spot_img
Home​ຂ່າວທ່ອງທ່ຽວປີທ່ອງທ່ຽວລາວ 2024 ດຶງດູດ ນັກທ່ອງທ່ຽວໄດ້ 7 ລ້ານກວ່າເທື່ອຄົນ

ປີທ່ອງທ່ຽວລາວ 2024 ດຶງດູດ ນັກທ່ອງທ່ຽວໄດ້ 7 ລ້ານກວ່າເທື່ອຄົນ

Published on

ໃນປີ 2024 ຜ່ານມາ ສປປ ລາວ ໄດ້ເປີດປີທ່ອງທ່ຽວລາວ 2024 ໃນຂອບເຂດທົ່ວປະເທດ ຄຽງຄູ່ກັບການຈັດງານບຸນປະເພນີ ແລະ ບຸນສຳຄັນຕ່າງໆ ຂອງທ້ອງຖິ່ນ ໂດຍມີງານວາງສະແດງຜະລິດຕະພັນການທ່ອງທ່ຽວ, ກະສິກຳ, ອຸດສາຫະກຳການຄ້າ ແລະ ອື່ນໆ ເຊິ່ງສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 7 ລ້ານກວ່າເທື່ອຄົນ.

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ ໃນກອງປະຊຸມສະຫລຸບວຽກງານການຈັດຕັ້ງປະຕິບັດ ກິດຈະກຳປີທ່ອງທ່ຽວລາວ 2024 ໃນວັນທີ 5 ກຸມພາ 2025 ນີ້ວ່າ: ຜ່ານການຈັດຕັ້ງປະຕິບັດກິດຈະກຳປີທ່ອງທ່ຽວລາວ 2024 ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວ ສປປ ລາວ ໄດ້ 7 ລ້ານກວ່າເທື່ອຄົນ (ເພີ່ມຂຶ້ນລື່ນຄາດໝາຍ ຖ້າທຽບໃສ່ ປີ 2023). ໃນນັ້ນ, ນັກທ່ອງທ່ຽວພາຍໃນ ມີຈໍານວນ 3.904.483 ເທື່ອຄົນ, ເພີ່ມຂຶ້ນເຖິງ 102% ສາມາດກະຈາຍລາຍຮັບຈາກການທ່ອງທ່ຽວ ໄດ້ເຖິງ 632 ລ້ານກວ່າໂດລາສະຫະລັດ; ນັກທ່ອງທ່ຽວສາກົນ 4.120.832 ເທື່ອຄົນ, ເພີ່ມຂຶ້ນ 21% ສາ ມາດກະຈາຍລາຍຮັບໄດ້ເຖິງ 1,1 ຕື້ກວ່າໂດລາສະຫະລັດ.

ການເປີດປີທ່ອງທ່ຽວລາວ 2024 ເປັນໂອກາດທີ່ດີ ໃນການປັບປຸງຄຸນນະພາບການບໍລິການ ຂອງທຸລະກິດການທ່ອງທ່ຽວ ແລະ ຂະແໜງການບໍລິການທີ່ປິ່ນອ້ອມ, ຫລາຍຫົວໜ່ວຍທຸລະກິດໄດ້ຮັບການປະເມີນ ແລະ ຢັ້ງຢືນ ມາດຕະຖານການທ່ອງທ່ຽວອາຊຽນ. ພ້ອມນີ້, ການທ່ອງທ່ຽວ ໄດ້ປະ ກອບສ່ວນສໍາຄັນໃຫ້ແກ່ການສ້າງວຽກເຮັດງານທຳໃຫ້ສັງຄົມ, ສ້າງລາຍຮັບ ຊຸກຍູ້ໃຫ້ບັນດາຜູ້ປະກອບການທຸລະກິດທ່ອງທ່ຽວ, ທຸລະກິດປິ່ນອ້ອມ ແລະ ການຜະລິດກະສິກຳ, ຫັດຖະກຳ ໃຫ້ກາຍເປັນສິນຄ້າສະໜອງໃຫ້ແກ່ນັກທ່ອງທ່ຽວ, ເພີ່ມທະວີການການຮ່ວມມື ແລະ ການມີສ່ວນຮ່ວມຂອງປະຊາ ຊົນລາວບັນດາເຜົ່າ ໃນການປົກປັກຮັກສາຊັບພະຍາກອນທ່ອງທ່ຽວ ໃຫ້ມີຄວາມຍືນຍົງ ໂດຍສະເພາະການສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳ, ທຳມະຊາດ, ປະຫວັດສາດ ແລະ ກະສິກໍາ ເຮັດໃຫ້ວຽກງານທ່ອງທ່ຽວ ໄດ້ກາຍເປັນວຽກງານລວມ ຂອງທຸກຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນໃນທົ່ວປະເທດຢ່າງແທ້ຈິງ.

ປີທ່ອງທ່ຽວລາວ 2024 ຈັດຂຶ້ນພາຍໃຕ້ຄໍາຂວັນ: “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ເເລະ ປະຫວັດສາດ” ປະ ກອບມີ 79 ກິດຈະກໍາ ແລະ ໄດ້ແບ່ງອອກເປັນ 2 ລະດັບ ຄື: ກິດຈະກໍາລະດັບຊາດ 14 ກິດຈະກໍາ ສາມາດຈັດຕັ້ງປະຕິບັດສໍາເລັດ 100% ແລະ ກິດຈະກໍາລະດັບແຂວງ 65 ກິດຈະກໍາ ສາມາດຈັດຕັ້ງປະຕິບັດໄດ້ 98.5%. ຕະຫລອດປີ 2024 ໄດ້ມີການຈັດກິດຈະກໍາສົ່ງເສີມການທ່ອງທ່ຽວຢ່າງຕັ້ງໜ້າ ແລະ ຄຶກຄື້ນໃນທົ່ວປະເທດ, ຢູ່ບັນດາແຂວງກໍໄດ້ສ້າງກິດຈະກຳທ່ອງທ່ຽວພາຍໃນແຂວງ ຕະຫລອດຮອດຂັ້ນເມືອງ ຕາມສະພາບທ່າແຮງດ້ານການທ່ອງທ່ຽວຂອງຕົນຢ່າງເປັນຂະບວນຟົດຟື້ນ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...