spot_img
Homeຂ່າວພາຍ​ໃນສະຫລຸບຕີລາຄາວຽກງານ ແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ປະຈຳປີ 2024.

ສະຫລຸບຕີລາຄາວຽກງານ ແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ປະຈຳປີ 2024.

Published on

ກະຊວງ ຮຮສ ສາມາດສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ 97,950 ກວ່າຄົນ ໃນປີ 2024

ກອງປະຊຸມສະຫລຸບວຽກງານແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ປະຈຳປີ 2024 ຈັດຂຶ້ນໃນວັນທີ 18 ກຸມພາ 2024ທີ່ກະຊວງຮສສ. ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຮອງລັດຖະມົນຕີ, ອົງການອ້ອມຂ້າງກະຊວງ, ພະແນກຮສສແຂວງ, ນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນ ສະຫລຸບຕີລາຄາ ຕໍ່ຜົນສໍາເລັດການຈັດຕັ້ງປະຕິບັດວຽກແຮງງານ ແລະ ສະຫວັດດີການສັງຄົມ ໃນປີ 2024 ຜ່ານມາ ພ້ອມທັງຊອກໃຫ້ເຫັນຈຸດດີ ແລະ ຜົນງານດ້ານຕັ້ງໜ້າ ທີ່ຄວນສືບຕໍ່ສົ່ງເສີມ, ສິ່ງທ້າທາຍ, ຈຸດອ່ອນ-ຂໍ້ຄົງຄ້າງ ແລະ ສາເຫດດ້ານຕ່າງໆ ລວມທັງວິທີການ ແລະ ມາດຕະການຕ່າງໆ ເພື່ອຈັດຕັ້ງປະຕິບັດບັນດາຕົວເລກຄາດໝາຍສູ້ຊົນ ແລະ ບັນດາວຽກຈຸດສຸມ.

ໃນ 1 ປີຜ່ານມາ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ ໂດຍສະເພາະ ແມ່ນສາມາດພັດທະ ນາສີມືແຮງງານໃໝ່ ໄດ້ທັງໝົດ 34.324 ຄົນ, ຍິງ 15.015 ຄົນ ໃນຂະແໜງກະສິກຳ, ອຸດສາຫະກຳແລະ ບໍລິການ; ຈັດ ແລະ ສົ່ງເສີມຫົວໜ່ວຍແຮງງານ ເຮັດການທົດສອບສີມືແຮງງານຕາມມາດຕະ ຖານສີມືແຮງງານແຫ່ງຊາດ ໃນ 44 ສາຂາອາຊີບ ແລະ ສາຂາອາຊີບໃນລະດັບຕ່າງໆ ໄດ້ 1.556 ຄົນ, ຍິງ 496 ຄົນ. ນອກນີ້, ຍັງໄດ້ສົ່ງເສີມການຈັດຫາວຽກເຮັດງານທຳ ໃຫ້ແຮງງານເຂົ້າສູ່ຕະຫລາດແຮງງານພາຍໃນ ແລະ ຕ່າງປະເທດ ຕິດພັນວາລະແຫ່ງຊາດ ໄດ້ທັງໝົດ 124.539 ຄົນ, ຍິງ 62.106 ຄົນ, ສະເພາະຈັດຫາວຽກເຮັດງານທຳ ພາຍໃນໄດ້ 26.588 ຄົນ. ໃນນັ້ນ, ຂະແໜງກະສິກຳ, ອຸດສາຫະກໍາ ແລະ ບໍລິການ; ໄປອອກແຮງງານຕ່າງປະເທດ 97.951 ໃນຂະແໜງກະສິກຳ, ອຸດສາຫະກຳ ແລະ ບໍລິການ; ຂຶ້ນທະບຽນຜູ້ຕ້ອງການມີວຽກເຮັດງານທຳພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 139.737 ຄົນ, ຍິງ 73.840 ຄົນ. ໃນນີ້, ມີຜູ້ຕ້ອງການມີວຽກເຮັດງານທຳຢູ່ພາຍໃນ 11.464 ຄົນ, ຍິງ 4.262 ຄົນ ແລະ ຜູ້ຕ້ອງການໄປອອກແຮງງານ ຢູ່ຕ່າງປະເທດ 128.273 ຄົນ, ຍິງ 69.578 ຄົນ.

ແຫຼ່ງຂ່າວ: ຂ່າວສານຮສສ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...