spot_img
Homeເບິ່ງດວງດວງປະຈຳວັນທີ 17 ກຸມພາ 2025

ດວງປະຈຳວັນທີ 17 ກຸມພາ 2025

Published on

ດວງປະຈຳວັນທີ 17 ກຸມພາ 2025

– ຄົນເກີດວັນຈັນ: ວຽກດ່ວນກະທັນຫັນເຂົ້າມາ ຈະມີປັນຫາຖ້າຈັດການບໍ່ໄດ້, ໄດ້ຮັບເງິນພິເສດໃນບ່ອນເຮັດວຽກ, ຄົນໂສດຢູ່ໃນໂໝດຄົນມີສະເນ່ ຄົນມີຄູ່ຍັງບໍ່ຮູ້ວ່າຈະເອົາແນວໃດຕໍ່ດີ, ລະວັງປັນຫາຈາກຄວາມຄຽດສະສົມ.

– ຄົນເກີດວັນຄານ: ຮັບຂ່າວສານກ່ຽວກັບການປ່ຽນແປງໃນເລື່ອງວຽກ, ມີເກນໄດ້ຮັບເງິນຈາກການເຈລະຈາ, ຄົນໂສດລະວັງໃຈອ່ອນຮັກງ່າຍ ຄົນມີຄູ່ຍັງບໍ່ມີຫຍັງເປັນຕາຫ່ວງ ຄົນມີຄູ່ລະວັງໝູ່ຂອງອີກຝ່າຍ, ລະວັງປັນຫາກ່ຽວກັບພູມແພ້.

– ຄົນເກີດວັນພຸດ: ມີເກນຈະໄດ້ເລື່ອນຕຳແໜ່ງ ຕ້ອງພິຈາລະນາດີໆ, ການເງິນບໍ່ມີຫຍັງປ່ຽນແປງ, ຄົນໂສດລະວັງມັກຄົນມີເຈົ້າຂອງ ຄົນມີຄູ່ມີປັນຫາຄຽດກັນເລັກໜ້ອຍ, ລະວັງປັນຫາກ່ຽວກັບກະເພາະອາຫານ.

– ຄົນເກີດວັນພະຫັດ: ເຈັບຫົວກັບວຽກງານທີ່ເຮັດ, ມີເກນໝົດເງິນໄປກັບເຄື່ອງປະດັບ, ຄົນໂສດມີຕົວເລືອກມາພະຍາຍາ ຄົຍມີຄູ່ຍັງຄົງຮັກກັນດີ, ລະວັງຄວາມເມື່ອຍສະສົມ.

– ຄົນເກີດວັນສຸກ: ບໍ່ມີຄວາມສຸກກັບບ່ອນເຮັດວຽກ, ໝົດເງິນໄປກັບການລົງທຶນຫຼາຍ, ຄົນໂສດຍັງບໍ່ມີໂຊກເລື່ອງຮັກ ຄົນມີຄູ່ມີເກນໄດ້ຢູ່ໄກກັນ, ລະວັງປັນຫາກ່ຽວກັບການຫາຍໃຈ.

– ຄົນເກີດວັນເສົາ: ມີແຕ່ວຽກເບົາໆໃຫ້ເຮັດ ຈັດສັນເວລາໄດ້ດີ, ມີໂຊກໃນການສ່ຽງດວງແລະລົງທຶນ, ຄົນໂສດຫາແນວມີປະໂຫຍດກັບຕົນເອງ ຄົນມີຄູ່ລົມກັນໃຫ້ຫຼາຍຂຶ້ນ, ລະວັງປັນຫາທີ່ມາກັບຝຸ່ນ.

– ຄົນເກີດວັນອາທິດ: ຈະໄດ້ປ່ຽນບ່ອນເຮັດວຽກຕາມທີ່ຄິດ, ມີເກນເສຍເງິນໄປກັບອຸບັດຕິເຫດນ້ອຍ-ໃຫຍ່, ຄົນໂສດລະວັງຄວາມສຳພັນຊັບຊ້ອນ ຄົນມີຄູ່ມີແຕ່ຄວາມຫວານ, ລະວັງປັນຫາກ່ຽວກັບກ້າມເນື້ອ ຂໍ້ ເສັ້ນປະສາດ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...