spot_img
Homeຂ່າວຕ່າງປະເທດບໍລິສັດຈີນອອກກົດລະບຽບຫ້າມພະນັກງານເຂົ້າຫ້ອງນ້ຳກາຍ 2 ນາທີ ຫາກຝ່າຝືນຈະຖືກຕັດເງິນເດືອນ

ບໍລິສັດຈີນອອກກົດລະບຽບຫ້າມພະນັກງານເຂົ້າຫ້ອງນ້ຳກາຍ 2 ນາທີ ຫາກຝ່າຝືນຈະຖືກຕັດເງິນເດືອນ

Published on

ບໍລິສັດຈີນອອກກົດລະບຽບຫ້າມພະນັກງານເຂົ້າຫ້ອງນ້ຳກາຍ 2 ນາທີ

ສຳນັກຂ່າວ Business Standard ລາຍງານໃນວັນທີ 25 ກຸມພາ 2025 ກ່ຽວກັບເລື່ອງລາວສຸດຮືຮາ ເມື່ອບໍລິສັດແຫ່ງໜຶ່ງໃນປະເທດຈີນ ອອກກົດລະບຽບ ໃຫ້ພະນັກງານສາມາດເຂົ້າຫ້ອງນ້ຳໄດ້ພຽງຄັ້ງລະ 2 ນາທີ, ໂດຍບໍລິສັດດັ່ງກ່າວ ເປັນບໍລິສັດຜະລິດເຄື່ອງຈັກ ເຊິ່ງມີສຳນັກງານໃຫຍ່ຕັ້ງຢູ່ ເມືອງຝໍຊານ ເຂດກວາງຕຸ້ງ ປະເທດຈີນ.

ບໍລິສັດດັ່ງກ່າວໄດ້ກຳນົດເວລາການເຂົ້າຫ້ອງນ້ຳພຽງ 2 ນາທີ ຖ້າຫາກພະນັກງານຄົນໃດຢາກເຂົ້າດົນກວ່ານັ້ນຕ້ອງໄດ້ໄປຂໍອະນຸຍາດຝ່າຍຊັບພະຍາກອນຂອງອົງກອນ ລາຍງານຍັງລະບຸຕື່ີມອີກວ່າ: ບໍລິສັດອອກກົດນີ້ກໍເພື່ອຮັກສາລະບຽບໃນການເຮັດວຽກ ພ້ອມອ້າງອີງເຖິງຕຳລາການແພດບູຮານວ່າ: ການກຳນົດເວລາໃນການໃຊ້ຫ້ອງນ້ຳມັນຈະສົ່ງຜົນດີຕໍ່ສຸຂະພາບ.

ໃນຂະນະທີ່ທາງສຳນັກຂ່າວ South China Morning Post ລະບຸຕື່ມອີກວ່າ: ບໍລິສັດດັ່ງກ່າວໄດ້ຕິດຕັ້ງກ້ອງວົງຈອນເພື່ອກວດສອບການປະຕິບັດຕາມກົດລະບຽບຂອງພະນັກງານ ຖ້າຫາກພະນັກງານຝ່າຝືນກົດລະບຽບຈະຖືກປັບເງິນຈຳນວນ 100 ຢວນ ຫຼື ປະມານ 3 ແສນກວ່າກີບ ໂດຍຈະຕັດຈາກເງິນເດືອນພາຍໃນເດືອນນັ້ນ.

ຢ່າງໃດກໍຕາມ ກົດລະບຽບດັ່ງກ່າວບໍ່ແມ່ນຄັ້ງທຳອິດທີ່ບໍລິສັດຈີນເຮັດແບບນີ້ ໂດຍກ່ອນໜ້ານີ້ກໍມີບໍລິສັດໜຶ່ງໃນຕົງກວ່ານ ໄດ້ເກັບເງິນຄ່າປັບ 20 ຢວນ ຫຼື ປະມານເກືອບ 70 ພັນກີບ ສຳລັບພະນັກງານທີ່ໃຊ້ຫ້ອງນ້ຳຫຼາຍກວ່າ 1 ຄັ້ງ ໃນໂມງການເຮັດວຽກ 8 ຊົ່ວໂມງ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...