Home​ຂ່າວທ່ອງທ່ຽວປີຜ່ານມາ ແຂວງຈໍາປາສັກ ມີລາຍຮັບຈາກການທ່ອງທ່ຽວ 90 ລ້ານກວ່າໂດລາສະຫະລັດ

ປີຜ່ານມາ ແຂວງຈໍາປາສັກ ມີລາຍຮັບຈາກການທ່ອງທ່ຽວ 90 ລ້ານກວ່າໂດລາສະຫະລັດ

Published on

ທ່ານ ວັນນະໄຊ ຊາດຕະກຸນ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈໍາປາສັກ ໃຫ້ຮູ້ໃນໂອກາດລາຍງານຕໍ່ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ຈັດຂຶ້ນຢູ່ນະຄອນ ຫລວງວຽງຈັນ ເມື່ອບໍ່ດົນມານີ້ ວ່າ: ປີ 2024 ຜ່ານມາ ເຊິ່ງເປັນປີທ່ອງທ່ຽວລາວ ແຂວງຈໍາປາສັກ ໄດ້ຈັດຕັ້ງທັງໝົດ 12 ກິດຈະກໍາ ເປັນວາລະການຈັດງານສົ່ງເສີມການທ່ອງທ່ຽວລາວ.

ໃນນັ້ນ, ມີກິດຈະກໍາລະດັບເມືອງ 10 ກິດຈະກໍາ, ລະດັບ ແຂວງ 1 ກິດຈະກໍາ ແລະ ລະດັບຊາດ 1 ກິດຈະກໍາ ໂດຍເລີ່ມຈາກງານສົມໂພດຕົ້ນໄມ້ມະນີໂຄດ ຢູ່ຄອນພະເພັງ ເມືອງໂຂງ ເປັນກິດຈະກໍາທໍາອິດໃນເດືອນມັງກອນ. ນອກນີ້, ໃນແຕ່ລະເດືອນໄດ້ຈັດ ງານຕ່າງໆຕາມວາລະ ແລະ ງານແຫ່ພະສາດເຜິ້ງ, ກາບໄວ້ພະທາດຄູຂີ້ຫອມ ຢູ່ບ້ານວັດທາດ ເມືອງຈໍາປາສັກ ເປັນກິດຈະກໍາສຸດທ້າຍໃນກາງເດືອນພະຈິກ 2024.

ຜ່ານການຈັດຕັ້ງປະຕິບັດບັນດາກິດຈະກໍາທີ່ໄດ້ກໍານົດໄວ້ ເຮັດໃຫ້ປີຜ່ານມາ ແຂວງຈໍາປາສັກ ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າ ມາທ່ອງທ່ຽວຢູ່ແຂວງຈຳປາ ສັກ ທັງໝົດ 647.325 ຄົນ. ໃນນັ້ນ, ນັກທ່ອງທ່ຽວຕ່າງປະ ເທດ 322.357 ຄົນ, ທຽບໃສ່ແຜນການ ປະຕິບັດໄດ້ລື່ນແຜນ, ສາມາດສ້າງລາຍຮັບໄດ້ 90 ລ້ານກວ່າໂດລາສະຫະລັດ.

ແຫຼ່ງຂ່າວ: LNR

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...