spot_img
Home​ຂ່າວທ່ອງທ່ຽວແຜນການທ່ອງທ່ຽວ ປີ 2025 ກະຊວງ ຖວທ ຈະສຸມໃສ່ປັບປຸງຫຼາຍດ້ານ ເພື່ອສ້າງຄວາມປະທັບໃຈ ແລະ ຄວາມປອດໄພຂອງນັກທ່ອງທ່ຽວ

ແຜນການທ່ອງທ່ຽວ ປີ 2025 ກະຊວງ ຖວທ ຈະສຸມໃສ່ປັບປຸງຫຼາຍດ້ານ ເພື່ອສ້າງຄວາມປະທັບໃຈ ແລະ ຄວາມປອດໄພຂອງນັກທ່ອງທ່ຽວ

Published on

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ ໃນກອງປະຊຸມສະຫລຸບວຽກງານການຈັດຕັ້ງປະຕິບັດ ກິດຈະກຳປີທ່ອງທ່ຽວລາວ 2024 ໃນວັນທີ 5 ກຸມພາ 2025 ນີ້ວ່າ: ຜ່ານການຈັດຕັ້ງປະຕິບັດກິດຈະກຳປີທ່ອງທ່ຽວລາວ 2024 ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວ ສປປ ລາວ ໄດ້ 7 ລ້ານກວ່າເທື່ອຄົນ (ເພີ່ມຂຶ້ນລື່ນຄາດໝາຍ ຖ້າທຽບໃສ່ ປີ 2023). ໃນນັ້ນ, ນັກທ່ອງທ່ຽວພາຍໃນ ມີຈໍານວນ 3.904.483 ເທື່ອຄົນ, ເພີ່ມຂຶ້ນເຖິງ 102% ສາມາດກະຈາຍລາຍຮັບຈາກການທ່ອງທ່ຽວ ໄດ້ເຖິງ 632 ລ້ານກວ່າໂດລາສະຫະລັດ; ນັກທ່ອງທ່ຽວສາກົນ 4.120.832 ເທື່ອຄົນ, ເພີ່ມຂຶ້ນ 21% ສາ ມາດກະຈາຍລາຍຮັບໄດ້ເຖິງ 1,1 ຕື້ກວ່າໂດລາສະຫະລັດ.

ສຳລັບ ທິດທາງແຜນການ ປີ 2025 ກະຊວງ ຖວທ ຈະສຸມໃສ່ປັບປຸງເສັ້ນທາງເຂົ້າເຖິງສະຖານ ທີ່ທ່ອງທ່ຽວບຸລິມະສິດ ແລະ ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ, ການຄົມມະນາຄົມຂົນ ສົ່ງນັກທ່ອງທ່ຽວ ໃຫ້ມີຄວາມສະດວກ, ປອດໄພ, ປະທັບໃຈ ແລະ ໄດ້ມາດຕະຖານ; ຊຸກຍູ້ຜູ້ພັດທະນາສະຖານທີ່ທ່ອງທ່ຽວ, ປັບປຸງກິດຈະກຳການທ່ອງທ່ຽວ ແລະ ການບໍລິການ ໃຫ້ມີຄວາມຫລາກຫລາຍ ໂດຍການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນ ແລະ ພາກເອກະຊົນຜູ້ທີ່ມີບົດຮຽນ ແລະ ປະສົບການ; ສຸມໃສ່ປັບປຸງການບໍລິຫານ-ຄຸ້ມຄອງ ບັນດາເມືອງທ່ອງທ່ຽວ ທີ່ເປັນແມ່ເຫລັກດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວ ສປປ ລາວ ໃຫ້ໄດ້ມາດຕະຖານຂອງ ສປປ ລາວ ແລະ ມາດຕະຖານສາກົນ; ສືບຕໍ່ປັບປຸງຄຸນນະພາບ ແລະ ມາດຕະຖານການບໍລິການ ຂອງຫົວໜ່ວຍທຸລະກິດການທ່ອງທ່ຽວ ໃນຂອບເຂດທົ່ວປະເທດ ໂດຍສຸມໃສ່ການປະເມີນ ແລະ ຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ ແລະ ມາດຕະຖານການທ່ອງທ່ຽວຂອງ ສປປ ລາວ ຮັບປະກັນສ້າງຄວາມປະທັບໃຈ ແລະ ມີຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ; ສືບຕໍ່ໂຄສະນາການທ່ອງທ່ຽວຜ່ານສື່ຕ່າງໆ ຮັບປະກັນຂໍ້ມູນຂ່າວສານການທ່ອງ ທ່ຽວທີ່ຖືກຕ້ອງ, ຊັັດເຈນ, ວ່ອງໄວ ແລະ ນຳໃຊ້ເຄື່ອງມືທີ່ທັນສະໄໝ ເພື່ອໃຫ້ເຂົ້າເຖິງກຸ່ມຕະຫລາດເປົ້າໝາຍການທ່ອງທ່ຽວຢ່າງກວ້າງຂວາງ; ສືບຕໍ່ປະສານສົມທົບກັບພາກທຸລະກິດ ເພື່ອຈັດກິດຈະກໍາ ສ້າງຈິດສຳນຶກໃນວຽກງານການທ່ອງທ່ຽວ ແລະ ການສ້າງກິດຈະກຳສົ່ງເສີມການທ່ອງທ່ຽວ ໃຫ້ເປັນຂະ ບວນຟົດຟື້ນ ໂດຍຕິດພັນກັບງານເທສະການ ແລະ ບຸນປະເພນີປະຈໍາຊາດ, ປະຈໍາທ້ອງຖິ່ນ ເພື່ອຈັດເຂົ້າໃນປະຕິທິນການທ່ອງທ່ຽວລາວ ປະຈໍາປີ 2025.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...