Homeເບິ່ງດວງດວງປະຈຳວັນທີ 12 ກຸມພາ 2025

ດວງປະຈຳວັນທີ 12 ກຸມພາ 2025

Published on

ດວງປະຈຳວັນທີ 12 ກຸມພາ 2025

– ຄົນເກີດວັນຈັນ: ລະວັງມີປາກສຽງກັບຄົນໃນບ່ອນເຮັດວຽກ, ໄດ້ຮັບກຳໄລຈາກການຕໍ່ລອງເຈລະຈາ, ຄົນໂສດຍັງບໍ່ພົບຄົນຖືກໃຈ ຄົນມີຄູ່ຕ້ອງຫາເວລາເຄຍປັນຫາເກົ່າໆ, ລະວັງປັນຫາລະບົບທາງເດີນອາຫານ ຫຼື ອາຫານເປັນພິດ.

– ຄົນເກີດວັນຄານ: ວຽກງານລົ້ນມື ຫາເວລາເຮັດອັນອື່ນບໍ່ໄດ້, ດວງດີເລື່ອງການລົງທຶນ, ຄົນໂສດລະວັງຫຼົງຮັກຮຸ້ນນ້ອງ ຄົນມີຄູ່ຄວາມຮັກຫວານຊື່ນດີ, ລະວັງປັນຫາກ່ຽວກັບຜິວໜັງ.

– ຄົນເກີດວັນພຸດ: ວຽກທີ່ຮັບຜິດຊອບເຮັດອອກມາໄດ້ດີ ແຕ່ມີຈຸດທີ່ຕ້ອງປັບປຸງ, ໝົດເງິນໄປກັບເຄື່ອງຂອງທີ່ມັກ, ຄົນໂສດມີຄົນທີ່ບໍ່ຄາດຄິດມາສົນໃຈ ຄົນມີຄູ່ຮັກສາເວລາທີ່ມີຮ່ວມກັນໄວ້, ລະວັງອາການປວດເມື່ອຍຕາມກ້າມເນື້ອ.

– ຄົນເກີດວັນພະຫັດ: ບໍ່ມີຄວາມຊັດເຈນໃນຕຳແໜ່ງໜ້າທີ່ວຽກງານທີ່ເຮັດ, ໝົດເງິນໄປກັບການລົງທຶນ, ຄົນໂສດມີຄົນໜ້າໃໝ່ເຂົ້າຫາ ຄົນມີຄູ່ລະວັງປາກສຽງຈາກເລື່ອງເລັກນ້ອຍ, ລະວັງອາການກ່ຽວກັບເສັ້ນປະສາດ.

– ຄົນເກີດວັນສຸກ: ຖືກໂຍນວຽກທີ່ບໍ່ຖະນັດໃຫ້ເຮັດ ແຕ່ສາມາດຜ່ານໄປໄດ້, ມີເກນເສຍເງິນເພື່ອສຸຂະພາບ, ຄົນໂສດລະວັງຖືກຕົວະໃຫ້ຮັກ ຄົນມີຄູ່ມີເລື່ອງເຊີໄພ້, ລະວັງປັນຫາກ່ຽວກັບລະບົບລຳໄສ້.

– ຄົນເກີດວັນເສົາ: ມີຄົນສະເໜີວຽກງານໃໝ່ໆມາໃຫ້ ຕ້ອງພິຈາລະນາດີໆ, ຕຽມຮັບໂຊກຈາກການລົງທຶນ, ຄົນໂສດຍັງບໍ່ມີຄົນເຂົ້າມາໃນຊ່ວງນີ້ ຄົນມີຄູ່ຕ້ອງໄດ້ຢູ່ໄກກັນ, ລະວັງອ່ອນເພຍຈາກການພັກຜ່ອນບໍ່ພຽງພໍ.

– ຄົນເກີດວັນອາທິດ: ໄດ້ຮັບມອບໝາຍວຽກງານສຳຄັນ, ລະວັງເສຍເງິນກ້ອນໃຫຍ່ໄປກັບເລື່ອງບໍ່ເປັນເລື່ອງ, ຄົນໂສດຍັງບໍ່ມີໃຜຖືກໃຈ ຄົນມີຄູ່ລະວັງເລື່ອງເຂົ້າໃຈຜິດ, ລະວັງເລື່ອງລະບົບທາງເດີນຫາຍໃຈ.

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...