spot_img
Homeເບິ່ງດວງດວງປະຈຳວັນທີ 10 ກຸມພາ 2025

ດວງປະຈຳວັນທີ 10 ກຸມພາ 2025

Published on

ດວງປະຈຳວັນທີ 10 ກຸມພາ 2025

– ຄົນເກີດວັນຈັນ: ວຽກດ່ວນວຽກໄວຈາກຫົວໜ້າຜູ້ໃຫຍ່ເຂົ້າມາແບບບໍ່ທັນຕັ້ງຕົວ, ມີໂຊກການເງິນຈາກຍາດຜູ້ໃຫຍ່, ຄົນໂສດລະວັງຖືກຕົວະໃຫ້ຮັກ ຄົນມີຄູ່ຄວາມຮັກກຳລັງໄປໄດ້ດີ, ລະວັງໄຂ້ຫວັດຈາກຄົນອື່ນ.

– ຄົນເກີດວັນຄານ: ຕ້ອງໄດ້ເດີນທາງກ່ຽວກັບເລື່ອງວຽກງານ, ໝົດເງິນໄປກັບເລື່ອງໃນຄອບຄົວເປັນກ້ອນ, ຄົນໂສດຄວາມຮັກຍັງບໍ່ທັນຊັດເຈນ ຄົນມີຄູ່ຕ້ອງໃຊ້ເວລາຮ່ວມກັນເພີ່ມຂຶ້ນ, ລະວັງອາຫານບໍ່ຍ່ອຍ ຫຼື ກົດໄຫຼຍ້ອນ.

– ຄົນເກີດວັນພຸດ: ມີເລື່ອງທີ່ຕ້ອງເຂົ້າໄປຕັດສິນໃຈແທນຄົນອື່ນໃນວຽກງານ, ມີເກນໄດ້ຮັບເງິນກ້ອນຈາກວຽກນອກ ແຕ່ມີລາຍຈ່າຍຄາມື, ຄົນໂສດລະວັງພົວພັນກັບຄົນມີຄູ່ ຄົນມີຄູ່ມີປັນຫາໃຫຍ່ຜິດໃຈກັນ, ລະວັງອຸບັດຕິເຫດເລັກໜ້ອຍຈາກການເດີນທາງ.

– ຄົນເກີດວັນພະຫັດ: ມີຜູ້ໃຫຍ່ຊຸກຍູ້ເລື່ອງຕຳແໜ່ງວຽກ, ໄດ້ຮັບລາຍໄດ້ຈາກທາງນອກຫຼາຍຂຶ້ນແບບບໍ່ທັນຕັ້ງຕົວ, ຄົນໂສດຄົນເກົ່າຈະກັບມາ ຄົນມີຄູ່ມີເລື່ອງໃຫ້ຕ້ອງຢູ່ໄກກັນຫຼາຍ, ລະວັງການນອນບໍ່ຫຼັບສະສົມ.

– ຄົນເກີດວັນສຸກ: ໄດ້ຮັບຂ່າວຈາກບ່ອນເຮັດວຽກໃໝ່ທີ່ລົມໄວ້, ລະວັງລາຍຈ່າຍກ້ອນໃຫຍ່ຈາກຄວາມບໍ່ລະວັງຂອງຕົນເອງ, ຄົນໂສດຈະໄດ້ຮັບຄວາມຊັດເຈນຈາກຄົນລົມ ຄົນມີຄູ່ຈະໄດ້ຮັບໂຊກຈາກອີກຝ່າຍ, ລະວັງອາການປວດຕາມຂໍ້ກະດູກ.

– ຄົນເກີດວັນເສົາ: ຮູ້ສຶກບໍ່ໄດ້ຮັບຄວາມເປັນທຳໃນເລື່ອງວຽກງານ, ການເງິນປົກກະຕິດີ, ຄົນໂສດອາດຈະລໍຖ້າໄປກ່ອນ ຄົນມີຄູ່ຕ້ອງຫາໂອກາດຢູ່ນຳກັນສອງຄົນ, ລະວັງໄມເກນ.

– ຄົນເກີດວັນອາທິດ: ເຈັບຫົວກັບເພື່ອນຮ່ວມງານບາງຄົນ ອາດຈະຕ້ອງໄດ້ລົມກັນ, ຈະໄດ້ຮັບເງິນກ້ອນຈາກການລົງທຶນ, ຄົນໂສດຊ່ວງນີ້ຕ້ອງສົນໃຈເລື່ອງຄວາມໝັ້ນຄົງ ຄົນມີຄູ່ຍັງບໍ່ພ້ອມຈະພົບກັນ, ລະວັງອາການອາຫານບໍ່ຍ່ອຍ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...