spot_img
Homeຂ່າວພາຍ​ໃນກອງປະຊຸມເຜີຍແຜ່ ກ່ຽວກັບການນຳໃຊ້ສື່ສັງຄົມອອນລາຍນ໌

ກອງປະຊຸມເຜີຍແຜ່ ກ່ຽວກັບການນຳໃຊ້ສື່ສັງຄົມອອນລາຍນ໌

Published on

ທ່ານ ສະຫວັນຄອນ ຣາຊມຸນຕຣີ ລັດຖະມົນຕີຊ່ວຍກະຊວງ ຖວທ

ຕອນເຊົ້າຂອງວັນທີ 18 ທັນວາ 2014 ຢູ່ທີ່ຫ້ອງປະຊຸມ ກະຊວງຖະແຫຼງຂ່າວ-ວັດທະນະທຳແລະທ່ອງທ່ຽວ ໄດ້ມີກອງປະຊຸມເຜີຍແຜ່ ກ່ຽວກັບ ການນຳໃຊ້ເຄືອຂ່າວສັງຄົມອອນລາຍນ໌ ຂຶ້ນ ໂດຍການເປັນປະທານຂອງທ່ານ ສະຫວັນຄອນ ຣາຊມຸນຕຣີ ລັດຖະມົນຕີຊ່ວຍວ່າການກະຊວງຯ ແລະທັງເປັນຜູ້ຊີ້ນຳວຽກງານສື່ມວນຊົນ ເຊິ່ງມີກົມອ້ອມຂ້າງທີ່ກ່ຽວຂ້ອງ ແລະນັກສື່ມວນຊົນຈາກທຸກສຳນັກ ທົ່ວສູນກາງເຂົ້າຮ່ວມ.

ພາຍໃນງານໄດ້ຮັບຟັງການເຜີຍແຜ່ ປະຫວັດຄວາມເປັນມາຂອງລະບົບອິນເຕີເນັດ, ວິທີການນຳໃຊ້ທີ່ຖືກຕ້ອງ ເພື່ອໃຫ້ເກີດປະໂຫຍດຕໍ່ຕົນເອງ ແລະສັງຄົມ ແລະໃນຂະນະດຽວກັນ ກໍໃຫ້ໃຊ້ເປັນເຄື່ອງມືໃນການອະທິບາຍ ແລະຕອບຕ້ານການໃສ່ຮ້າຍປ້າຍສີ ແລະການໂຈມຕີຂອງສັດຕູ.

ໃນຕອນໜຶ່ງ ທ່ານປະທານກອງປະຊຸມໄດ້ກ່າວວ່າ ການນຳໃຊ້ທີ່ບໍ່ຖືກຕ້ອງນັ້ນເປັນຜົນເສຍຕໍ່ ຕົນເອງແລະສັງຄົມ ຍົກຕົວຢ່າງພະນັກງານລັດບາງຄົນ ເຂົ້າມາຫ້ອງການແລ້ວຈັບໂທລະສັບມາຫຼິນ ໂດຍບໍ່ເອົາໃຈໃສ່ຕໍ່ວຽກງານ ຫຼືເອກະສານທີ່ຕ້ອງເຮັດ ແລ້ວເຮັດໃຫ້ປະຊາຊົນຕ້ອງລໍຖ້າຮັບເອກະສານ ຢ່າງຊັກຊ້າ.

 

DSC_0033

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...