Homeຂ່າວພາຍ​ໃນມອບ-ຮັບໜ້າທີ່ ຫົວໜ້າກົມໃຫຍ່ເສນາທິການກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບໜ້າທີ່ ຫົວໜ້າກົມໃຫຍ່ເສນາທິການກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

Published on

ພິທີ ມອບ-ຮັບໜ້າທີ່ ຫົວໜ້າກົມໃຫຍ່ເສນາທິການກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳກົມໃຫຍ່ເສນາທິການກອງທັບ, ຄະນະພັກ-ຄະນະບັນຊາບັນດາກົມ, ຫ້ອງການ, ກົມກອງຮາກຖານ ແລະ ພະນັກງານ-ຫຼັກແຫຼ່ງ ເຂົ້າຮ່ວມ.

ສະຫາຍ ພັນເອກ ສຸລິໄຊ ພິຈິດ ຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ ໄດ້ຕາງໜ້າໃຫ້ຫົວໜ້າກົມໃຫຍ່ເສນາທິການກອງທັບ ຜ່ານບົດລາຍງານການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດບັນດາໜ້າວຽກ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບ ຂອງກົມໃຫຍ່ເສນາທິການກອງທັບ ໄລຍະຜ່ານມາ, ເຊິ່ງໄດ້ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ດ້ວຍຫຼາຍຮູບການ, ຫຼາຍລະດັບແຕກຕ່າງກັນ, ຖືກຕ້ອງຕາມແຕ່ລະເປົ້າໝາຍ, ຊີ້ນໍາກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນທົ່ວປະເທດ ເຄື່ອນໄຫວເຮັດໃຫ້ສະພາບມີຄວາມສະຫງົບ, ປະສານສົມທົບກັບບັນດາອົງການທີ່ກ່ຽວຂ້ອງ, ຈັດຕັ້ງພະນັກງານຫຼັກແຫຼ່ງລົງກໍ່ສ້າງຮາກຖານການເມືອງ ຢູ່ບັນດາຈຸດສຸມເຂດຫ່າງໄກສອກຫຼີກ ໃນທົ່ວປະເທດ ໂດຍສະເພາະ ຢູ່ບັນດາແຂວງພາກເໜືອ ແລະ ເຂດໃຈກາງ, ເອົາໃຈໃສ່ຕິດຕາມກຳແໜ້ນ ສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ຢູ່ພາຍໃນ ແລະ ນອກຊາຍແດນ, ຈັດຕັ້ງເຄື່ອນໄຫວກວດກາວຽກງານກຽມພ້ອມສູ້ຮົບ ຂອງບັນດາກົມກອງທົ່ວກອງທັບ ພົ້ນເດັ່ນແມ່ນ ເຄື່ອນໄຫວເຜີຍແຜ່ຄຳສັ່ງ ຂອງກະຊວງປ້ອງກັນປະເທດ ແລະ ຄໍາສັ່ງແນະນໍາຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການເພີ່ມທະວີ ການນໍາພາປັບປຸງວຽກງານກຽມພ້ອມສູ້ຮົບຂອງກອງທັບ ພ້ອມນີ້, ຍັງໄດ້ຊີ້ນໍາການຈັດຕັ້ງກໍາລັງປ້ອງກັນເປົ້າໝາຍຍຸດທະສາດ, ສະຖານທີ່ສາງຄັງ, ສະໜາມບິນ, ບັນດາເສັ້ນທາງ, ການນໍາພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ກອງປະຊຸມສໍາຄັນຕ່າງໆ, ປ້ອງກັນເສັ້ນທາງລົດໄຟ ລາວ-ຈີນ, ໂຄງການກວດກູ້ລະເບີດ ລາວ-ຣັດເຊຍ, ປ້ອງກັນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44-45 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ມີຄວາມສະຫງົບປອດໄພ 100%, ຊີ້ນຳກຳລັງຍົກສູງສະຕິລະວັງຕົວໃນການກຽມພ້ອມສູ້ຮົບ, ຈັດຕັ້ງກຽມພ້ອມທາງດ້ານກໍາລັງ, ພາຫະນະສູ້ຮົບ ແລະ ຮັບປະກັນສູ້ຮົບຂອງກອງທັບ, ເປັນກຳລັງຫຼັກແຫຼ່ງໃນການຊ່ວຍເຫຼືອ ແລະ ກອບກູ້ໄພພິບັດທາງທໍາມະຊາດ ໄດ້ຢ່າງທັນການ. ຈາກນັ້ນ, ໄດ້ລົງນາມບົດບັນທຶກ ມອບ-ຮັບໜ້າທີ່ ຢ່າງເປັນທາງການ ລະຫວ່າງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຫົວໜ້າກົມໃຫຍ່ເສນາທິການກອງທັບ (ຜູ້ເກົ່າ) ແລະ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຫົວໜ້າກົມໃຫຍ່ເສນາທິການກອງທັບ (ຜູ້ໃໝ່).

ແຫຼ່ງຂ່າວ: Lao people’s Army News

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...