spot_img
Homeຂ່າວຕ່າງປະເທດທ່ານ ໂດໂນ ທຣຳ ປະກາດ ຕ້ອງການປິດກະຊວງສຶກສາທິການສະຫະລັດອາເມລິກາທັນທີ

ທ່ານ ໂດໂນ ທຣຳ ປະກາດ ຕ້ອງການປິດກະຊວງສຶກສາທິການສະຫະລັດອາເມລິກາທັນທີ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ປະທານາທິບໍດີ ໂດໂນ ທຣຳ ປະກາດເມື່ອວັນທີ 12 ກຸມພາ 2025 ວ່າ ລາວຕ້ອງການໃຫ້ມີການປິດກະຊວງສຶກສາທິການອາເມລິກາທັນທີ.

ກ່ອນໜ້ານີ້ ທຣຳເຄີຍລະບຸວ່າລາວຕ້ອງການປິດກະຊວງດັ່ງກ່າວ ໂດຍໃຊ້ອຳນາດຄຳສັ່ງຝ່າຍບໍລິຫານ ແຕ່ຍອມຮັບວ່າການດຳເນີນການໃຫ້ເປັນໄປຕາມແຜນການຫາສຽງຂອງລາວ ຈະຕ້ອງໄດ້ຮັບການສະໜັບສະໜຸນຈາກສະພາຄອງເກສ ແລະສະຫະພາບຄຣູ.

ຫາກມີການປິດກະຊວງສຶກສາທິການໃນທັນທີ ອາດຈະສົ່ງຜົນກະທົບຕໍ່ເງິນອຸດໜຸນຈຳນວນຫຼາຍໝື່ນລ້ານໂດລາ ທີ່ຈັດສັນໃຫ້ກັບໂຮງຮຽນລະດັບ K-12 ແລະໂຄງການຊ່ວຍເຫຼືອຄ່າຮ່ຳຮຽນຂອງນັກສຶກສາ ໃນລະດັບອຸດົມສຶກສາ.

ທຣຳໃຊ້ເວລາຫຼາຍອາທິດໃນຊ່ວງທຳອິດຂອງການດຳລົງຕຳແໜ່ງ ຊຸກຍູ້ການປ່ຽນແປງຄັ້ງໃຫຍ່ໃນລັດຖະບານ ອາເມລິກາ ບໍ່ວ່າຈະເປັນການຮຽກຮ້ອງໃຫ້ພະນັກງານຂອງລັດ ກັບມາເຮັດວຽກທີ່ສຳນັກງານ ຫຼື ອອກຈາກຕຳແໜ່ງ, ການຫຼຸດຄ່າໃຊ້ຈ່າຍແລະຈຳນວນພະນັກງານ ລວມເຖິງການພະຍາຍາມປິດໜ່ວຍງານຕ່າງໆ ເຊັ່ນ: ອົງການເພື່ອການພັດທະນາລະຫວ່າງປະເທດ ແຫ່ງອາເມລິກາ ຫຼື USAID ແລະກະຊວງສຶກສາທິການ ເປັນໜຶ່ງໃນເປົ້າໝາຍທີ່ທຣຳຕ້ອງການປິດຕົວລົງ.

ທ່ານ ໂດໂນ ທຣຳ ກ່າວກັບຜູ້ສື່ຂ່າວໃນວັນພຸດທີ່ຜ່ານມາວ່າ “ຂ້ອຍຢາກໃຫ້ມັນຖືກປິດທັນທີ, ກະຊວງສຶກສາທິການເປັນເລື່ອງລວງໂລກຄັ້ງໃຫຍ່”

ກ່ອນໜ້ານີ້ ທ່ານ ໂດໂນ ທຣຳ ເຄີຍສະເໜີໃຫ້ມີການປິດກະຊວງສຶກສາທິການມາແລ້ວ ໃນວາລະທຳອິດຂອງລາວ (2017-2021) ແຕ່ບໍ່ໄດ້ຮັບການສະໜັບສະໜຸນຈາກສະພາຄອງເກສ.

ປັດຈຸບັນ ກະຊວງສຶກສາທິການມີພະນັກງານ 4,245 ຄົນ ແລະໃຊ້ງົບປະມານ 251 ພັນລ້ານໂດລາ ໃນປີງົບປະມານຫຼ້າສຸດ.

ທັງນີ້, ກຸ່ມນັກຄິດອະນຸລັກນິຍົມ ທີ່ສະໜັບສະໜຸນການຍົກເລີກກະຊວງສຶກສາທິການ ໄດ້ສະເໜີວ່າ ໜ່ວຍງານອື່ນສາມາດເຂົ້າມາຮັບໜ້າທີ່ຈັດການ ໂຄງການເງິນອຸດໜຸນ ແລະກຳກັບດູແລດ້ານການສຶກສາແທນໄດ້.

 

ທີ່ມາ: Reuters

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...