Homeຂ່າວພາຍ​ໃນສົມເປັນເມືອງມໍລະດົກໂລກ ຫຼວງພະບາງໄດ້ຮັບລາງວັນ ເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງຂອງໂລກທີ່ດີເດັ່ນ

ສົມເປັນເມືອງມໍລະດົກໂລກ ຫຼວງພະບາງໄດ້ຮັບລາງວັນ ເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງຂອງໂລກທີ່ດີເດັ່ນ

Published on

ນະຄອນຫຼວງພະບາງ ໄດ້ຮັບລາງວັນ ເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງຂອງໂລກທີ່ດີເດັ່ນ ສໍາລັບປີ 2025

ນະຄອນຫຼວງພະບາງ ໄດ້ຮັບລາງວັນ ເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງຂອງໂລກທີ່ດີເດັ່ນ ສໍາລັບປີ 2025 (2025 Green Destinations Top 100 Story Awards) ອັນດັບທີ 03 ໃນໝວດ “ການ ບໍລິຫານຈັດການ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວ (Destination Management)” ທີ່ຮັບຮູ້ເຖິງ ຄວາມສໍາເລັດໃນການພັດທະນາການທ່ອງທ່ຽວທີ່ຍືນຍົງ ຫຼື ການປັບປຸງຄືນໃໝ່ໃຫ້ດີຂຶ້ນ, ການຄຸ້ມຄອງ ການທ່ອງທ່ຽວ ແລະ ການຟື້ນຟູຫຼັງວິກິດການ.

ໂດຍການໃຫ້ຄະແນນຈາກທົ່ວໂລກ ໃນງານມະຫະກຳ ການທ່ອງທ່ຽວໂລກ ITB Berlin 2025 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4 – 6 ມີນາ 2025 ທີ່ນະຄອນຫຼວງເບີລິນ ປະເທດເຢຍລະມັນ. ເຊິ່ງລາງວັນດັ່ງກ່າວ, ແມ່ນຜົນສືບເນື່ອງມາຈາກ ການໄດ້ຮັບລາງວັນ ໜຶ່ງໃນຮ້ອຍເລື່ອງລາວ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງຂອງໂລກ (Top 100 Destination Sustainability Awards) ຂອງອົງ ການທ່ອງທ່ຽວສີຂຽວ (Green Destination) ໃນງານປະຊຸມຈຸດໝາຍປາຍທາງການທ່ອງທ່ຽວສີຂຽວສາກົນ ທີ່ ປະເທດຊິລີ ປີ 2024.

ລາງວັນດັ່ງກ່າວ ແມ່ນໝາກຜົນຂອງຄວາມພະຍາຍາມ ໃນການປົກປັກຮັກສາມໍລະດົກໂລກ ແລະ ພັດທະນາການທ່ອງທ່ຽວ ຂອງອົງການປົກຄອງແຂວງ ທີ່ເລັງເຫັນຄວາມສໍາຄັນໃນການພັດທະນາແບບຍືນຍົງ ພາຍໃນແຂວງ; ທັງແມ່ນຄວາມພາກພູມໃຈ ຂອງຊາວຫຼວງພະບາງ ເວົ້າລວມກໍຄືຂອງປະເທດ ເຊິ່ງເປັນການໄດ້ຮັບ ລາງວັນຄັ້ງທໍາອິດຂອງຊາດ ແລະ ເປັນຊາດທຳອິດທີ່ໄດ້ຮັບລາງວັນໃນບັນດາປະເທດ CLMV (ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ).

ສໍາລັບແຜນທິດທາງປີ 2025 ແມ່ນຈະສຸມໃສ່ປັບປຸງຕາມເງື່ອນໄຂ ແລະ ຕົວຊີ້ວັດໃນແຕ່ລະດ້ານ ເພື່ອສະ ເໜີຂໍການຢັ້ງຢືນຮັບເອົາ ຫຼວງພະບາງເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງ (Green Destination Ceritfication) ຈາກອົງການທ່ອງທ່ຽວສີຂຽວ; ເຊິ່ງແມ່ນອົງການນໍາໜ້າໃນດ້ານການຢັ້ງຢືນຄວາມຍືນຍົງ ໃຫ້ແກ່ ຈຸດໝາຍປາຍທາງການທ່ອງທ່ຽວ ແລະ ຜູ້ປະກອບການທຸລະກິດໃນທົ່ວໂລກ ທີ່ຖືກຮັບຮອງໂດຍ ສະພາການທ່ອງທ່ຽວໂລກ ຫຼື GSTC (Global Sustainable Tourism Council). ສໍາລັບມາດຖານຂອງຈຸດໝາຍ ປາຍທາງການທ່ອງທ່ຽວແບບຍືນຍົງ ປະກອບມີ 06 ໝວດຄື: 1) ການບໍລິຫານຈັດການ ແລະ ຄຸ້ມຄອງຈຸດໝາຍ ປາຍທາງການທ່ອງທ່ຽວ; 2) ທຳມະຊາດ ແລະ ທັດສະນິຍະພາບ; 3) ສິ່ງແວດລ້ອມ ແລະ ສະພາບອາກາດ; 4) ວັດທະນະທຳ ແລະ ຮີດຄອງປະເພນີ; 5)ຄວາມເປັນຢູ່ທີ່ດີຂອງຄົນໃນສັງຄົມ; ແລະ 6) ການປະກອບທຸລະກິດ ແລະ ການສື່ສານ.

ແຫຼ່ງຂ່າວ: ໂທລະພາບແຂວງຫຼວງພະບາງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...