊົມ­ໃຊ້.

 

ສື່​ອອນ​ລາຍ​ກໍ​ຄື​ອິນ​ເຕີ​ເນັດ ​ທີ່​ກຳ­ລັງ​ເຂົ້າ​ມາ​ເປັນ​ສ່ວນ​ໜຶ່ງ​ໃນ​ ຊີ­ວິດ​ປະ­ຈຳ​ວັນ​ຂອງ​ຫຼາຍໆ​ຄົນ​ໃນ​ປະ­ຈຸ​ບັນ ໄດ້​ມາ​ພ້ອມ

​ຄັງ​ຂໍ້​ມູນ​ຂ່າວ­ສານ, ຄວາມ​ຮູ້​ທີ່​ເປັນ​ປະ­ໂຫຍດ​ຫຼາຍ​ຢ່າງ ທັງ​ຍັງ​ສາ­ມາດ​ຫຍໍ້​ໂລກ​ທີ່​ກວ້າງ​ໃຫຍ່​ໄພ­ສານ​ໃຫ້​ມາ​ຢູ່​ໃນ​ອຸ­ປະ­

ກອນ​ພຽງ​ເຄື່ອງ​ດຽວ ເຮັດ​ໃຫ້​ຜູ້​ຄົນ​ທີ່​ຈະ​ຢູ່​ໃກ້ ຫຼື ໄກ​ໄດ້​ໃກ້​ສິດ, ຮູ້­ຈັກ​ເຫັນ​ໜ້າ​ກັນ​ອັນ​ເປັນ​ການ​ສ້າງ​ຄວາມ​ສະ­ດວກ​

ແກ່​ການ​ຕິດ­ຕໍ່​ພົວ­ພັນ​ວຽກ​ງານ​ຕ່າງໆ​ຢ່າງ​ສະ­ດວກ​ສະ­ບາຍ, ພໍ່­ຄ້າ​ຊາວ​ຂາຍ​ຫຼາຍ​ຄົນ​ຮັ່ງ­ມີ​ຂຶ້ນ​ຍ້ອນ​ທຸ­ລະ​ກິດ​ທາງ​ອອນ

​ລາຍ.

 

ໄປ​ຄຽງ​ຄູ່​ກັບ​ຈຸດ​ດີ​ເຫຼົ່າ­ນັ້ນ​ ກໍ​ມີ​ຂໍ້​ເສຍ​ຫຼາຍ​ຢ່າງ​ທີ່​ຕິດ​ພັນ​ມານຳ​ກໍ​ຄື: ປາ­ກົດ­ການ​ຫຍໍ້­ທໍ້​ອື່ນໆເປັນ­ຕົ້ນ​ທາງ​ການ­ເມືອງ

ແລະ ເສດ­ຖະ­ກິດ-ສັງ­ຄົມ ຄວາມ​ໝັ້ນ­ຄົງ​ຂອງ​ປະ­ເທດ​ຊາດ ປະ­ຊາ­ຊົນ​ຈຳ­ນວນ​ໜຶ່ງ​ຜູ້​ຮູ້​ເທົ່າ​ບໍ່​ເຖິງ​ການ​ຕົກ​ເປັນ​ເຫຍື່ອ

​ຂອງ​ຄົນ​ທີ່​ບໍ່​ຫວັງ​ດີ​ໄດ້​ງ່າຍ,  ເກີດ​ມີ​ການ​ຕົວະ​ຕົ້ມ​ຫຼອກ​ລວງ, ໃສ່​ຮ້າຍ​ປ້າຍ​ສີ, ດ່າ​ວ່າ​ຮ້າຍ​ກັນ​ອື່ນໆ​ອັນ​ແຕະ­ຕ້ອງ​ເຖິງ​

ຊື່​ສຽງ, ໜ້າ­ທີ່​ຕຳ­ແໜ່ງສິດ­ທິ​ສ່ວນ​ບຸກ­ຄົນ​ຂອງ​ຝ່າຍ​ກົງ­ກັນ­ຂ້າມ​ຢ່າງ​ຫຼີກ­ເວັ້ນບໍ່​ໄດ້.

 

ຢ່າງ­ໃດ​ກໍ​ຕາມ ທ່ານ ສະ­ຫວັນ​ຄອນ ຣາ​ຊາ​ມຸນ​ຕຣີ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ຖະ­ແຫຼງຂ່າວ, ວັດ­ທະ­ນະ­ທຳ ແລະ

ທ່ອງ​ທ່ຽວ (ຖວ​ທ) ໄດ້​ກ່າວ​ມື້­ວານ​ນີ້​ຕໍ່​ສື່​ມວນ​ຊົນ​ຢູ່​ກະ­ຊວງ ຖວ​ທ ບາງ​ຕອນ​ວ່າ: ເຖິງ​ລາວ​ຈະ​ເປັນ​ປະ­ເທດ​ນ້ອຍ​ການ​

ພັດທະ​ນາ​ຫຼາຍ​ດ້ານ​ຍັງ​ອ່ອນ​ນ້ອຍ ແຕ່​ສຳ­ລັບ​ເຕັກ​ໂນ​ໂລ​ຊີ​ທາງ​ໄອ​ທີ​ ແມ່ນ​ລາວ​ມີ​ການ​ພັດ­ທະ­ນາ​ໄວ​ພໍ​ສົມ­ຄວນ ເວົ້າ

​ສະ­ເພາະ​ສື່​ອອນ​ລາຍ​ທີ່​ໄດ້​ເຂົ້າ​ມາ­ສູ່​ສັງ­ຄົມ​ລາວ​ ໃນ​ໄລ­ຍະ​ບໍ່​ເທົ່າ­ໃດ​ປີ​ມາ​ນີ້ ແຕ່​ກໍ​ໄດ້​ຮັບ​ການ​ຂະ­ຫຍາຍ­ຕົວ​ຢ່າງ​ວ່ອງ­ໄວ​

ຕາມ​ຕົວ​ເລກ​ສະ­ຖິ­ຕິ​ຫຼ້າ​ສຸດ​ມີ​ແລ້ວ 850.000 ຄົນ​ເທົ່າ​ກັບ 12% ຂອງ​ພົນ­ລະ­ເມືອງ​ລາວ​ທີ່​ມີ​ປະ­ມານ 6,8 ລ້ານ​ກວ່າ​ຄົນ

ທີ່​ໄດ້​ເຂົ້າ​ເຖິງ​ອິນ​ເຕີ​ເນັດ ຖ້າ​ທຽບ­ໃສ່​ອາ­ຊີ ລາວ​ກວມ​ສັດ­ສ່ວນ 0,2% ແລະ ຍັງ​ສືບ­ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

 

ທ່ານ​ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກ່າວ​ອີ​ກວ່າ: ການ​ເຂົ້າ​ເຖິງ​ເຕັກ​ໂນ​ໂລ​ຊີ​ທັນ​ສະ­ໄໝ​ລັດ­ຖະ­ບານ​ບໍ່​ໄດ້​ກີດ​ກັ້ນ ກົງ​ກັນ

ຂ້າມ ​ຍັງ​ຊຸກ­ຍູ້​ສົ່ງ­ເສີມ​ໃຫ້​ລາວ​ສາ­ມາດ​ກ້າວ​ທັນ​ພາກ​ພື້ນ ແລະ ສາ­ກົນ ແຕ່​ເພື່ອ​ຮັບ­ປະ­ກັນ​ການ​ຊົມ­ໃຊ້​ອິນ​ເຕີ​ເນັດ

​ໃຫ້​ມີ​ຄວາມ​ສະ­ຫງົບ ແລະ ເກີດ​ປະ­ໂຫຍດ​ສູງ​ສຸດ ສິ່ງ​ສຳ­ຄັນ​ທີ່​ສຸດ​ຄື​ຜູ້​ຊົມ­ໃຊ້​ຕ້ອງ​ໃຊ້​ຢ່າງ​ມີ​ວິ­ຈາ­ລະ­ນະ­ຍານ ຮູ້­ຈັກ​ກັ່ນ

​ຕອງ​ຮັບ​ຮູ້​ເອົາ​ໃນ​ສິ່ງ​ທີ່​ເປັນ​ປະ­ໂຫຍດ, ມີ​ສະ­ຕິ​ຕໍ່​ການ​ຈຳ­ແນກ​ສິ່ງ​ທີ່​ຈະ​ເປັນ​ພິດ​ໄພ​ຕໍ່​ຕົນ​ເອງ, ສັງ­ຄົມ ແລະ ປະ­ເທດ

​ຊາດ.

 

ແນວ­ໃດ​ກໍ​ດີ ເພື່ອ​ເຮັດ​ໃຫ້­ການ​ນຳ​ໃຊ້​ສື່​ອອນ​ລາຍ​ດຳ­ເນີນ​ໄປ​ຢ່າງ​ຖືກ­ຕ້ອງ​ສອດ­ຄ່ອງ​ ຕາມ​ລະ­ບຽບ​ກົດ­ໝາຍ​ລັດຖະ​

ບານ​ຈິ່ງ​ໄດ້​ອອກ­ດຳ­ລັດ​ວ່າ​ດ້ວຍ​ການຄຸ້ມ​ຄອງ​ ຂໍ້​ມູນ​ຂ່າວ­ສານ​ຜ່ານ​ອິນ​ເຕີ​ເນັດ ສະ­ບັບ​ເລກ​ທີ 327/ ລບ ລົງ​ວັນ​ທີ 16

ກັນ­ຍາ 2014 ນີ້ ເພື່ອ​ກຳ­ນົດ​ຫຼັກ­ການ, ລະ­ບຽບ​ການ ແລະ ມາດ​ຕະ­ການ​ໃນ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວ­ສານ​ຜ່ານ​ອິນ​ເຕີ​

ເນັດ ເພື່ອ​ຮັບ­ປະ­ກັນ​ຄວາມ​ໝັ້ນ­ຄົງ​ຂອງ​ຊາດ, ຄວາມ​ສະ­ຫງົບ ແລະ ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຂອງ​ສັງ­ຄົມແນ­

ໃສ່​ປົກ​ປ້ອງ​ກຽດ​ສັກ​ສີ ແລະ ຜົນ​ປະ­ໂຫຍດອັນ​ຊອບ​ທຳ​ຂອງ​ຜູ້​ໃຫ້​ບໍ­ລິ­ການ, ຜູ້​ໃຊ້​ບໍ­ລິ­ການ ແລະ ສັງ­ຄົມ ປະ­ກອບ

­ສ່ວນ​ເຂົ້າ​ໃນ​ພາ­ລະ­ກິດ​ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ປະ­ເທດ​ຊາດ ໂດຍ​ສະ­ເພາະ​ໃຫ້​ຮັບ­ປະ­ກັນ​ຂໍ້​ມູນ​ຂ່າວ­ສານ​ທີ່​ເປັນ

​ພິດ​ໄພ​ແກ່​ສັງ­ຄົມ ແລະ ຄວາມ​ໝັ້ນ­ຄົງ​ຂອງ​ຊາດ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດລາວໄດ້ເດີນທາງຢ້ຽມຢາມປະເທດບຣູໄນ ພ້ອມໄດ້ພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...