Homeຂ່າວພາຍ​ໃນພິທີປະກາດຮັບຮອງເອົາພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ

ພິທີປະກາດຮັບຮອງເອົາພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ

Published on

ແຂວງສະຫວັນນະເຂດ ຈັດພິທີປະກາດຮັບຮອງເອົາພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ຕິດພັນກັບການເປີດງານບຸນນະມັດສະການພຣະທາດໂຜ່ນ ໃນຕອນບ່າຍວັນທີ 8 ກຸມພາ 2025 ນີ້ ທີ່ບ້ານໂພນທາດ ເມືອງໄຊພູທອງ ໂດຍມີ ທ່ານ ບຸນໂຈມ ອຸບົນປະເສີດ, ເຈົ້າ ແຂວງສະຫວັນນະເຂດ ແລະ ມວນຊົນຊາວແຂວງສະຫວັນນະ ເຂດ ເຂົ້າຮ່ວມ.

ທ່ານ ນາງ ດາວວອນ ໄຊສຸລຽນ ເຈົ້າເມືອງໄຊ ພູທອງ ໃຫ້ຮູ້ວ່າ: ພາຍຫຼັງທີ່ຄະນະທີມງານ ທີ່ມາຈາກກົມມໍລະດົກ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ສົມທົບກັບ ພະແນກ ຖວທ ແຂວງ, ຫ້ອງການ ຖວທ ເມືອງໄຊພູທອງ ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ຮ່ວມກັນຈັດຕັ້ງປະຕິບັດວຽກງານ ການເດີນສໍາຫຼວດພື້ນທີ່ຕົວຈິງ ແລະ ເກັບກຳຂໍ້ມູນປະຫວັດທີ່ກ່ຽວຂ້ອງກັບ ຜາສາດເຮືອນຫີນ ແລະ ພຣະທາດໂຜ່ນ ພ້ອມທັງສໍາເລັດການເດີນສໍາຫຼວດ, ບັນດາຈຸດເຂດແດນ ແລະ ອົງປະກອບຕ່າງໆ ທີ່ກ່ຽວຂ້ອງກັບ ຄວາມເປັນມາຂອງ ຜາສາດເຮືອນຫີນ ແລະ ພຣະທາດໂຜ່ນ; ໄດ້ສໍາຫຼວດກໍານົດຈຸດບັນດາທີ່ຕັ້ງ, ອົງປະກອບຕ່າງໆຂອງວິຊາການເອີ້ນວ່າການຂຶ້ນທະບຽນ, ສໍາເລັດສໍາເນົາເອກະສານນິຕິກໍາຕ່າງໆ ແລະ ສໍາເລັດການນໍາພາປະຊາຊົນບ້ານເຮືອນຫີນ ອະນາໄມພື້ນທີ່, ຮື້ຖອນສິ່ງກີດຂວາງ, ຕັດຕົ້ນໄມ້ຕາມໂຄງສ້າງເຮືອນຫີນ ທີ່ເຫັນວ່າອາດມີຜົນກະທົບຕໍ່ ໂຄງສ້າງສະຖານ ບູຮານໃນປະຈຸບັນ ແລະ ອະນາຄົດ ກຳນົດຈຸດບ່ອນຂາຍດອກໄມ້, ຂັນດອກໄມ້ ໄປໄວ້ບ່ອນທີ່ເໝາະສົມ ເພື່ອບໍ່ໃຫ້ປິດບັງວິວທິວທັດທີ່ສວຍງາມຂອງເຮືອນຫີນ.

ອົງພຣະທາດໂຜ່ນເປັນປູຊະນີຍະຖານທີ່ລໍ້າຄ່າ ແລະ ເປັນພຣະທາດອົງສັກສິດຄູ່ບ້ານຄູ່ເມືອງ ຂອງພວກເຮົາແຕ່ບູຮານນະ ການ,ແຕ່ອະດີດຈົນເຖິງທຸກວັນນີ້ເຊິ່ງຕາມຕຳນານໄດ້ກ່າວວ່າ: ພຣະທາດອົງນີ້ໄດ້ສ້າງໃນວັນພຸດເດືອນ 12 ພສ 118, ລົງມືສ້າງຕອນຄໍ່າສ້າງດ້ວຍກ້ອນຫີນເຂົ້າຈີ່(ຫີນໜາມໜໍ່)ເປັນທາດອຸບມຸງ (ຄ້າຍຄືຮູບໂອຂວໍ້າ) ມາຮອດປັດຈຸບັນມີອາຍຸ 2500 ກວ່າປີເຊິ່ງໃນແຕ່ລະປີຂອງເດືອນ 3 ເພັງ ປະຊາຊົນພາຍໃນທ້ອງຖິ່ນກໍ່ຄືຊາວພຸດທະບໍລິສັດທີ່ຢູ່ໃກ້ແລະໄກມີຄວາມເຫຼື້ອມໃສສັດທາ ໄດ້ພ້ອມພຽງກັນຈັດງານບຸນນະມັດສະການພຣະທາດໂຜ່ນອົງສັດສິດແຫ່ງນີ້ຕະຫຼອດມາ, ເພື່ອເປັນການອະນຸລັກຮັກສາໄວ້ຂະນົບທຳນຽມປະເພນີອັນດີງາມຂອງຊາດ ກໍ່ຄືຂອງທ້ອງຖິ່ນໃຫ້ຍັງຄົງຢູ່ຄູ່ກັບພວກເຮົາຕະຫຼອດໄປ, ດັ່ງນັ້ນຄະນະພັກ-ອົງການປົກຄອງເມືອງໄຊພູທອງຈຶ່ງໄດ້ຮ່ວມໃຈກັບປະຊາຊົນພີ່ນ້ອງຊາວພຸດທັງໃກ້ແລະໄກທຸກທົ່ວໜ້າພ້ອມກັນຈັດງານບຸນນະມັດສະການພຣະທາດໂຜ່ນປະຈໍາປີ 2025 ຂຶ້ນທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳອີກດ້ວຍ.

ໂອກາດດັ່ງກ່າວ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ມອບໃບຢັ້ງຢືນພຣະທາດໂຜ່ນ ແລະ ຜາ ສາດເຮືອນຫີນເປັນມໍລະດົກແຫ່ງຊາດລະ ດັບທ້ອງຖິ່ນ ໃຫ້ກັບ ທ່ານ ພັອ ລຳຄູນ ວໍລະວົງ ຫົວໜ້າພະແນກ ຖວທ ແຂວງຢ່າງສົມກຽດ.

ທີ່ມາ: LNR

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...