spot_img
Homeຂ່າວພາຍ​ໃນພິທີປະກາດຮັບຮອງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປັນນະຄອນພົ້ນທຸກ

ພິທີປະກາດຮັບຮອງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປັນນະຄອນພົ້ນທຸກ

Published on

ນະຄອນຫຼວງພະບາງ ປະກາດເປັນນະຄອນ ພົ້ນທຸກ ແລະ ນະຄອນເຂັ້ມແຂງ ຮອບດ້ານ

ພິທີປະກາດຮັບຮອງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປັນນະຄອນພົ້ນທຸກ ຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ໄດ້ຈັດຂຶ້ນໃນວັນທີ 3 ມີນາ 2025, ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົມຕີ, ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ລາຍງານວ່າ: ຜ່ານການນໍາພາ-ຊີ້ນຳ ຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ເຮັດໃຫ້ນະຄອນຫຼວງພະບາງ ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາຫຼາຍຂຶ້ນ, ຊີວິດການເປັນຢູຂອງປະຊາຊົນ ໄດ້ຮັບການປັບປຸງ, ປົວແປງດີຂຶ້ນ, ວັດທະນະທຳ-ສັງຄົມ ໄດ້ຮັບການສົ່ງເສີມຢ່າງຕັ້ງໜ້າ, ລະບົບການເມືອງມີຄວາມໜັກແໜ້ນ, ເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາຊົນມີຄວາມເຊື່ອໝັ້ນ ແລະ ສືບຕໍ່ສະໜັບສະໜູນ ຕື່ນຕົວເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໂດຍຕິດພັນກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ແລະ ມະຕິຄໍາສັ່ງຂອງລັດຖະບານ.

ປະຈຸບັນ, ນະຄອນຫຼວງພະບາງ ມີບ້ານທີ່ບັນລຸມາດຕະຖານພົ້ນທຸກ 113 ບ້ານ (98,26%), ຄອບຄົວພົ້ນທຸກ 16,355 ຄອບຄົວ, ບ້ານພັດທະນາ 109 ບ້ານ (94,78%) ແລະ ຄອບຄົວພັດທະນາ 14,979 ຄອບຄົວ, ຊຶ່ງຜ່ານການກວດກາ-ປະເມີນຜົນຕາມດຳລັດ 348/ລບ ນະຄອນຫຼວງພະບາງ ສາມາດບັນລຸຕາມມາດຕະຖານ ແລະ ຕົວຊີ້ບອກຕ່າງໆ ທີ່ກໍານົດໄວ້.

ໃນໂອກາດດຽວກັນນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ມີຄໍາເຫັນຍ້ອງຍໍຊົມເຊີຍຜົນງານ-ຜົນ ສຳເລັດ ທີ່ນະຄອນຫຼວງພະບາງ ຍາດມາໄດ້, ພ້ອມທັງ ເນັ້ນໃຫ້ຄະນະພັກ-ອົງການປົກຄອງທຸກຂັ້ນ ສືບຕໍ່ຮັກສານາມມະຍົດທີ່ໄດ້ປະກາດ ຕິດພັນກັບມູນເຊື້ອວັດທະນະທຳ ເມືອງມໍລະດົກໂລກຫຼວງພະບາງ ໃຫ້ຍືນຍົງຕະຫຼອດໄປ.

ແຫຼ່ງຂ່າວ: ວຽງຈັນທາຍ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...