Homeເບິ່ງດວງດວງປະຈຳວັນທີ 8 ກຸມພາ 2025

ດວງປະຈຳວັນທີ 8 ກຸມພາ 2025

Published on

ດວງປະຈຳວັນທີ 8 ກຸມພາ 2025

– ຄົນເກີດວັນຈັນ: ມີໂອກາດໃໝ່ໆເຂົ້າມາ ແຕ່ຕ້ອງຕັດສິນໃຈດີໆ, ລາຍຈ່າຍຫຼາຍ ຄວນວາງແຜນໃຫ້ດີ, ຄົນໂສດມີຄົນເຂົ້າມາເຮັດໃຫ້ຫວັ່ນໄຫວ ຄົນມີຄູ່ມີເລື່ອງຕ້ອງໄດ້ປັບຕົວເຂົ້າຫາກັນ, ລະວັງອາການເຈັບຫົວ.

– ຄົນເກີດວັນຄານ: ການງານໄປໄດ້ດ້ວຍດີ ມີໂອກາດສ້າງຊື່ສຽງໃນສາຍງານ, ໄດ້ໂຊກເລື່ອງເງິນຈາກຜູ້ໃຫຍ່ ຈາກການເຈລະຈາ, ຄົນໂສດພົບຄົນທີ່ຖືກໃຈຈາກງານສັງສັນ ຄົນມີຄູ່ຄວາມສຳພັນແໜ້ນຂຶ້ນ, ລະວັງອາການຄຽດສະສົມ.

– ຄົນເກີດວັນພຸດ: ການງານມີເລື່ອງທີ່ຕ້ອງໄດ້ຕັດສນໃຈ, ໄດ້ຮັບເງິນກ້ອນ ແຕ່ລະວັງລາຍຈ່າຍກ້ອນໃຫຍ່, ຄົນໂສດມີໂອກາດພົບຮັກຈາກການເດີນທາງ ຄົນມີຄູ່ຕ້ອງໄດ້ເຕີມຄວາມຫວານໃຫ້ກັນດຸໆ, ລະວັງອາກາດປວດຄໍ ບ່າ ໄຫຼ່.

– ຄົນເກີດວັນພະຫັດ: ການງານມີເກນໄດ້ເລື່ອນຕຳແໜ່ງ ຫຼື ໄດ້ຮັບການຍອມຮັບ, ມີລາຍໄດ້ເສີມເຂົ້າມາ, ຄົນໂສດຄວາມຮັກກຳລັງຄ່ອຍໆກໍ່ຕົວ ຄົນມີຄູ່ຄວາມສຳພັນດີ ບໍ່ມີປັນຫາໃຫຍ່, ລະວັງອາການແພ້ ຫຼື ພູມແພ້ກຳເລີບ.

– ຄົນເກີດວັນສຸກ: ການງານບໍ່ຄ່ອຍໜ້າຫ່ວງ ແຕ່ຕ້ອງໃສ່ໃຈລາຍລະອຽດ, ມີລາຍຮັບເຂົ້າມາແບບບໍ່ທັນຄາດຄິດ, ຄົນໂສດມີໂອກາດເຈິຄົນຖືກໃຈໃນກຸ່ມໝູ່ເພື່ອນ ຄົນມີຄູ່ອາດຈະມີເລື່ອງຕ້ອງໄດ້ລົມກັນຢ່າງຈິງຈັງ, ລະວັງອາການປວດຂໍ້ ຫຼື ກ້າມເນື້ອ.

– ຄົນເກີດວັນເສົາ: ການງານມີຄົນໃຫ້ຄວາມຊ່ວຍເຫຼືອ, ມີໂອກາດໄດ້ເງິນພິເສດ ຫຼື ກຳໄລຈາກທຸລະກິດ, ຄົນໂສດໂຟກັດທີ່ຕົນເອງຫຼາຍກວ່າຄວາມຮັກ ຄົນມີຄູ່ບັນຍາກາດສົດໃສ ເຂົ້າໃຈກັນດີ, ລະວັງໄຂ້ຫວັດທີ່ມາກັບລົມ.

– ຄົນເກີດວັນອາທິດ: ການງານມີເລື່ອງເລັ່ງດ່ວນເຂົ້າມາ, ລາຍຮັບດີ ແຕ່ລະວັງການໃຊ້ຈ່າຍຕາມອາລົມ, ຄົນໂສດມີຄົນແອບແນມຢູ່ ແຕ່ເຂົາບໍ່ກ້າ ຄົນມີຄູ່ບັນຍາກາດອົບອຸ່ນ ເຂົ້າໃຈກັນດີ, ລະວັງອາຫານບໍ່ຍ່ອຍ ຫຼືແໜ້ນທ້ອງ.

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...