spot_img
Homeເບິ່ງດວງດວງປະຈຳວັນທີ 6 ກຸມພາ 2025

ດວງປະຈຳວັນທີ 6 ກຸມພາ 2025

Published on

ດວງປະຈຳວັນທີ 6 ກຸມພາ 2025

ຄົນເກີດວັນຈັນ: ໄດ້ຮັບຄຳຕອບກ່ຽວກັບເລື່ອງວຽກງານທີ່ເຄີຍຄາດຫວັງ, ມີເກນເສຍເງິນໄປກັບສິ່ງທີ່ຢາກໄດ້, ຄົນໂສດລະວັງປັນຫາທີ່ມາກັບຄົນລົມ ຄົນມີຄູ່ມີເລື່ອງຕ້ອງໄດ້ລົມກັນ, ລະວັງໂຣກຄຽດຈາກການນອນບໍ່ພໍ.

ຄົນເກີດວັນຄານ: ວຽກງານມີປັນຫາກັບຄົນໃນທີມ, ຕ້ອງເກັບເງິນໄວ້ເພື່ອກໍລະນີສຸກເສີນ, ຄົນໂສດ ລະວັງໄປເປັນບຸກຄົນທີ 3 ໃນຄວາມສຳພັນຂອງຄົນອື່ນ ຄົນມີຄູ່ຈະໄດ້ຮັບຂ່າວດີ, ສຸຂະພາບບໍ່ມີປັນຫາໃຫ້ຕ້ອງກັງວົນ.

ຄົນເກີດວັນພຸດ: ຖືກຈັບຈ້ອງຈາກຫົວໜ້າງານເປັນພິເສດ ລະວັງການກະທຳຕ່າງໆໃນບ່ອນເຮັດວຽກ, ການເງິນຈະໄດ້ຮັບຂ່າວດີ, ຄົນໂສດຍັງບໍ່ພົບຄົນທີ່ຖືກໃຈ ຄົນມີຄູ່ປັນຫາເກົ່າໆຖືກນຳມີເວົ້າຄືນ, ລະວັງໂລກຕິດຕໍ່ຈາກລະບົບທາງເດີນຫາຍໃຈ.

ຄົນເກີດວັນພະຫັດ: ການງານມີພາລະເຂົ້າມາເພີ່ມ, ຈະມີຄົນຕິດຕໍ່ມາເລື່ອງຊ່ອງທາງລາຍໄດ້ທາງນອກເພີ່ມ, ຄົນໂສດ ລະວັງຄົນເຂົ້າມາຕົວະເອົາຜົນປະໂຫຍດ ຄົນມີຄູ່ອີກຝ່າຍມີເລື່ອງປິດບັງ, ພະຍາດເກົ່າຈະກັບມາເປັນອີກ.

ຄົນເກີດວັນສຸກ: ວຽກງານເບົາມື ຈັດການໄດ້ດີ, ການເງິນບໍ່ມີຫຍັງປ່ຽນແປງ, ຄົນໂສດ ຍັງບໍ່ທັນມີຄົນເຂົ້າມາໃນຊີວິດເທື່ອ ຄົນມີຄູ່ມີເກນໄດ້ຮັບຂ່າວສານບາງຢ່າງ, ສຸຂະພາບຊ່ວງນີ້ ແມ່ນລະວັງເລື່ອງນອນບໍ່ພໍ.

ຄົນເກີດວັນເສົາ: ການງານມີຄົນໂຍນຄວາມຮັບຜິດຊອບມາໃຫ້, ການເງິນຂັດສົນ ເນື່ອງຈາກຈະໄດ້ຈ່າຍໃນການລົງທຶນ, ຄົນໂສດມີຄົນເຂົ້າມາຂາຍເຂົ້າໜົມຈີບ ຄົນມີຄູ່ອີກຝ່າຍກຳລັງຈະເຊີໄພ້, ລະວັງເລື່ອງການສັນຈອນ.

ຄົນເກີດວັນອາທິດ: ວຽກກະທັນຫັນເຂົ້າມາແບບບໍ່ຕັ້ງຕົວ, ການເງິນໝົດໄປກັບລາຍຈ່າຍຄອບຄົວ, ຄົນໂສດ ກຳລັງໄປໄດ້ດີກັບຄົນລົມ ຄົນມີຄູ່ລະວັງປາກສຽງຈາກເລື່ອງນ້ອຍ, ສຸຂະພາບລະວັງເລື່ອງການປວດຂໍ້ ແລະ ກ້າມເນື້ອ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...