Homeເບິ່ງດວງດວງປະຈຳວັນທີ 14 ກຸມພາ 2025

ດວງປະຈຳວັນທີ 14 ກຸມພາ 2025

Published on

ດວງປະຈຳວັນທີ 14 ກຸມພາ 2025

– ຄົນເກີດວັນຈັນ: ເຮັດວຽກແລ້ວແບບໄຟລົນກົ້ນ ຕ້ອງຈັດສັນຄວາມສຳຄັນໃຫ້ດີ, ຈ່າຍເງິນໄປກັບເຄື່ອງຂອງທີ່ຢາກໄດ້, ຄົນໂສດຕ້ອງຫາເວລາໃຫ້ກັບຕົວເອງເພີ່ມຂຶ້ນ ຄົນມີຄູ່ຈະມີໄລຍະຫ່າງກັນ, ລະວັງປັນຫາກ່ຽວກັບອາການປວດຂໍ້.

– ຄົນເກີດວັນຄານ: ບັນຍາກາດບ່ອນເຮັດວຽກປ່ຽນໄປ, ມີໂຊກເລື່ອງການລົງທຶນ ແຕ່ເງິນຢູ່ນຳບໍ່ດົນ, ຄົນໂສດຈະພົບຄົນຖືກໃຈໃນງານສັງສັນ ຄົນມີຄູ່ຄວາມສຳພັນກຳລັງໄປໄດ້ດີ, ລະວັງປັນຫາກ່ຽວກັບຮ່າງກາຍອ່ອນເພຍ.

– ຄົນເກີດວັນພຸດ: ໄດ້ຮັບມອບໝາຍວຽກງານສຳຄັນ ແລະຈະຜ່ານໄປໄດ້, ລະວັງການຈ່າຍເງິນຕາມໃຈຕົວເອງ, ຄົນໂສດຈະມີຄົນເຂົ້າມາພະຍາຍາມໃນຄວາມຮັກນຳ ຄົນມີຄູ່ຫາເວລາໃຫ້ກັນເພີ່ມຂຶ້ນ, ລະວັງໄມເກນ.

– ຄົນເກີດວັນພະຫັດ: ຖືກມອບໝາຍວຽກທີ່ບໍ່ຖະນັດ, ມີໂຊກເລື່ອງເງິນຈາກການເຈລະຈາ, ຄົນໂສດຄົນເກົ່າຈະເຂົ້າມາພະຍາຍາມໃນເລື່ອງຮັກ ຄົນມີຄູ່ມີແນວຕ້ອງໃຫ້ຫ່າງກັນ, ລະວັງປັນຫາກ່ຽວກັບປວດກ້າມເນື້ອ.

– ຄົນເກີດວັນສຸກ: ມີເກນຈະໄດ້ວຽກໃໝ່ ຕ້ອງເລືອກດີໆ, ຮັບເງິນກ້ອນຈາກການລົງທຶນ, ຄົນໂສດລະວັງຖືກດຶງໄປຢູ່ໃນຄວາມສຳພັນທີ່ມີປັນຫາ ຄົນມີຄູ່ໝັ່ນເຕີມຄວາມຫວານໃຫ້ກັນ, ລະວັງປັນຫາກ່ຽວກັບລະບົບທາງເດີນອາຫານ.

– ຄົນເກີດວັນເສົາ: ວຽກງານບໍ່ຫຼາຍ ຈົນສາມາດເຮັດຢ່າງອື່ນໄດ້, ໝົດເງິນໄປກັບເລື່ອງຂອງຕົນເອງ, ຄົນໂສດສະເນ່ແຮງ ຄົນມີຄູ່ລະວັງປາກສຽງເລັກນ້ອຍ, ລະວັງປັນຫາກ່ຽວກັບຜິວໜັງ.

– ຄົນເກີດວັນອາທິດ: ຈິດໃຈບໍ່ຄ່ອຍຈົດຈໍ່ຢູ່ກັບເລື່ອງວຽກງານ ຕ້ອງມີສະຕິ, ການເງິນຄ່ອງຕົວ, ຄົນໂສດຍັງຕ້ອງໂສດອີກດົນ ຄົນມີຄູ່ຄວາມຮັກຫວານຊື່ນດີ, ລະວັງປັນຫາກ່ຽວກັບເສັ້ນປະສາດ.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...