spot_img
Homeຂ່າວຕ່າງປະເທດສະຫຼົດ ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ

ສະຫຼົດ ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ

Published on

ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 20 ກຸມພາ 2025, ເກີດອຸບັດຕິເຫດລົດໄຟໂດຍສານໃນສີລັງກາຕົກລາງ ໃນຊ່ວງເຊົ້າມືດ (20 ກຸມພາ) ຕາມເວລາທ້ອງຖິ່ນ ຫຼັງຈາກລົດໄຟຂະບວນດັ່ງກ່າວໄດ້ຕຳເຂົ້າກັບຝູງຊ້າງປ່າທີ່ກຳລັງຍ່າງຂ້າມລາງລົດໄຟ ທີ່ເຂດສະຫງວນສັດປ່າທີ່ຮາບາລານາ ເຊິ່ງຢູ່ຫ່າງໂຄລອມໂບ ປະມານ 180 ກິໂລແມັດ.

ຕາມການລາຍງານຂອງເຈົ້າໜ້າທີ່ລະບຸວ່າ: ບໍ່ມີຜູ້ໂດຍສານໄດ້ຮັບບາດເຈັບ ຫຼື ເສຍຊີວິດ ແຕ່ມີຊ້າງປ່າ 6 ໂຕທີ່ເສຍຊີວິດຈາກອຸບັດຕິເຫດຄັ້ງນີ້ ນັບເປັນອຸບັດຕິເຫດທີ່ມີຄວາມຮຸນແຮງທີ່ສຸດທີ່ກ່ຍວຂ້ອງກັບສັດປ່າໃນສີລັງກາ.

ຢ່າງໃດກໍຕາມຍັງມີຊ້າງອີກ 2 ໂຕທີ່ຍັງລອດຊີວິດ, ສຳລັບອຸບັດຕິເຫດນີ້ກໍເຄີຍເກີດຂຶ້ນເມື່ອປີ 2018 ເຊິ່ງລົດໄຟໄດ້ຕຳຊ້າງ 3 ໂຕເສຍຊີວິດ ຕັ້ງແຕ່ນັ້ນມາທາງການໄດ້ສັ່ງໃຫ້ຄົນຂັບລົດໄຟປະຕິບັດຕາມຂໍ້ກຳນົດຄວາມໄວເພື່ອຫຼຸດຜ່ອນຄວາມສ່ຽງໃນການເກີດອັນຕະລາຍແກ່ຊ້າງ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...