Homeຂ່າວອຸບັດຕິເຫດລາຍງານເພີ່ມເຕີມ ອຸບັດຕິເຫດລົດເມ ວຽງຈັນ-ປາກເຊ ເສຍຫຼັກຕຳຕົ້ນໄມ້ໃຫຍ່

ລາຍງານເພີ່ມເຕີມ ອຸບັດຕິເຫດລົດເມ ວຽງຈັນ-ປາກເຊ ເສຍຫຼັກຕຳຕົ້ນໄມ້ໃຫຍ່

Published on

ອຸບັດເຫດລົດເມໂດຍສານ ວຽງຈັນ​–ປາກເຊ ເສຍຫຼັກລົງຂ້າງທາງແລ້ວຕໍາຕົ້ນໄມ້ໃຫຍ່ ຢູ່ບ້ານພູດາວແຈ້ງໃຫຍ່ ເມືອງລະຄອນເພັງ ແຂວງສາລະວັນ ໃນເວລາປະມານ 5 ໂມງເຊົ້າຂອງ ວັນທີ 26 ມັງກອນ 2025 ຜ່ານມາ, ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ ທັງຄົນລາວ-ຕ່າງປະເທດ ລວມທັງໝົດ 43 ຄົນ.

ຕາມການລາຍງານຂອງເຈົ້າໜ້າທີ່ລະບຸວ່າ: ແອັດລົດເສຍຊີວິດຄາທີ່ ແລະ ມີຜູ້ບາດເຈັບທັງໝົດ​ 43​ ຄົນ​ (ຍິງ​ 13​ ຄົນ), ໃນນັ້ນ​ ຄົນລາວ​ 14​ ຄົນ (ຍິງ​ 1 ຄົນ) ແລະ ຕ່າງປະເທດ​ 29​ ຄົນ (ຍິງ​​ 12​ ຄົນ) ໂດຍມີຜູ້ບາດເຈັບສາຫັດ 14 ຄົນ.

ສ່ວນສາເຫດໃນການເກີດອຸບັດເຫດຄັ້ງນີ້ ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ ຖ້າມີລາຍລະອຽດຄວາມຄືບໜ້າຕ່າງໆຈະລາຍງານໃຫ້ຊາບຕື່ມພາຍຫຼັງ.

ຂໍສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເສຍຊີວິດດ້ວຍ.

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...