spot_img
Homeຂ່າວຕ່າງປະເທດລົດບັນທຸກຕົກຂຸມຂະໜາດໃຫຍ່ ເລິກ 6 ແມັດ ທີ່ບໍລິເວນສີ່ແຍກໃກ້ກັບນະຄອນໂຕກຽວ

ລົດບັນທຸກຕົກຂຸມຂະໜາດໃຫຍ່ ເລິກ 6 ແມັດ ທີ່ບໍລິເວນສີ່ແຍກໃກ້ກັບນະຄອນໂຕກຽວ

Published on

ສຳນັກຂ່າວໂຕກຽວລາຍງານໃນວັນທີ 28 ມັງກອນ 2025 ຜ່ານມາ, ເກີດເຫດລົດບັນທຸກຕົກຂຸມຂະໜາດໃຫຍ່ ທີ່ບໍລິເວນສີ່ແຍກແຫ່ງໜຶ່ງ ໃນຈັງຫວັດໄຊຕາມະ ທີ່ຕິດຢູ່ກັບນະຄອນໂຕກຽວ.

ເຈົ້າໜ້າທີ່ຕຳຫຼວດໄດ້ຮັບແຈ້ງ ເກີດເຫດເມືອເວລາ 07:50 ໂມງ ຕາມເວລາທ້ອງຖິ່ນ ໂດຍຂຸມດັ່ງກ່າວເກີດຂຶ້ນທີ່ ເມືອງຍາຊິໂອະ ເຊິ່ງຂຸມມີຂະໜາດກວ້າງ 10 ແມັດ ແລະ ເລິກ 6 ແມັດ, ເຮັດໃຫ້ລົດບັນທຸກທີ່ຂັບມາຕົກລົງໄປໃນຂຸມດັ່ງກ່າວ, ທາງດ້ານເຈົ້າໜ້າທີ່ລາຍງານເບື້ອງຕົ້ນ ຍັງບໍ່ສາມາດຊ່ວຍເຫຼືອຜູ້ປະສົບອຸບັດຕິເຫດກໍຄືຄົນຂັບອາຍຸ 74 ປີ ທີ່ຕົກຂຸມໃນຄັ້ງນີ້ເຊິ່ງຂາດການຕິດຕໍ່ໄປໃນຊ່ວງບ່າຍຂອງວັນທີ 28 ມັງກອນ 2025.

ຈາກການລາຍງານໄດ້ລະບຸຕື່ມອີກວ່າ: ມີລະບົບທໍ່ໃຕ້ດິນຜ່ານບໍລິເວນສີ່ແຍກໃກ້ຄຽງກັບຈຸດເກີດເຫດ ແລະ ເຈົ້າໜ້າທີ່ກຳລັງສືບສວນຫາສາເຫດທີ່ແທ້ຈິງຂອງການເກີດຂຸມຍຸບຕົວຂະໜາດໃຫຍ່ໃນຄັ້ງນີ້.

ແຫຼ່ງຂ່າວ: ສຳນັກຂ່າວໄທ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...