Homeຂ່າວພາຍ​ໃນທ່ານ ສອນໄຊ ສີພັນດອນ ເດີນທາງ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານທົ່ວໂລກ ປະຈໍາປີ 2025

ທ່ານ ສອນໄຊ ສີພັນດອນ ເດີນທາງ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານທົ່ວໂລກ ປະຈໍາປີ 2025

Published on

ໂດຍຕອບຮັບຕາມການເຊື້ອເຊີນ ຂອງ ສົມເດັດ ເຊັກ ໂມຮາມັດ ບິນ ລາຊິດ ອໍ ມາກຕຸມ, ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານທົ່ວໂລກ ປະຈໍາປີ 2025 (World Governments Summit 2025), ພາຍໃຕ້ຄໍາຂວັນ: “ຮູບແບບຂອງລັດຖະບານໃນອະນາຄົດ (Shaping Future Governments)” ໃນລະຫວ່າງວັນທີ 10-12 ກຸມພາ 2025, ທີ່ ນະຄອນດູໄບ, ສະຫະນະຄອນ ເອເມຣັດ ອາຣັບ.

ສະຫະນະຄອນ ເອເມຣັດ ອາຣັບ ໄດ້ລິເລີ່ມສ້າງຕັ້ງກົນໄກກອງປະຊຸມດັ່ງກ່າວຂຶ້ນ ໃນປີ 2013 ເພື່ອສ້າງເປັນເວທີໃຫ້ແກ່ບັນດາຜູ້ນຳຂັ້ນສູງ/ຫົວໜ້າລັດຖະບານຂອງປະເທດຕ່າງໆ, ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດ ເພື່ອປຶກສາຫາລື ກ່ຽວກັບການສົ່ງເສີມການຮ່ວມມືໃນຂົງເຂດຕ່າງໆ ເປັນຕົ້ນແມ່ນ: ນະວັດຕະກຳເຕັກໂນໂລຊີ, ເສດຖະກິດ-ສັງຄົມ, ການບໍລິຫານລັດ, ການເງິນ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ ແລະ ບັນຫາສິ່ງທ້າທາຍອື່ນໆ ໃນທ່າມກາງສະພາບການສາກົນທີ່ປ່ຽນແປງໄປ ລວມທັງທິດ ທາງການຮ່ວມມືໃນອະນາຄົດ.

ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມຄັ້ງນີ້, ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະໄດ້ນໍາພາພາກທຸລະກິດ ຂອງ ສປປ ລາວ ພົບປະກັບພາກທຸລະກິດ ຂອງ ສະຫະນະຄອນ ເອເມຣັດ ອາຣັບ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຊຸກຍູ້ການຮ່ວມມືໃນຂະແໜງການທີ່ສອງຝ່າຍມີທ່າແຮງ.
ແຫຼ່ງຂ່າວ: LNR

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...