spot_img
Homeຂ່າວພາຍ​ໃນເຊີນທ່ຽວບຸນນະມັດສະການ ຜາສາດຫີນວັດພູຈຳປາສັກ ປະຈຳປີ 2025

ເຊີນທ່ຽວບຸນນະມັດສະການ ຜາສາດຫີນວັດພູຈຳປາສັກ ປະຈຳປີ 2025

Published on

ທ່ານ​ ໂສມ​ ບຸດຕະກຸນ​ ຮອງ​ເຈົ້າແຂວງ​ໆ​ຈໍາປາສັກ​ ໃຫ້ຮູ້ວ່າ: ການຈັດງານບຸນນະມັດສະການ ຜາສາດຫີນວັດພູຈຳປາສັກປະຈຳປີ 2025 ຈັດຂຶ້ນໃນວັນທີ 10 -​ 12​ ກຸມພາ ນີ້,​ ໃນງານ​ ທ່ານຈະໄດ້ຊົມການສະແດງບົດຟ້ອນສິນລະປະພື້ນເມືອງ, ການສະແດງສິນລະປະຍ້ອນຍຸກ​ ທີ່ບົ່ງບອກເຖິງປະຫວັດສາດຄວາມເປັນມາແຫ່ງການກຳເນີດຂອງວັດພູຈຳປາສັກ.​

ພ້ອມນີ້​ ກໍຈະມີການວາງສະແດງສິນຄ້າ​ ​ໜຶ່ງເມືອງ​ ໜຶ່ງຜະລິດຕະພັນ (ໂອດ໊ອບ)​, ການແຂ່ງຂັນກິລາພື້ນເມືອງຫຼາກຫຼາຍປະເພດ.​ ແຕ່ລະຄືນ​ ຍັງມີການສະແດງສິລະປະຂອງນ້ອງນັກຮຽນ ແລະ ຊົມການສະແດງໝໍລຳເລື່ອງ ທີ່ເປັນເອກະລັກ ຂອງຊາວແຂວງຈໍາປາສັກ.​ ໃນໄລຍະດຽວກັນ​ ກໍຈະມີງານບຸນກາເຟ​ ຢູ່ເມືອງປາກຊ່ອງ.​

ສໍາລັບມື້ເປີດງານຢ່າງເປັນທາງການ​ ຈະຈັດຂຶ້ນ​ໃນຕອນບ່າຍວັນທີ​ 10 ກຸມພາ​ ເຊິ່ງຈະມີຂະບວນແຫ່ຂອງກ້ອນກຳລັງຕ່າງໆ,​ ມີການສະແດງບົດຟ້ອນສີລະປະ,​ ການສະແດງສິລະປະລະຄອນຍ້ອນຍຸກ.​ ຈາກນັ້ນ,​ ການນໍາແຂວງຈໍາປາສັກ ກໍຈະກ່າວເປີດງານຢ່າງເປັນທາງການ.​ ຕໍ່ມາກໍຈະມີການລັ່ນກອງໄຊ 9 ບາດ ເພື່ອເປັນນີມິດໝາຍອັນດີແກ່ການເປີດງານ.​ ພ້ອມນີ້​ ກໍຈະມີການຈຸດພຸໄຟ ແສງ​ ສີ​ ສຽງ ທີ່ອະລັງການ​ ຕື່ມອີກ.​

ວັນທີ​ 11​ ກຸມພາ​ ກໍຈະມີການແຂ່ງຂັນກິລາພື້ນເມືອງ ເຊັ່ນ: ກິລາປິນເສົາເອົາລາງວັນ, ກິລາກ໋ອບຄົນຈົນ, ກິລາແລ່ນກະເປົ໋າ ແລະ ທ່ຽວງານບຸນຕາມອັດທະຍາໄສ.​

ໃນວັນທີ​ 12​ ກຸມພາ​ 2025​ ຕອນເຊົ້າ,​ ຄະນະນໍາຂັ້ນແຂວງ ກໍຈະໄດ້ນໍາພາມວນຊົນທໍາບຸນໃສ່ບາດຖວາຍສັງຄະທານ​ ແດ່ພະສົງ.​ ຕອນແລງ​ ກໍມີພິທີວຽນທຽນ ເນື່ອງໃນວັນມາຄະບູຊາ.​ ໃນງານ​ປີນີ້,​ ຍັງໄດ້ເຊື້ອເຊີນແຂກຈາກພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫຼາຍ ເປັນຕົ້ນບັນດາແຂວງຈາກ ສສ ຫວຽດນາມ, ຣາຊະອານາຈັກໄທ,​ ຣາຊະອານາຈັກກຳປູເຈຍ ແລະ ບັນດາທ່ານເອກອັກຄະລັດຖະທູດຂອງຫຼາຍປະເທດທີ່ປະຈຳຢູ່ ສປປ ລາວ​ ເຂົ້າມາຮ່ວມງານ ເພື່ອເສີມຂະຫຍາຍມູນເຊື້ອ ປະຫວັດສາດ,​ ຮີດຄອງປະເພນີ ອັນດີງາມຂອງຊາດລາວ ໃຫ້ສາກົນໄດ້ຮັບຮູ້ ພ້ອມທັງເປັນການດຶງດູດ ນັກທ່ອງທ່ຽວ.
ແຫຼ່ງຂ່າວ: ໜັງສືພິມຈຳປາໃໝ່

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...