spot_img
Homeຂ່າວພາຍ​ໃນສາວລາວຖືກຂ້າ ທີ່ປະເທດໄທ

ສາວລາວຖືກຂ້າ ທີ່ປະເທດໄທ

Published on

10155858_893484714016535_7149675048664980774_n

ເມື່ອວັນທີ 16 ທັນວາ 2014 ທີ່ຜ່ານມາ ມີຜູ້ແຈ້ງຕຳຫຼວດໄທວ່າ ພົບສົບຜູ້ເສຍຊີວິດພາຍໃນຫ້ອງເຊົ່າ ຮ່ອມສວນສະຫຍາມ 12 ແຍກ 2 ເຂດຄັນນາຍາວ ນະຄອນຫຼວງບາງກອກ. ເຈົ້າໜ້າທີ່ຕຳຫຼວດໄທຈຶ່ງໄດ້ໄປກວດສອບ ເຊິ່ງດ້ານລຸ່ມເປັນຮ້ານເສີມສວຍ ແລະຊັ້ນເທິງເປັນຫ້ອງເຊົ່າ ໂດຍບໍລິເວນຊັ້ນ 3 ຫ້ອງເຊົ່າເລກທີ 7 ພົບສົບຍິງສາວສະພາບນອນຫງາຍ ໃນມືຈັບມີດໄວ້ 1 ດວງ ມີໝອນປິດເທິງໃບໜ້າ ແລະມີຮອຍຖືກແທງ 1 ຮອຍ ບໍລິເວນໜ້າທ້ອງ ເສຍຊີວິດມາແລ້ວປະມານ 3 ວັນ ກວດສອບຮູ້ວ່າຜູ້ຕາຍຊື່ ນາງລັດ ອາຍຸປະມານ 30 ປີ ສັນຊາດລາວ ອາຊີບພະນັກງານຂາຍເຄື່ອງ.

ທ້າຍປະສິດ ສຸຣະ ອາຍຸ 42 ປີ ເປັນໝູ່ຮ່ວມງານກັບຜູ້ຕາຍ ເປີດເຜີຍວ່າ ຜູ້ຕາຍເປັນຄົນມັກທ່ຽວ ເຂົ້າສັງຄົມ ຄົບກັບ ທ້າວ ພັນ ອາຍຸປະມານ 38 ປີ ເຄີຍເຮັດອາຊີບຮັກສາຄວາມປອດໄພ ມີລູກນຳກັນ 2 ຄົນ ກ່ອນເກີດເຫດ ທ້າວພັນ ໄດ້ກັບມາຈາກປະເທດລາວ 4 ມື້ ແລະເມື່ອວັນອາທິດທີ 14 ທັນວາ ທີ່ຜ່ານມາ ໄດ້ນັດນາງລັດ ໄປທ່ຽວພັດທະຍານຳກັນ ແຕ່ເມື່ອວັນຈັນແລະວັນອັງຄານ ບໍ່ເຫັນນາງລັດມາເຮັດວຽກ ເຫັນຜິດສັງເກດຈຶ່ງຂຶ້ນໄປເບິ່ງຢູ່ຫ້ອງນອນ ແຕ່ເມື່ອຂຶ້ນຮອດຊັ້ນ 2 ກໍໄດ້ກິ່ນເໝັນ ຈຶ່ງຕັດສິນໃຈປິນລະບຽງທາງໜ້າຫ້ອງຂຶ້ນໄປເບິ່ງ ຈຶ່ງພົບວ່ານາງລັດເສຍຊີວິດແລ້ວ.

ເບື້ອງຕົ້ນເຈົ້າໜ້າທີ່ກ່າວວ່າ ຂະນະນີ້ໄດ້ເກັບຫຼັກຖານຕ່າງໆ ໃນຫ້ອງ ລວມທັງມີດທີ່ຢູ່ໃນມືຂອງຜູ້ຕາຍ ສົ່ງໃຫ້ເຈົ້າໜ້າທີ່ພິສູດຫຼັກຖານ ກວດສອບຮອຍນິ້ວມືແຝງ ແລະໄດ້ສອບປາກຄຳພະຍານແວດລ້ອມກວ່າ 20 ຄົນ ຄາດວ່າ ຜູ້ກໍ່ເຫດເປັນແຟນຂອງຜູ້ຕາຍ ແລະຈະຈັບກຸມໂຕຄົນຮ້າຍໄດ້ບໍ່ຍາກ ກ່ອນເອົາສົບຜູ້ເສຍຊີວິດ ສົ່ງໄປພິສູດຕໍ່ທີ່ສະຖາບັນນິຕິເວດ ໂຮງໝໍຕຳຫຼວດຕໍ່ໄປ.

ຂ່າວຈາກ ໄທຣັດ ອອນລາຍນ໌

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...