spot_img
Homeຂ່າວຕ່າງປະເທດຈີນ-ໄທ ເຮັດແທ້! ເພີ່ມທະວີການປາບປາມການຄ້າມະນຸດ ແລະ ການຫຼອກລວງຜ່ານທາງໂທລະຄົມຢ່າງເດັດຂາດ

ຈີນ-ໄທ ເຮັດແທ້! ເພີ່ມທະວີການປາບປາມການຄ້າມະນຸດ ແລະ ການຫຼອກລວງຜ່ານທາງໂທລະຄົມຢ່າງເດັດຂາດ

Published on

ຈີນ-ໄທ ອອກຖະແຫຼງການຮ່ວມ: ເພີ່ມທະວີການປາບປາມການຄ້າມະນຸດ ແລະ ການຫຼອກລວງຜ່ານທາງໂທລະຄົມຢ່າງເດັດຂາດ
ວັນທີ 8 ກຸມພານີ້, ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຂອງ​ຈີນ, ລັດຖະບານ ຈີນ-ໄທ ໄດ້ອອກຖະແຫຼງ ການຮ່ວມກ່ຽວກັບການຫັນ​ໜ້າສູ່ອະນາຄົດ ແລະ ຖືເອົາປະຊາຊົນເປັນໃຈກາງ, ເພີ່ມທະວີສາຍ ພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການສ້າງ​ຄູ່ຮ່ວມຊາຕາກຳຈີນ-ໄທທີ່ໝັ້ນຄົງກວ່າ ເກົ່າ, ມີຄວາມຈະເລີນຮຸ່ງເຮືອງ ແລະ ຍືນຍົງກວ່າເກົ່າ.

ເນື້ອໃນຖະແຫຼງການດັ່ງກ່າວ ລະບຸວ່າ: ສອງຝ່າຍ ເນັ້ນໜັກວ່າ: ພາຍໃຕ້ກົນໄກການຮ່ວມມື ໃນພາກພື້ນຕ່າງໆ ເປັນຕົ້ນ: ກົນໄກການຮ່ວມມືສອງຝ່າຍ ແລະ ກົນໄກການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສອງຝ່າຍ ຈະເພີ່ມທະວີປາບປາມອາຊະຍາກຳຂ້າມຊາດຕ່າງໆ ໂດຍບໍ່ມີການອົດກັ້ນຢ່າງເດັດຂາດ ເຊັ່ນ: ການຄ້າມະນຸດ, ການຫຼອກລວງຜ່ານທາງໂຄລະຄົມ, ການຄ້າຂາຍຢາເສບຕິດ, ການພະນັນຜ່ານທາງອິນເຕີເນັດທີ່ຜິດກົດໝາຍ, ການຟອກເງິນ ແລະ ອື່ນໆ, ດຳເນີນການລາດຕະເວນຮ່ວມປະຕິບັດກົດໝາຍຕາມລຳແມ່ນ້ຳຂອງ.

ສອງຝ່າຍ ຈະເປິກສາຫາລືຕື່ມອີກກ່ຽວກັບການສ້າງກົນໄກການປະສານງານ ແລະ ການຮ່ວມມື ທີ່ເໝາະສົມໂດຍໄວ ເພື່ອປາບປາມການພະນັນຜ່ານທາງອິນເຕີເນັດ ແລະ ການຫຼອກລວງຜ່ານ ທາງໂທລະຄົມຢ່າງມີປະສິດທິຜົນ ແລະ ເຫັນດີຕັ້ງໜ້າເຂົ້າຮ່ວມ “ການເຄື່ອນໄຫວຮັກສາຄວາມ ສະຫງົບປອດໄພຢູ່ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ຮ່ວມກັນຊຸກຍູ້ການຮ່ວມມືດ້ານ​ຕຸ​ລາ​ການ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເພື່ອປົກປັກຮັກສາຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງ ປະຊາຊົນໃນພາກພື້ນ.

ແຫຼ່ງຂ່າວ: CMG

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...