Homeຂ່າວຕ່າງປະເທດແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມ

Published on

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມມາເປັນເວລາ 2 ປີ.

ສຳນັກຂ່າວໄທລາຍງານວ່າ: ເມື່ອວັນທີ 20 ກຸມພາ 2025 ມີການລາຍງານຈາກໜ່ວຍກູ້ໄພຕຳບົນດອນບົນ ອຳເພີສະຕຶກ ຈັງຫວັດບຸລີລຳ ວ່າ: ອຸທາຫອນແກ່ຜູ້ປົກຄອງ ຫຼັງຈາກມີກໍລະນີເດັກປ່ວຍເຂົ້າຮັບການຮັກສາຢູ່ໂຮງໝໍ ຍ້ອນດື່ມນໍ້າກະທ້ອມ ແລະ ສູບຢາສູບໄຟຟ້າ, ເຊິ່ງເດັກນ້ອຍກຸ່ມດັ່ງກ່າວແມ່ນເດັກນ້ອຍ ປໍ 5 (1 ຄົນ), ມໍ 1 (1 ຄົນ), ມໍ 2 (1 ຄົນ) ໂດຍຖືກນຳສົ່ງຕົວມາດ້ວຍອາການແໜ້ນໜ້າເອິກ ຫາຍໃຈບໍ່ອິ່ມ.

ເມື່ອຜູ້ປົກຄອງຮູ້ຂ່າວຈຶ່ງໄດ້ເດີນທາງໄປໂຮງໝໍ ເພື່ອເບິ່ງອາການ ແລະ ແພດໄດ້ລະບຸວ່າ: ເດັກນ້ອຍໄດ້ສູບຢາສູບໄຟຟ້າມາໄດ້ປະມານ 2 ປີແລ້ວ, ປັດຈຸບັນນີ້ປອດຖືກທຳລາຍເກືອບທັງໝົດ ຕ້ອງໄດ້ໃຊ້ເຄື່ອງຊ່ວຍຫາຍໃຈ.

ຈາກກໍລະນີດັ່ງກ່າວ ຖືໄດ້ວ່າເປັນອຸທາຫອນໃຫ້ແກ່ຜູ້ປົກຄອງ ແລະ ລູກຫຼານທັງຫຼາຍ ໃຫ້ຮູ້ເຖິງຜົນຮ້າຍຂອງນໍ້າກະທ້ອມ ແລະ ຢາສູບໄຟຟ້າ ທີ່ທຳລາຍສຸຂະພາບຂອງເຮົາໄປໂດຍບໍ່ຮູ້ຕົວ ເມື່ອຮູ້ຕົວກໍສາຍເກີນໄປແລ້ວ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...