spot_img
Homeຂ່າວຕ່າງປະເທດໂດໂນ ທຣໍາ ເຊັນຄໍາສັ່ງສົ່ງຜູ້ອົບພະຍົບເຂົ້າອາເມຣິກາແບບຜິດກົດໝາຍ ໃຫ້ກັບຄືນສູ່ປະເທດ

ໂດໂນ ທຣໍາ ເຊັນຄໍາສັ່ງສົ່ງຜູ້ອົບພະຍົບເຂົ້າອາເມຣິກາແບບຜິດກົດໝາຍ ໃຫ້ກັບຄືນສູ່ປະເທດ

Published on

ໂດໂນ ທຣໍາ ເຊັນຄໍາສັ່ງສົ່ງຜູ້ເຂົ້າປະເທດແບບຜິດກົດໝາຍ ໃນນີ້ມີຄົນສັນຊາດລາວ 4,850 ຄົນ.ຈາກການອອກມາເປີດເຜີຍ ແລະ ບົດລາຍງານເດືອນພະຈິກ ຂອງສຳນັກງານກວດຄົນເຂົ້າເມືອງ ຂອງສະຫະລັດ (ICE) ໄດ້ລະບຸວ່າ: ຄົນລາວຫຼາຍກວ່າ 4,000 ຄົນ ທີ່ຢູ່ໃນສະຫະລັດ ໄດ້ຮັບຄຳສັ່ງເນລະເທດຂັ້ນສຸດທ້າຍ ແຕ່ຍັງບໍ່ຖືກຄວບຄຸມຕົວໃນຂະນະນີ້.

ຕາມການລາຍງານລະບຸໄວ້ວ່າ: ຫຼັງຈາກທີ່ໂດໂນ ທຣຳ ປະທານາທິບໍດີສະຫະລັດ ໄດ້ອອກຄຳສັ່ງມາດຕະການປາບປາມຜູ້ອົບພະຍົບທົ່ວປະເທດ ເມື່ອວັນທີ 26 ມັງກອນ 2025 ຜ່ານມາ, ເຊິ່ງສົ່ງຜົນໃຫ້ມີການກັກໂຕຜູ້ຕ້ອງສົງໃສ 956 ຄົນ ເຊິ່ງເປັນຈຳນວນສູງສຸດນັບຕັ້ງແຕ່ກັບມາດຳລົງຕຳແໜ່ງ.ສຳລັບຕົວເລກຜູ້ອົບພະຍົບ ແມັກຊິໂກ ຢູ່ອັນດັບສູງສຸດ ໂດຍຈະຕ້ອງຖືກອົບພະຍົບ 252,044 ຄົນ ໃນຂະນະທີ່ຄົນລາວ ຈະຖືກອົບພະຍົບ 4,850 ຄົນ.

ໂດໂນ ທຣຳ ໄດ້ລົງນາມໃນຮ່າງກົດໝາຍ ກຳນົດໃຫ້ກັກຂັງຜູ້ອົບພະຍົບທີ່ເດີນທາງເຂົ້າສະຫະລັດ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ຖືກກັກໂຕ ຫຼື ຖືກຕັ້ງຂໍ້ຫາໃນບາງຄະດີ.ກົດໝາຍສະບັບນີ້ຖືເປັນກົດໝາຍສະບັບທຳອິດ ແລະ ນັບເປັນກ້າວທຳອິດໃນການພະຍາຍາມທີ່ຈະເຂັ້ມງວດກັບການບັງຄັບໃຊ້ກົດໝາຍກວດຄົນເຂົ້າເມືອງ ເຊິ່ງຕັ້ງແຕ່ດຳລົງຕຳແໜ່ງ ທຣຳ ໄດ້ດຳເນີນການເຊັນເອກະສານໄປແລ້ວ 21 ສະບັບ ເພື່ອປະຕິຮູບລະບົບການກວດຄົນເຂົ້າເມືອງຂອງສະຫະລັດ.

ທີ່ມາ: The Laotian Times 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...