spot_img
Homeຂ່າວເຫດການຈັບໄດ້ໄລ່ທັນ ຊົມເຊີຍເຈົ້າໜ້າທີ່ຈັບໂຈນກໍ່ເຫດລັກສາຍໄຟ ພາຍໃນ 1 ຊົ່ວໂມງ

ຈັບໄດ້ໄລ່ທັນ ຊົມເຊີຍເຈົ້າໜ້າທີ່ຈັບໂຈນກໍ່ເຫດລັກສາຍໄຟ ພາຍໃນ 1 ຊົ່ວໂມງ

Published on

ຈາກກໍລະນີຊາຍກໍ່ເຫດ ລັກສາຍໄຟ ທີ່ບ້ານຫັດສະດີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນຕອນເຊົ້າເວລາປະມານ 9:00 ນາທີ ຂອງວັນທີ 30 ມັງກອນ 2025, ພາຍໃນ 1 ຊົ່ວໂມງຂອງວັນດຽວກັນ ເຈົ້າໜ້າທີ່ກໍສາມາດຈັບຕົວມາສືບສວນ-ສອບສວນໄດ້.

ພັທ ພອນມະນີ ສຸລິນນະພອນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ລາຍງານວ່າ: ວັນທີ 30 ມັງກອນ 2025 ໄດ້ຮັບແຈ້ງເຫດຈາກພົນລະເມືອງດີວ່າ ມີຄົນຮ້າຍລັກຕັດສາຍໄຟຢູ່ ບ້ານຫັດສະດີ ເມືອງຈັນທະບູລີ ເຂດໂຮງຮຽນ ມສ ວຽງຈັນ, ຫຼັງຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ ສົມທົບກັບອໍານາດການປົກຄອງບ້ານ ປກສ ກຸ່ມ ກວດກາຕົວຈິງ ເຫັນວ່າເຫດການດັ່ງກ່າວແມ່ນຄວາມຈິງແທ້, ຈາກນັ້ນຈຶ່ງໄດ້ສືບຄົ້ນຫາຜູ້ກໍ່ເຫດໄດ້ປະມານ 1 ຊົ່ວໂມງ ກໍ່ສາມາດຈັບຕົວຜູ້ກໍ່ເຫດມາໄດ້ ຄື: ທ້າວຄຳລ້ານ, ອາຍຸ 41 ປີ, ບ້ານເກີດ ບ້ານເຊໃຫຍ່, ເມືອງສາມັກຕີໄຊ, ແຂວງອັດຕະປື.

ຜ່ານການສືບສວນຜູ້ກ່ຽວຮັບສາລະພາບວ່າ: ຜູ້ກ່ຽວໄດ້ລົງມືກໍ່ເຫດແທ້, ດ້ວຍວິທີການເອົາຫີນທຸບເອົາສາຍໄຟ ເພື່ອເອົາໄປຂາຍ, ສ່ວນສາເຫດທີ່ກໍ່ເຫດ ແມ່ນຜູ້ກ່ຽວຢາກໄດ້ເງິນໄປຊື້ຢາເສບຕິດມາເສບ, ຫຼັງຈາກນັ້ນໄດ້ນຳຕົວຜູ້ກ່ຽວມາດຳເນີນຄະດີຕາມກົດໝາຍ.

ແຫຼ່ງຂ່າວ: ຄວາມສະຫງົບນະຄອນຫຼວງ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...