Homeຂ່າວພະຍາກອນອາກາດແຈ້ງເຕືອນ ສະພາບອາກາດຫນາວເຢັນ ແລະ ລົມພັດແຮງ ໃນໄລະຍະວັນທີ 08 ຫາ 11 ກຸມພາ 2025

ແຈ້ງເຕືອນ ສະພາບອາກາດຫນາວເຢັນ ແລະ ລົມພັດແຮງ ໃນໄລະຍະວັນທີ 08 ຫາ 11 ກຸມພາ 2025

Published on

ກຽມຮັບມືອາກາດໜາວເຢັນສະພາບອາກາດເຢັນລະຫວ່າງວັນທີ 8-11 ກຸມພາ 2025 ຄວາມກົດດັນສູງອາກາດຫນາວເຢັນທີ່ປະເທດຈີນໄດ້ມີກໍາລັງແຮງຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງເຫນືອພັດປົກຄຸມເປັນສ່ວນ ໃຫຍ່, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນລົງ 2 ຫາ 4 ອົງສາ ແລະ ຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ, ສະພາບ ອາກາດຈະຫນາວເຢັນຫຼາຍຢູ່ແຂວງພາກເຫນືອ, ພາກກາງ ແລະ ເຂດພູພຽງບໍລະເວນ ພ້ອມຫມອກຫນາປົກຫຸ້ມຢູ່ເຂດພູ ດອຍ ແລະ ພູສູງ, ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນໄລຍະວັນທີ 08 ຫາ 11 ກຸມພາ 2025 ນີ້.

ພາກເຫນືອ ອາກາດຈະຫນາວເຢັນ ຫາ ຫນາວເຢັນຫຼາຍ ພ້ອມມີຫມອກບາງ ປົກຫຸ້ມຢູ່ທົ່ວໄປ ຢູ່ ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ, ໄຊຍະບູລີ ແລະ ຈະມີຝົນຕົກໃນລະດັບ ຄ່ອຍຢູ່ບາງທ້ອງຖີ່ນ. ອຸນຫະພູມຕ່ໍາສຸດ 05 ຫາ 13 ອົງສາ.
ພາກກາງ ອາກາດເຢັນ ຫາ ຫນາວເຢັນ ພ້ອມມີລົມພັດແຮງ ໂດຍສະເພາະຢູ່ ແຂວງ ໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມຕໍ່າສຸດ 13 ຫາ 18 ອົງສາ.
ນະຄອນຫຼວງວຽງຈັນ ອາກາດເຢັນ ຫາ ຫນາວເຢັນ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 14 ຫາ 17 ອົງສາ.
ພາກໃຕ້ ອາກາດເຢັນ ຫາ ຫນາວເຢັນ ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງ ຢູ່ບາງທ້ອງຖີ່ນ ແຂວງ ຈໍາປາສັກ, ອັດຕະປື ແລະ ເຊກອງ. ອຸນຫະພູມຕໍ່າສຸດ 14 ຫາ 18 ອົງສາ.
ເຂດພູພຽງບໍລະເວນ ອາກາດຈະຫນາວເຢັນ ຫາ ຫນາວເຢັນຫຼາຍ ພ້ອມມີຫມອກຫນາປົກຫຸ້ມຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 05 ຫາ 13 ອົງສາ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...