Homeຂ່າວຕ່າງປະເທດອຸບັດຕິເຫດຮັກ! ໜຸ່ມຊາວຈີນຂັບລົດຕຳຍິງສາວ ໄປເບິ່ງແຍງທຸກມື້ ສຸດທ້າຍຕົກຂຸມຮັກ

ອຸບັດຕິເຫດຮັກ! ໜຸ່ມຊາວຈີນຂັບລົດຕຳຍິງສາວ ໄປເບິ່ງແຍງທຸກມື້ ສຸດທ້າຍຕົກຂຸມຮັກ

Published on

ອຸບັດຕິເຫດຮັກ! ໜຸ່ມຊາວຈີນຂັບລົດຕຳຍິງສາວ ຈົນເຂົົ້າໂຮງໝໍຈຶ່ງໄດ້ໄປຢ້ຽມຢາມຕະຫຼອດ ຈົນເກີດຄວາມຮັກ ເລື່ອນສະຖານະຈາກຄູ່ກໍລະນີ ເປັນ ຄູ່ຊີວິດ.

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 17 ກຸມພາ 2025 ຜ່ານມາ, ເປັນເລື່ອງລາວສຸດຮືຮາ ເມື່ອຊາຍໜຸ່ມຈີນຊື່ ຫລີ່ ອາຍຸ 36 ປີ ອາໄສຢູ່ເຂດຫູໜານ ປະເທດຈີນ ເກີດອຸບັດຕິເຫດຂັບລົດຕຳຍິງສາວອາຍຸ 23 ປີ ເຮັດໃຫ້ຍິງສາວໄດ້ຮັບບາດເຈັບ ຈົນຕ້ອງໄດ້ເຂົ້າໂຮງໝໍ ເຊິ່ງໃນລະຫວ່າງທີ່ຍິງສາວເຂົ້າຮັບການຮັກສາຢູ່ໃນໂຮງໝໍ ທ້າວ ຫລີ່ ໄດ້ເຂົ້າໄປຢ້ຽມຢາມດູແລຍິງສາວຄົນດັ່ງກ່າວໃນທຸກໆມື້.

ທ້າວ ຫລີ່ ໄດ້ເປີດເຜີຍວ່າ: ຍິງສາວໄດ້ເຂົ້າຮັບການຮັກສາຢູ່ໂຮງໝໍດົນນານກວ່າ 10 ມື້, ໂດຍຕົນພະຍາຍາມດູແລເບິ່ງແຍງຜູ້ຍິງຄົນນີ້ຢ່າງໃກ້ຊິດ ເຊິ່ງເຮັດໃຫ້ທັງສອງມີຄວາມຮູ້ສຶກທີ່ດີຕໍ່ກັນ, ເຖິງແມ່ນວ່າທ້າວ ຫລີ່ ແລະ ຍິງສາວມີອາຍຸຫ່າງກັນເຖິງ 13 ປີ ແຕ່ພໍ່ແມ່ຂອງທັງສອງຝ່າຍຕ່າງເຄົາລົບການຕັດສິນໃຈຂອງທັງຄູ່ ເຮັດໃຫ້ທັງສອງຕົກລົງກັນແຕ່ງງານ ໃນວັນທີ 6 ກຸມພາ 2024 ຜ່ານມາ.

ຫຼັງຈາກເລື່ອງລາວດັ່ງກ່າວໄດ້ຖືກເຜີຍແຜ່ອອກໄປໃນສື່ສັງຄົມອອນລາຍກໍມີຊາວເນັດ ເຂົ້າມາສະແດງຄວາມຍິນດີນຳທັງສອງຢ່າງຫຼວງຫຼາຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...