spot_img
Homeເບິ່ງດວງດວງປະຈຳວັນທີ 11 ກຸມພາ 2025

ດວງປະຈຳວັນທີ 11 ກຸມພາ 2025

Published on

ດວງປະຈຳວັນທີ 11 ກຸມພາ 2025

– ຄົນເກີດວັນຈັນ: ການງານດີ ມີໂອກາດໄດ້ຮັບຄຳຊົມ, ມີເກນໝົດເງິນໄປກັບການຊ່ອມແປງເຄື່ອງໃຊ້, ຄົນໂສດມີຄວາມສຸກດີກັບຊີວິດໂສດ ຄົນມີຄູ່ມີເລື່ອງໃຫ້ເຂົ້າໃຈຜິດກັນ, ລະວັງປັນຫາອ່ອນເພຍຈາກການນອນບໍ່ພໍ.

– ຄົນເກີດວັນຄານ: ມີການປັບປ່ຽນຄວາມຮັບຜິດຊອບໃນເລື່ອງວຽກງານ, ໄດ້ຮັບເງິນທີ່ຖືກຢືມໄປຄືນມາ, ຄົນໂສດມີໂອກາດພົບຄົນຖືກໃຈ ຄົນມີຄູ່ຕ້ອງຫາເວລາຢູ່ນຳກັນເພີ່ມຂຶ້ນ, ລະວັງອາການເຈັບເປັນຈາກລະບົບລຳໄສ້.

– ຄົນເກີດວັນພຸດ: ຫົວໜ້າໂຍນວຽກດ່ວນມາໃຫ້ ຕ້ອງຈັດສັນເວລາໃຫ້ດີໆ, ມີເກນໄດ້ຮັບເງິນກ້ອນຈາກການລົງທຶນ, ຄົນໂສດຕ້ອງໃຫ້ເວລາກັບຕົວເອງຫຼາຍຂຶ້ນ ຄົນມີຄູ່ລະວັງບຸກຄົນທີສາມວຸ້ນວາຍໃນຄວາມສຳພັນ, ລະວັງເລື່ອງລະບົບທາງເດີນຫາຍໃຈ.

– ຄົນເກີດວັນພະຫັດ: ມີການປັບປ່ຽນຕຳແໜ່ງສາຍງານ, ມີເກນໄດ້ຮັບເງິນກ້ອນໃຫຍ່ຈາກການເຈລະຈາ, ຄົນໂສດຄົນເກົ່າຈະກັບເຂົ້າມາອີກ ຄົນມີຄູ່ຈະໄດ້ຢູ່ຫ່າງກັນໄລຍະໜຶ່ງ, ລະວັງອາການປວດເມື່ອຍຕາມກ້າມເນື້ອ.

– ຄົນເກີດວັນສຸກ: ໄດ້ຮັບຂ່າວດີໃນເລື່ອງວຽກ ຫຼື ໄດ້ຮັບໂປຣເຈັກໃຫຍ່, ໝົດເງິນໄປກັບເລື່ອງສຸຂະພາບ, ຄົນໂສດມີຄົນແອບຮັກ ຄົນມີຄູ່ມີປາກສຽງກັນຈາກເລື່ອງບໍ່ເປັນເລື່ອງ, ລະວັງປັນຫາກ່ຽວກັບລະບົບທາງເດີນອາຫານ.

– ຄົນເກີດວັນເສົາ: ຖືກຈັບຕາເບິ່ງຈາກຄົນອ້ອມຂ້າງເປັນພິເສດໃນເລື່ອງວຽກ, ມີໂອກາດໝົດເງິນໄປກັບສິ່ງຂອງທີ່ຢາກໄດ້, ຄົນໂສດລະວັງຖືກດຶງໄປເປັນມືທີສາມ ຄົນມີຄູ່ຄວາມຮັກຍັງຫວານດີ, ລະວັງໂລກປະຈຳຕົວ.

– ຄົນເກີດວັນອາທິດ: ເພື່ອນຮ່ວມງານໂຍນວຽກຄວາມຮັບຜິດຊອບມາໃຫ້, ໝົດເງິນໄປກັບເລື່ອງຂອງຄອບຄົວ, ຄົນໂສດມີຄົນເຂົ້າຫາ ແຕ່ບໍ່ຖືກໃຈ ຄົນມີຄູ່ຕ້ອງຫາເວລາລົມກັນເພີ່ມ, ລະວັງໄມເກນ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...