spot_img
Homeຂ່າວພາຍ​ໃນໄຟຟ້າລາວຢືນຢັນ ຈະບໍ່ສົ່ງໄຟ ຫຼື ຂາຍໄຟ ໃຫ້ຜູ້ກະທຳຜິດກົດຫມາຍໂດຍສະເພາະກຸ່ມແກ້ງ Call Center ຢ່າງເດັດຂາດ

ໄຟຟ້າລາວຢືນຢັນ ຈະບໍ່ສົ່ງໄຟ ຫຼື ຂາຍໄຟ ໃຫ້ຜູ້ກະທຳຜິດກົດຫມາຍໂດຍສະເພາະກຸ່ມແກ້ງ Call Center ຢ່າງເດັດຂາດ

Published on

ຈາກກໍລະນີທີ່ເກີດເປັນກະແສໃນສື່ສັງຄົມອອນລາຍໃນປັດຈຸບັນ ເຈົ້າໜ້າທີ່ທາງການໄທປະກາດຕັດໄຟ ອິນເຕີເນັດ ແລະ ນ້ຳມັນ 5 ຈຸດໃນຊາຍແດນມຽນມາ ໃນວັນທີ 5 ກຸມພາ 2025 ຜ່ານມາ, ເພື່ອຫວັງແກ້ໄຂບັນຫາກຸ່ມແກ້ງຄໍເຊັນເຕີ ເຊິ່ງຫຼັງຈາກນັ້ນ ສຳນັກຂ່າວ“Tachileik News Agency” ຂອງມຽນມາໄດ້ແຈ້ງໃຫ້ຮູ້ວ່າ ຈາກກໍລະນີປະເທດໄທກຽມຕັດໄຟຟ້າເຂດທ່າຂີ້ເຫຼັກ ແລະ ມຽວດີ, ເຈົ້າໜ້າທີ່ຈາກສຳນັກງານຄະນະກຳມະການກຳກັບດູແລໄຟຟ້າປະຈຳເມືອງແມ່ນມີແຜນກຽມຈ່າຍໄຟຟ້າຈາກລາວ ໃນກໍລະນີທີ່ເກີດໄຟຟ້າດັບ.

ດັ່ງນັ້ນ, ລັດວິສາຫະກິດໄຟຟ້າລາວ ຫຼື ຟຟລ ຈຶ່ງໄດ້ອອກມາຊີ້ແຈງຕໍ່ປະເດັນດັ່ງກ່າວ ໃນວັນທີ 6 ກຸພາ 2025 ນີ້ໂດຍລະບຸວ່າ: ຟຟລ ມີການຊື້ຂາຍ ແລກປ່ຽນພະລັງງານກັບທຸກປະເທດອ້ອມຂ້າງເຮົາຕາມກອບການຮ່ວມມື ແລະ ເຊື່ອມໂຍງທາງດ້ານໄຟຟ້າຂອງອາຊຽນ ເຊີ່ງປະຈຸບັນ ສປປ ລາວ ມີການເຊື່ອມໂຍງ ແລະຊື້-ຂາຍກັບ ໄທ, ຫວຽດນາມ, ກຳປູເຈຍ ແລະ ສປ ຈີນ ລວມທັງ ສ ມຽນມາ ກໍ່ເປັນລັກສະນະດຽວກັນ ແຕ່ໃນປະລິມານໄຟທີ່ບໍ່ຫຼາຍ ເພາະເປັນການສະໜອງໃຫ້ເມືອງທ່າຂີ້ເຫຼັກ ຂອງ ສ.ມຽນມາ ທີ່ຕິດກັບແຂວງບໍ່ແກ້ວ ຂອງ ສປປ ລາວ.

ສຳລັບ ລັດວິສາຫະກິດໄຟຟ້າລາວ ໄດ້ເຊັນສັນຍາຂາຍໄຟໃຫ້ກັບເມືອງທ່າຂີ້ເຫຼັກແຕ່ປີ 2021 ໂດຍໄດ້ເຊັນສັນຍາຊື້-ຂາຍ ໄຟຟ້າ ຮ່ວມກັບ ບໍລິສັດເອກະຊົນທີ່ໄດ້ຮັບການຮັບອະນຸຍາດຈາກ ສ ມຽນມາ ແລະ ໄດ້ເລີ່ມຈ່າຍພະລັງງານໄຟຟ້າໃນ ເດືອນພຶດສະພາ ປີ 2022. ໃນສັນຍາດັ່ງກ່າວ ລັດວິສາຫະກິດໄຟຟ້າລາວ ຈະຕ້ອງສະໜອງພະລັງງານໄຟຟ້າຈໍານວນບໍ່ເກີນ 30 MW ໃນລະດັບແຮງດັນ 115kV. ໃນໄລຍະຜ່ານມາເມືອງທ່າຂີ້ເຫຼັກຮັບໄຟຈາກປະເທດໄທປະມານ 15MW ແລະ ເອົາໄຟຈາກລາວ ສູງສຸດປະມານ 13 MW ເທົ່ານັ້ນ. ແຕ່ໃນ 2 ວັນຜ່ານມາເຫັນວ່າ ເມືອງທ່າຂີ້ເຫຼັກ ເອົາໄຟຈາກ ລາວ ເພີ່ມຂຶ້ນ ເປັນ 27 MW ຍ້ອນປະເທດໄທຢຸດຕິການສົ່ງໄຟໃຫ້ເມືອງດັ່ງກ່າວ ແຕ່ທາງ ຟຟລ ໄດ້ຫລຸດການສົ່ງພະລັງງານລົງມາບໍ່ເກີນ 13 MW. ດ້ວຍເຫດຜົນວ່າ ໄຟຟ້າບາງສ່ວນອາດຖືກເອົາໄປສະໜອງໃຫ້ກັບແກ້ງ Call Center. ສະນັ້ນ, ເບື້ອງ ຟຟລ ແມ່ນກໍາລັງປະສານເອົາຂໍ້ມູນລະອຽດຕື່ມກັບທາງການຂອງ ສ ມຽນມາ ຕໍ່ກັບປະເດັ່ນດ່ງກ່າວ ເພື່ອໃຫ້ຄວາມຮ່ວມມືກັບທຸກຝ່າຍໃນການປາບປາມ ຫຼື ສະກັດກັ້ນການນໍາໄຟຟ້າໄປຮັບໃຊ້ກິດຈະການທີ່ຜິດກົດໝາຍລວມທັງ ແກ້ງ call Center ແລະ ຮ່ວມມືກັັບທາງ ສ ມຽນມາ ໃນການຕັດໄຟໃຫ້ຕົງຈຸດ ເພື່ອຫຼຸດຜ່ອນການສ້າງຄວາມເດືອດຮ້ອນໃຫ້ປະຊາຊົນຜູ້ບໍລິສຸດໃນວົງກ້ວາງ. ພວກເຮົາຂໍຢືນຢັນອີກເທື່ອໜຶ່ງວ່າລັດຖະບານລາວ ກໍ່ຄື ລັດວິສາຫະກິດໄຟຟ້າລາວ ຈະບໍ່ສົ່ງໄຟ ຫຼື ຂາຍໄຟ ໃຫ້ຜູ້ກະທຳຜິດກົດຫມາຍໂດຍສະເພາະກຸ່ມແກ້ງ Call Center ຢ່າງເດັດຂາດ.

ທີ່ມາ: ຟຟລ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...