spot_img
Homeຂ່າວຕ່າງປະເທດກວດພົບ 2 ສາຍສື່ສານທີ່ບໍ່ມີເຈົ້າຂອງທີ່ ຂົວມິດຕະພາບ ລາວ-ໄທ

ກວດພົບ 2 ສາຍສື່ສານທີ່ບໍ່ມີເຈົ້າຂອງທີ່ ຂົວມິດຕະພາບ ລາວ-ໄທ

Published on

ເຈົ້າໜ້າທີ່ ກສທຊ ປະເທດໄທ ກວດພົບ 2 ສາຍສື່ສານບໍ່ມີເຈົ້າຂອງ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ກຸມພາ 2025 ຜ່ານມາ, ເຈົ້າໜ້າທີ່ ສຳນັກງານຄະນະກຳມະການ ກິດຈະການກະຈາຍສຽງ, ກິດຈະການໂທລະພາບ ແລະ ກິດຈະການໂທລະຄົມມະນາຄົມແຫ່ງຊາດ ແຫ່ງປະເທດໄທ ຫຼື (ກສທຊ) ລົງພື້ນທີ່ກວດສອບບໍລິເວນ ຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນອຳເພີເມືອງ ຈັງຫວັດໜອງຄາຍ ເພື່ອກວດສອບຈຸດເຊື່ອມຕໍ່ສາຍສື່ສານລະຫວ່າງປະເທດ.

ເຈົ້າໜ້າທີ່ໄດ້ເປີດຜ່າທໍ່ເພື່ອກວດສອບສາຍເຊື່ອມຕໍ່ການສື່ສານ ເນື່ອງຈາກສາຍເປັນລັກສະນະສາຍຍາວລາກຜ່ານທໍ່ໄປຫາ ສປປ ລາວ, ເຊິ່ງບັນດາສາຍຢູ່ບໍລິເວນດັ່ງກ່າວມີຜູ້ໃຫ້ບໍລິການສາຍສື່ສານທີ່ໄດ້ຮັບອະນຸບຍາດທັງໝົດ 8 ເຈົ້າຂອງ, ເຈົ້າໜ້າທີ່ຈຶ່ງໃຫ້ມາລາຍງານໂຕ ເຊິ່ງກໍມາລາຍງານໂຕຈົນຄົບທັງ 8 ເຈົ້າຂອງ, ແຕ່ຍັງພົບອີກ 2 ສາຍ ທີ່ມີບັນຫາຄື: ເສັ້ນທີ 1 ຕິດສັນຍາລັກຂອງ 2 ບໍລິສັດໄທ ເຊິ່ງເຈົ້າໜ້າທີ່ຈະຕ້ອງໄດ້ກວດສອບວ່າເປັນຂອງໃຜ. ສ່ວນເສັ້ນທີ 2 ຍັງບໍ່ມີການມາສະແດງຕົວ ເຊິ່ງທາງເຈົ້າໜ້າທີ່ແຂວງທາງຫຼວງກໍໃຫ້ຂໍ້ມູນວ່າ: ອາດຈະເປັນສາຍເກົ່າທີ່ບໍ່ໄດ້ໃຊ້ງານ. ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງເລັ່ງກວດສອບໃຫ້ລະອຽດກ່ອນຈະຕັດສາຍສື່ສານທີ່ບໍ່ມີເຈົ້າຂອງ.

ຕາມການລາຍງານເຈົ້າໜ້າທີ່ ກສທຊ ຈະມີການເຊັນບົດບັນທຶກຄວາມເຂົ້າໃຈ ກັບ ກົມທາງຫຼວງປະເທດໄທ ເຊິ່ງຂົວທີ່ຂ້າມລະຫວ່າງປະເທດທັງໝົດ 17 ແຫ່ງຂົວທົ່ວປະເທດ ຈະມີການກວດສອບໃຫ້ເປັນລະບົບຢ່າງເປັນທາງການ, ທັງນີ້ກໍເພື່ອປ້ອງກັນການລັກລອບນຳສາຍສື່ສານອອກໄປໃຊ້ໃນຊ່ອງທາງອື່ນເດັດຂາດ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...