spot_img
Homeເບິ່ງດວງດວງປະຈຳວັນທີ 7 ກຸມພາ 2025

ດວງປະຈຳວັນທີ 7 ກຸມພາ 2025

Published on

ດວງປະຈຳວັນທີ 7 ກຸມພາ 2025

– ຄົນເກີດວັນຈັນ: ວຽກເຂົ້າມາກະທັນຫັນ ຕ້ອງມີສະຕິ ແລະຈັດລຳດັບຄວາມສຳຄັນໃຫ້ດີ, ການເງິນມີລາຍຈ່າຍກ່ຽວກັບຄອບຄົວ, ຄົນໂສດ ຄົນທີ່ແອບມັກເລີ່ມສົນໃຈແລ້ວ ຄົນມີຄູ່ມີໂອກາດເດີນທາງນຳກັນ, ສຸຂະພາບລະວັງອາການກ້າມເນື້ອຕຶງ.

– ຄົນເກີດວັນຄານ: ການງານມີໂອກາດໃໝ່ໆເຂົ້າມາ ຕ້ອງຮີບຄວ້າເອົາໄວ້, ໄດ້ເງິນຈາກຄວາມສາມາດຂອງຕົນເອງ ມີໂຊກຈາກການເຈລະຈາ, ຄົນໂສດມີໂອກາດພົບຄົນຖືກໃຈໃນບ່ອນເຮັດວຽກ ຄົນມີຄູ່ຄວາມສຳພັນໝັ່ນຄົງ, ສຸຂະພາບລະວັງອາກາດເຈັບຫົວຈາກຄວາມຄຽດ.

– ຄົນເກີດວັນພຸດ: ການງານຕ້ອງໃຊ້ຄວາມອົດທົນສູງ ແຕ່ຜົນລັບຈະຄຸ້ມຄ່າ, ລາຍຮັບດີມີເກນໄດ້ຮັບເງິນກ້ອນ, ຄົນໂສດມີຄົນເຂົ້າຫາ ແຕ່ຍັງບໍ່ແມ່ນຄົນທີ່ຕ້ອງການ ຄົນມີຄູ່ຄວນເຕີມຄວາມຫວານໃຫ້ກັນແລະກັນ, ສຸຂະພາບລະວັງປັນຫາກ່ຽວກັບທາງເດີນອາຫານ.

– ຄົນເກີດວັນພະຫັດ: ການງານອາດຈະມີການປ່ຽນແປງແບບບໍ່ທັນຄາດຄິດ, ມີລາຍຈ່າຍກ່ຽວກັບການເດີນທາງ ຫຼື ແປງເຄື່ອງໃຊ້, ຄົນໂສດຄວາມຮັກຍັງບໍ່ຊັດເຈນ ຢ່າຟ້າວຮີບຮ້ອນ ຄົນມີຄູ່ ມີເລື່ອງໃຫ້ຄິດຫຼາຍ ຄວນເປີດໃຈລົມກັນ, ລະວັງອາການອ່ອນເພຍຈາກການນອນບໍ່ພໍ.

– ຄົນເກີດວັນສຸກ: ການງານຜູ້ໃຫຍ່ໃຫ້ການສະໜັບສະໜຸນ, ໄດ້ເງິນຈາກຫຼາຍຊ່ອງທາງ ແຕ່ຕ້ອງບໍລິຫານໃຫ້ດີ, ຄົນໂສດມີຄົນເຂົ້າມາແບບບໍ່ທັນຕັ້ງຕົວ ຄົນມີຄູ່ມີການວາງແຜນອະນາຄົດຮ່ວມກັນ, ລະວັງເລື່ອງອາຫານ ອາດຈະມີປັນຫາກ່ຽວກັບກະເພາະ.

– ຄົນເກີດວັນເສົາ: ການງານບໍ່ມີຫຍັງ ແຕ່ລະວັງຄວາມຂັດແຍ້ງເລັກໜ້ອຍ, ໃຊ້ເງິນໄປກັບເຄື່ອງທີ່ຢາກໄດ້, ຄົນໂສດສະເນ່ແຮງ ຄົນມີຄູ່ອາດຈະມີເລື່ອງເຂົ້າໃຈຜິດກັນ, ລະວັງອາການປວດເມື່ອຍກ້າມເນື້ອ.

– ຄົນເກີດວັນອາທິດ: ການງານມີອຸປະສັກ ແຕ່ຖ້າອົດທົນຈະຜ່ານໄປໄດ້, ໄດ້ເງິນຈາກແຫຼ່ງໃໝ່ໆ ມີໂຊກຈາກການລົງທຶນ, ຄົນໂສດມີຄົນແອບມັກ ແຕ່ບໍ່ກ້າບອກ ຄົນມີຄູ່ຄວາມຫາເວລາເຮັດກິດຈະກຳຮ່ວມກັນຫຼາຍຂຶ້ນ, ລະວັງປັນຫາຜິດໜັງ ຫຼືອາການພູມແພ້.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...