spot_img
Homeຂ່າວຄວາມສະຫງົບເຈົ້າໜ້າທີ່ຕຳຫຼວດ ນຳສອງສ່ຽວໂຈນ ມາທົດສະກຳຄະດີລັກຊັບຄືນ

ເຈົ້າໜ້າທີ່ຕຳຫຼວດ ນຳສອງສ່ຽວໂຈນ ມາທົດສະກຳຄະດີລັກຊັບຄືນ

Published on

ວັນທີ 16 ມັງກອນ 2025 ຜ່ານມາ, ເຈົ້າໜ້າທີ່ ສືບສວນ-ສອບສວນ ປກສ ແຂວງ ບໍລິຄຳໄຊ ຮ່ວມກັບເຈົ້າໜ້າທີ່ວິຊາສະເພາະສືບສວນ-ສອບສວນ, ນິຕິວິທະຍາ, ກອງບັນຊາການ ປກສ ເມືອງ ຄຳເກີດ ໄດ້ນໍາຕົວສອງຜູ້ຖືກຫາຄະດີລັກຊັບ ຢູ່ບ້ານ ໂພນເມືອງນ້ອຍ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໄປທົດສະກໍາທົດສອບຂໍ້ມູມຄືນໃໝ່.

ຕາມການລາຍງານຂອງເຈົ້າໜ້າທີ່ລະບຸວ່າ: ເຫດການດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 13 ກໍລະກົດ ຫາ ວັນທີ 7 ພະຈິກ 2024 ທີ່ຜ່ານມາ ໂດຍໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍວ່າ: ມີຄົນຮ້າຍໄດ້ງັດເຂົ້າເຮືອນຂອງຕົນແລ້ວລັກຊັບສິນ ຈາກນັ້ນ, ເຈົ້າໜ້າທີ່ ປກສ ເມືອງຄຳເກີດ ຈຶ່ງໄດ້ປະສານສົມທົບກັບຫ້ອງຕໍາຫຼວດ ປກສ ແຂວງ ດໍາເນີນການສືບສວນ-ສອບສວນ ຕາມຫຼັກການວິຊາສະເພາະ ພ້ອມທັງຂຶ້ນບັນຊີເປົ້າໝາຍ ຢູ່ໃນພື້ນທີ່ຈໍານວນຫຼາຍເປົ້າໝາຍ ຈົນມາຮອດວັນທີ 8 ທັນວາ 2024 ສາມາດກັກຕົວຜູ້ຖືກຫາ ໄດ້ 2 ຄົນ ຊື່ ທ້າວ ເຊັ່ງຊົ່ງ ອາຍຸ 20 ປີ ແລະ ທ້າວ ຢາໂຊວ່າງ ອາຍຸ 23 ປີ, ທັງສອງເປັນກໍາມະກອນ, ຢູ່ບ້ານ ໂພນເມືອງນ້ອຍ ເມືອງ ຄໍາເກີດ ແຂວງ ບໍລິຄໍາໄຊ.

ຜ່ານການສອບສວນ ພວກກ່ຽວທັງສອງໄດ້ຮັບສາລະພາບວ່າ: ໄດ້ລົງມືລັກຊັບແທ້ ໂດຍການງັດເຮືອນຂອງປະຊາຊົນ ພາຍໃນເມືອງຄຳເກີດ ໄດ້ຊັບສິນມີ: ເງິນ ຈຳນວນ 21,000,000 ກີບ, ກັບ 4,000 ບາດ (ສະກຸນເງິນໄທ) ແລະ ຄໍາຮູບປະພັນຈໍານວນ 18 ບາດ ລວມມູນຄ່າຜົນເສຍຫາຍທັງໝົດ ປະມານ 523.800.000 ກີບ.

ການທົດສະກຳໃນຄັ້ງນີ້ ຈະໄດ້ປະກອບໃສ່ສຳນວນ-ສຳເນົາຄະດີດັ່ງກ່າວ ເພື່ອສະຫຼຸບສົ່ງໃຫ້ອົງການໄອຍະການດຳເນີນຄະດີ ພວກກ່ຽວຕາມຂັ້ນຕອນທີ່ກົດໝາຍກຳນົດໄວ້ຢ່າງເຂັ້ມງວດ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...