Homeຂ່າວອຸບັດຕິເຫດຊີ້ແຈງ ກໍລະນີທີ່ຄົນເຈັບຕ່າງປະເທດ ຂ້າມໄປປິ່ນປົວຢູ່ໄທ ຈາກອຸບັດຕິເຫດລົດເມຕຳຕົ້ນໄມ້

ຊີ້ແຈງ ກໍລະນີທີ່ຄົນເຈັບຕ່າງປະເທດ ຂ້າມໄປປິ່ນປົວຢູ່ໄທ ຈາກອຸບັດຕິເຫດລົດເມຕຳຕົ້ນໄມ້

Published on

ຈາກກໍລະນີທີ່ຫຼາຍຄົນໃຫ້ຄວາມສົນໃຈຕໍ່ກັບເຫດການອຸບັດເຫດລົດເມວຽງຈັນ-ປາກເຊ ເສຍຫຼັກຕຳຕົ້ນໄມ້ຢູ່ເຂດບ້ານໜອງສະໂນ ເມືອງລະຄອນເພັງ, ແຂວງສາລະວັນ ເມື່ອວັນທີ 26 ມັງກອນ 2025 ທີ່ຜ່ານມາ.

ຫຼ້າສຸດນີ້, ດຣ. ຄິດສະແຫວງ ສີສຸລາດ, ຮອງຜູ້ອໍານວຍການໂຮງໝໍແຂວງຈໍາປາສັກ ໄດ້ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 27 ມັງກອນ 2025 ວ່າ: ໂຮງໝໍແຂວງຈໍາປາສັກ ໄດ້ຮັບຄົນເຈັບຈາກເຫດການດັ່ງກ່າວທັງໝົດ 30 ຄົນ (ໃນນີ້ລວມທັງຜູ້ເສຍຊີວິດຄາທີ່ 1 ຄົນ), ໃນຈໍານວນຄົນເຈັບທັງໝົດ ແມ່ນເປັນຕ່າງປະເທດ 25 ຄົນ (ເຈັບໜັກ 3 ຄົນ) ແລະ ຄົນລາວ 4 ຄົນ (ເຈັບໜັກ 1 ຄົນ). ເຊິ່ງທາງໂຮງໝໍກໍໄດ້ປິ່ນປົວຄົນເຈັບຕາມຂັ້ນຕອນດ້ານວິຊາການ.

ສຳລັບສາເຫດທີ່ນຳຕົວຄົນເຈັບຕ່າງປະເທດໄປປິ່ນປົວຢູ່ປະເທດໄທນັ້ນຍ້ອນວ່າ: ກ່ອນເດີນທາງມາທ່ອງທ່ຽວ ເຂົາເຈົ້າໄດ້ເຮັດປະກັນໄພ, ເຊິ່ງມີໂຮງໝໍຄູ່ສັນຍາຢູ່ໄທ ແລະ ເຂົາເຈົ້າກໍຕ້ອງການໄປປິ່ນປົວຢູ່ໂຮງໝໍທີ່ເປັນຄູ່ສັນຍາປະກັນໄພດັ່ງກ່າວ.

ດັ່ງນັ້ນ, ທາງໂຮງໝໍແຂວງຈໍາປາສັກ ໄດ້ປະສານຫາບັນດາໂຮງໝໍທີ່ເປັນຄູ່ສັນຍາ ຢູ່ແຂວງອຸບົນລາດຊະທານີຂອງໄທ ເພື່ອຊ່ວຍເຫຼືອເຄື່ອນຍ້າຍຄົນເຈັບທີ່ເປັນຕ່າງປະເທດທັງ 25 ຄົນ ໄປປິ່ນປົວ.

ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບຄົນເຈັບທີ່ເປັນຄົນລາວ ຈໍານວນ 4 ຄົນ, ໃນນີ້ ເຈັບໜັກ 1 ຄົນ ໄດ້ເອົາໄປປິ່ນປົວຢູ່ໂຮງໝໍໃນແຂວງອຸບົນລາດຊະທານີຂອງໄທ, ສ່ວນອີກ 3 ຄົນແມ່ນປິ່ນປົວຢູ່ໂຮງໝໍແຂວງຈໍາປາສັກ, ເຊິ່ງທັງ 3 ມີອາການດີຂຶ້ນ ແລະ ຄາດວ່າຈະໄດ້ກັບບ້ານໃນໄວໆນີ້.

ທີ່ມາ: ລາຍການຮອບບ້ານຜ່ານເມືອງ ວິທະຍຸກະຈາຍສຽງແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...